ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສາມັນຄັ້ງທີ XVI ລະຫວ່າງ ທະຫານແຂວງສາລະວັນ ກັບ ທະຫານແຂວງກວາງຈິ້-ເທື່ອທຽນເຫວ້
ເວລາອອກຂ່າວ: 2022-08-08 10:06:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 105 | ຄວາມນິຍົມ:



ຫວ່າງບໍດົນມານີ້, ກອງ ບັນຊາການທະຫານແຂວງສາ ລະວັນ ໄດ້ເປັນເຈົ້າພາບຈັດ ກອງປະຊຸມສາມັນ ຄັ້ງທີ XVI ປະ ຈໍາປີ 2022 ກ່ຽວກັບການພົວພັນ ຮ່ວມມືຮອບດ້ານ ແລະ ການພົວ ພັນຮ່ວມມືຄຸ້ມຄອງປົກປັກຮັກ ສາເສັ້ນຊາຍແດນລະຫວ່າງກອງ ບັນຊາການທະຫານແຂວງສາ ລະວັນ ແຫ່ງ ສປປ ລາວ ກັບກອງ ບັນຊາການທະຫານຊາຍແດນ ແຂວງກວາງຈິ້ ແລະ ກອງບັນຊາ ການທະຫານຊາຍແດນແຂວງ ເທື່ອທຽນ ເຫວ້ ແຫ່ງ ສສ ຫວຽດ ນາມ ໂດຍການເ ປັນປະທານຮ່ວມ ຂອງ ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ສາລະວັນ, ສະຫາຍ ພັນເອກ ເຈີ່ນ ຊັວນລ້ານ ຮອງຫົວໜ້າກອງບັນ ຊາການທະຫານຊາຍແດນ ແຂວງ ກວາງຈິ້ ແລະ ສະຫາຍ ພັນເອກ ຟ້າມຕຸຸງເລິມ ຮອງຫົວໜ້າການເມືອງ ກອງບັນຊາການທະຫານ ຊາຍແດນ ແຂວງເທື່ອທຽນເຫວ້ ພ້ອມຄະນະເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ເປັນຂີດ ໝາຍອັນສໍາຄັນ ບົນຈິດໃຈແຫ່ງ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ, ທັງ ເປັນການສະເຫຼີມສະຫຼອງ 2 ວັນ ປະຫວັດສາດ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະ ພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ໃຫ້ມີເນື້ອໃນຄວາມໝາຍເລິກ ເຊິ່ງ. ໃນກອງປະຊຸມທັງສອງ ຝ່າຍໄດ້ຜັດປ່ຽນກັນລາຍງານສະ ພາບລວມຂອງແຂວງຕົນ ພ້ອມ ທັງສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ ການພົວພັນຮ່ວມມືໃນໄລຍະຜ່ານ ມາ ແລະ ທິດທາງແຜນການພົວ ພັນຮ່ວມມືໃນຕໍ່ໜ້າ ເຊິ່ງສອງ ຝ່າຍໄດ້ເຫັນດີສືບຕໍ່ຮັກສາ ແລະ ປະຕິບັດໃຫ້ເຂັ້ມງວດບັນດາ ເນື້ອໃນອະນຸສັນຍາກ່ຽວກັບ ເສັ້ນຊາຍແດນ ແລະ ຫຼັກໝາຍ ຊາຍແດນແຫ່ງຊາດ ລາວ-ຫວຽດ ນາມ, ສົນທິສັນຍາກ່ຽວກັບ ລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກ ລາວ-ຫວຽດນາມ, ເພີ່ມທະວີ ວຽກງານປະສານສົມທົບ, ກວດກາລາດຕະເວນແບບຄູ່ ຂະໜານ, ເພື່ອກວດກາຕິດຕາມ ເຝົ້າລະວັງ, ສະກັດກັ້ນຕອບຕ້ານ ທັນເວລາບັນດາປະກົດການລະ ເມີດກົດໝາຍ, ອາດສະຍາກຳ ເຊັ່ນ: ການທຳລາຍ, ການລັກລອບ ເຄື່ອນຍ້າຍຫຼັກໝາຍແຫ່ງຊາດ, ສັນຍາລັກເຄື່ອງໝາຍເສັ້ນຊາຍ ແດນ, ແລວທາງການສັງເກດ ເບິ່ງເຫັນເສັ້ນຊາຍແດນ, ການ ແລກປ່ຽນຂໍ້ມູນຂ່າວສານ, ຕ້ານ ສະກັດກັ້ນການຍົກຍ້າຍພົນລະ ເມືອງຂ້າມຊາຍແດນທີ່ບໍ່ໄດ້ຮັບ ອະນຸຍາດ, ສະກັດກັ້ນກົນອຸບາຍ ເລ່ຫຼ່ຽມການເຄື່ອນໄຫວຂອງ ບັນດາອິດທິກຳລັງປໍລະປັກ, ສືບ ຕໍ່ຊີ້ນຳບັນດາກົມກອງປະຕິບັດ ບັນດາຂໍ້ກຳນົດໃນການຈັດຕັ້ງ ແຮກສ່ຽວ ລະຫ່ວາງ ບັນດາຄ້າຍ ທະຫານຊາຍແດນສອງແຂວງ: ກວາງຈິ້ ແລະ ເທື່ອທຽນເຫວ້ ກັບ ກອງຮ້ອຍປ້ອງກັນຊາຍແດນ 511 ກອງບັນຊາການທະຫານ ແຂວງສາລະວັນ. ນອກນີ້ ກອງ ບັນຊາການທະຫານຊາຍແດນ ແຂວງ ເທື່ອທຽນເຫວ້ ຈະເປີດ ຊຸດອົບຮົມວຽກງານວິຊາສະ ເພາະຊາຍແດນ ໃຫ້ພະນັກງານ ກອງບັນຊາການທະຫານ ແຂວງ ສາລະວັນ ຈໍານວນ 20 ສະ ຫາຍ ໃນໄລຍະເວລາ 1 ເດືອນ. ຄາດວ່າຈະຈັດຂຶ້ນໃນລະຫ່ວາງ ເດືອນ ຕຸລາ 2022 ນີ້. ກອງ ບັນຊາການທະຫານຊາຍແດນ ແຂວງ ເທື່ອທຽນເຫວ້ ສືບຕໍ່ປະ ສານກັບກອງບັນຊາການທະ ຫານແຂວງສາລະວັນ ເປັນເສ ນາທິການໃຫ້ອຳນາດການປົກ ຄອງ 2 ແຂວງ, ເພື່ອປະຕິບັດ ຕາມເນື້ອໃນບົດບັນທຶກການເດີນ ສຳຫຼວດ ແລະ ເຮັດວຽກຂອງ 2 ຄະນະວິຊາການຊາຍແດນ ລາວ- ຫວຽດນາມ ກ່ຽວກັບວຽກປັບ ແປງແລວທາງໄປຫາຈຸດເຊື່ອມ ຕໍ່ເສັ້ນທາງລະຫ່ວາງດ່ານໂກ ຕ່າຍ ກັບ ດ່ານຮົ່ງເວິນ ແລະ ແກ້ ໄຂບັນຫາເສັ້ນທາງທີ່ຕັດຜ່ານ ເສັ້ນຊາຍແດນ ທີ່ໄດ້ລົງນາມຮ່ວມ ກັນ ໃນວັນທີ 6 ເມສາ 2022 ທີ່ ເມືອງ ອາເຫຼືອຍ, ແຂວງເທື່ອ ທຽນ ເຫວ້, ສືບຕໍ່ຮັກສາລະບອບການ ປະຊຸມພົບປະລະຫ່ວາງ ກອງບັນ ຊາການທະຫານແຂວງສາລະ ວັນ ກັບ ກອງບັນຊາການທະຫານ ຊາຍແດນສອງແຂວງ ກວາງຈິ້-ເທື່ອທຽນເຫວ້ ປີລະຄັ້ງໂດຍຜັດ ປ່ຽນກັນເປັນເຈົ້າພາບ, ສ່ວນ ບັນດາຄ້າຍທະຫານຊາຍແດນ ສອງແຂວງ ກວາງຈິ້-ເທື່ອທຽນ ເຫວ້ ກັບກອງຮ້ອຍທະຫານຊາຍ ແດນ 511 ແມ່ນ 6 ເດືອນຕໍ່ຄັ້ງໂດຍຜັດປ່ຽນກັນເປັນເຈົ້າພາບ, ການກວດກາສາລະເວແບບຄູ່ ຂະໜານລະຫ່ວາງ ສອງກົມກອງ ທີ່ເຮັດໜ້າທີ່ຄຸ້ມຄອງຊາຍແດນ ຕົວຈິງແມ່ນ 3 ເດືອນຕໍ່ຄັ້ງຕາມ ຮູບແບບຜັດປ່ຽນກັນ. ໃນກໍລະ ນີຫາກມີເຫດບັງເອີນຮີບດ່ວນ ເກີດຂຶ້ນສອງຝ່າຍເປັນເຈົ້າການ ຈັດຕັ້ງພົບປະ, ແລກປ່ຽນໂດຍກົງ ຫຼື ປະສານກັນຜ່ານທາງ ໂທ ລະສັບ ຫຼື ແຈ້ງການເປັນເອກະສານ ໃຫ້ ກັນ ແລະ ກັນ ເພື່ອເອກະພາບແກ້ ໄຂບັນຫາທີ່ເກີດຂຶ້ນໃຫ້ທັນເວ ລາ. ສອງຝ່າຍສືບຕໍ່ຈັດຕັ້ງຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ອວຍ ພອນເຊິ່ງກັນ ແລະ ກັນ ໃນໂອ ກາດວັນສຳຄັນຕ່າງໆ ແລະ ເຫັນ ດີເປັນເອກະພາບ ຈັດກອງປະຊຸມ ສາມັນປະຈໍາປີ 2023 ທີ່ນະຄອນ ເຫວ້, ແຂວງເທື່ອ ທຽນເຫວ້. ໃນພິທີໄດ້ເຊັນບົດບັນທຶກຊ່ວຍ ຈໍາຮ່ວມກັນລະຫວ່າງຄະນະຜູ້ ແທນ 3 ແຂວງ, ລະຫວ່າງ ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງສາລະວັນ, ສະຫາຍ ພັນເອກ ເຈີ່ນຊັວນລ້ານ ຮອງຫົວໜ້າກອງບັນຊາການທະ ຫານຊາຍແດນແຂວງກວາງຈິ້ ແລະ ສະຫາຍ ພັນເອກ ຟ້າມ ຕຸງເລິມ ຮອງຫົວໜ້າການ ເມືອງ ກອງບັນຊາການທະຫານຊາຍ ແດນເທື່ອທຽນເຫວ້ ໂດຍມີຄະນະ ທັງ 3 ຝ່າຍເຂົ້າຮ່ວມເປັນສັກຂີ ພິຍານ. ຂ່າວ: ສຸຂາວພອນ ສອນນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ