ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດຮັບຮອງເອົາ 6 ບ້ານຂອງເມືອງເຟືອງ ເປັນບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2022-08-08 10:05:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 176 | ຄວາມນິຍົມ:



ພິທີປະກາດຮັບຮອງເອົາ 6 ບ້ານ ຄື: ບ້ານປາກຮາງ, ບ້ານ ຜາສັງ, ບ້ານນາຄຳ, ບ້ານທ່າ, ບ້ານໂພນສະຫວາດ ແລະ ບ້ານ ນາບອນ ເປັນຄອບຄົວ ແລະ ບ້ານ ປ້ອງກັນຊາດເຂັ້ມແຂງ, ບ້ານທີ 5, 6, 7, 8, 9 ແລະ ທີ 10 ຂອງ ເມືອງເຟືອງ ແຂວງວຽງຈັນ ໄດ້ ຈັດຂຶ້ນໃນວັນທີ 4 ສິງຫາ 2022 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການ ປົກຄອງເມືອງເຟືອງ, ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພົນຈັດ ຕະວາ ທອງເຄນ ບຸນໝັ້ນ ກໍາມະ ການຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບແຂວງ ຫົວໜ້າກອງບັນ ຊາການ ປກສ ແຂວງ, ມີ ສະຫາຍ ຄຳເພັດ ຈັນສົມພູ ກຳມະການ ພັກ ແຂວງ, ເລຂາພັກເມືອງ ເຈົ້າ ເມືອງ ເມືອງເຟືອງ, ສະຫາຍ ພັນເອກ ສົມພັນ ເຮືອງພະຈັນ ກໍາມະການຄະນະພັກກອງບັນ ຊາການ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ວຽງຈັນ, ມີຄະນະພັກ-ຄະນະ ບັນຊາກອງບັນຊາການທະຫານ ເມືອງເຟືອງ, ພາກສ່ວນທີ່ກ່ຽວ ຂ້ອງ ແລະ ແຂກຖືກເຊີນ, ຕະ ຫຼອດຮອດອຳນາດການປົກຄອງ ແລະ ປະຊາຊົນພາຍໃນ 6 ບ້ານ ເຂົ້າຮ່ວມ. ໃນພິທີ ສະຫາຍ ບົວວອນ ຍຸດຕິທໍາ ເລຂາພັກບ້ານ ນາຍບ້ານ ບ້ານປາກຮາງ ໄດ້ຕາງໜ້າໃຫ້ 6 ບ້ານ ສະຫຼຸບຕີລາຄາຄືນການຈັດ ຕັ້ງປະຕິບັດວຽກງານການສ້າງ ຄອບຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມແຂງ ໃນໄລຍະຜ່ານມາວ່າ: ຄະນະພັກອໍານາດການປົກຄອງແຕ່ລະບ້ານໄດ້ມີການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງດໍາເນີນແຜນການສ້າງບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງ ໃຫ້ສົບຜົນສໍາເລັດຕາມຄາດ ໝາຍທີ່ວາງໄວ້ ໂດຍຖືເອົາວຽກ ງານສຶກສາອົບຮົມການເມືອງ ນຳພາແນວຄິດເປັນກົກດ້ວຍການ ນຳເອົາມະຕິຄຳສັ່ງຕ່າງໆ ຂອງ ພັກ, ກົດໝາຍຂອງລັດ, ເອກະ ສານກ່ຽວກັບວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ມາຈັດຕັ້ງເຜີຍແຜ່ໃຫ້ພໍ່ແມ່ປະຊາ ຊົນເຂົ້າໃຈແຈ້ງຕໍ່ແນວທາງນະ ໂຍບາຍຂອງພັກ, ມີຄວາມສະດຸ້ງ ໄວຕື່ນຕົວປະກອບສ່ວນເຂົ້າໃນ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຢ່າງຕັ້ງໜ້າ, ເປັນ ເຈົ້າການຕິດຕາມສະພາບກຸ່ມຄົນ ທີ່ບໍ່ຫວັງດີພາຍໃນບ້ານ ແລະ ຂອບ ເຂດຂອງຕົນຮັບຜິດຊອບ ແລະ ສາ ມາດແກ້ໄຂສະພາບໄດ້ທັນເວລາ. ບ້ານປາກຮາງ, ບ້ານຜາສັງ, ບ້ານນາຄຳ, ບ້ານທ່າ, ບ້ານໂພນ ສະຫວາດ ແລະ ບ້ານນາບອນ ມີ ພົນລະເມືອງທັງໝົດ 16.385 ຄົນ, ຍິງ 8.049 ຄົນ, ມີ 2.468 ຄອບຄົວ, ມີ 379 ໜ່ວຍສາມັກຄີ, ບ້ານມີລະບົບການຈັດຕັ້ງຄົບຊຸດ, ມີທ່າແຮງບົ່ມຊ້ອນຫຼາຍດ້ານທີ່ ເປັນເງື່ອນໄຂຂໍ້ສະດວກໃນການ ພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ບ້ານໄດ້ຮັບການພັດທະ ນາຢ່າງຕໍ່ເນື່ອງ, ການສ້າງເສດ ຖະກິດແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບ ປຸງດີຂຶ້ນ ເຮັດໃຫ້ຄອບຄົວຫຼຸດພົ້ນ ອອກຈາກຄວາມທຸກຍາກ. ຜ່ານ ການລົງເກັບກໍາຂໍ້ມູນ ແລະ ປະ ເມີນຜົນຂອງໜ່ວຍງານທີ່ກ່ຽວ ຂ້ອງເຫັນວ່າ: ທັງ 6 ບ້ານ ສາ ມາດປະຕິບັດໄດ້ຕາມມາດຖານ ເງື່ອນໄຂກວມ ເອົາ 95% ໃນຈໍາ ນວນ 2.468 ຄອບຄົວ, ຈາກຜົນສຳເລັດດັ່ງກ່າວສາມາດຮັບຮອງເອົາ 6 ບ້ານທີ່ຂຶ້ນກັບເມືອງເຟືອງ ເປັນຄອບຄົວ ແລະ ບ້ານປ້ອງກັນ ຊາດເຂັ້ມແຂງ. ໃນພິທີ ສະຫາຍ ພັນໂທ ສຸວັນ ສີພັນທັດ ກໍາມະການຄະນະ ປະຈໍາພັກເມືອງ ຫົວໜ້າການ ເມືອງ ກອງບັນຊາການທະຫານ ເມືອງເຟືອງ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ເມືອງເຟືອງ ວ່າດ້ວຍການຢັ້ງຢືນຮັບຮອງ ເອົາຄອບຄົວປ້ອງກັນຊາດເຂັ້ມ ແຂງ, ຈາກນັ້ນ ສະຫາຍ ພັນເອກ ສົມພັນ ເຮືອງພະຈັນ ໄດ້ຜ່ານ ຂໍ້ຕົລົງຂອງທ່ານເຈົ້າແຂວງ ແຂວງວຽງຈັນ ວ່າດ້ວຍການ ຢັ້ງຢືນ ແລະ ຮັບຮອງເອົາ 6 ບ້ານທີ່ຂຶ້ນກັບເມືອງເຟືອງ ເປັນ ບ້ານປ້ອງກັນຊາດເຂັ້ມແຂງ ພ້ອມທັງມອບໃບຢັ້ງຢືນໃຫ້ແກ່ ຄອບຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມແຂງຢ່າງສົມກຽດ. ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ທອງເຄນ ບຸນໝັ້ນ ກໍໄດ້ໃຫ້ການໂອ້ລົມຕໍ່ພິທີ ເຊິ່ງ ສະຫາຍໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຜົນສຳເລັດຫຼາຍ ດ້ານທີ່ອໍານາດການປົກຄອງ ແລະ ປະຊາຊົນທັງ 6 ບ້ານໄດ້ພ້ອມ ກັນສູ້ຊົນຜ່ານຜ່າຈົນປະສົບຜົນ ສໍາເລັດໃນການສ້າງບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງ ຕາມທິດຊີ້ນໍາຂອງຂັ້ນເທິງ ແລະ ຮຽກຮ້ອງໃຫ້ແຕ່ລະບ້ານສືບຕໍ່ ຮັກສາມູນເຊື້ອ, ຕັ້ງໜ້າປະກອບ ສ່ວນເຂົ້າຮ່ວມເຄື່ອນໄຫວເຮັດ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາາມສະຫງົບ, ປົກປັກຮັກ ສາບ້ານຊ່ອງຂອງຕົນໃຫ້ມີຄວາມ ສະຫງົບ ແລະ ມີການພັດທະນາ ນັບມື້ດີຂຶ້ນ. ໃນຕອນທ້າຍ ຍັງໄດ້ ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນອີກ ດ້ວຍ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ