ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກຮາກຖານກອງພັນທີ 2 ວພກ ດຳເນີນກອງປະຊຸມໃຫຍ່ຄັ້ງທີ 5 ຂອງຕົນ
ເວລາອອກຂ່າວ: 2019-02-06 09:32:26 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 139583320 | ຄວາມນິຍົມ:



ກາງເດືອນ ມັງກອນ 2019 ຜ່ານມານີ້, ຄະນະພັກຮາກຖານ ກອງພັນທີ II ວິທະຍາຄານພະລາ ທິການກອງທັບ ດຳເນີນກອງປະ ຊຸມໃຫຍ່ຄັ້ງທີ Vຂອງຕົນຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນ ປະທານຂອງສະຫາຍພັນເອກ ປອ ບົວເຮືອງ ສົມຟອງບຸດຕາຂັນ ຮອງເລຂາຄະນະພັກ, ຫົວຫນ້າ ການທະຫານວິທະຍາຄານພະລາ ທິການກອງທັບ, ມີບັນດາສະຫາຍ ພະແນກວິຊາການ ແລະ ບັນດາ ແຂກຖືກເຊີນຈາກ 6 ຫ້ອງ 2 ກອງພັນຕະຫລອດຮອດສະມາ ຊິກພັກສົມບູນ ແລະ ສຳຮອງໃນ ທົ່ວກອງພັນເຂົ້າຮ່ວມຢ່າງພ້ອມ ພຽງ. ສະຫາຍພັນຕີ ກິ່ງແກ້ວ ວໍລະ ວົງດີ ຮອງເລຂາຄະນະພັກຮາກ ຖານ-ກອງພັນທີ II ວິທະຍາຄານ ພະລາທິການກອງທັບ ໄດ້ຂຶ້ນ ຜ່ານບົດລາຍງານການເມືອງ ແລະ ບົດທິດທາງແຜນການໃນປີ ຕໍ່ຫນ້າ ເຊິ່ງໄດ້ຍົກໃຫ້ເຫັນຜົນ ງານດ້ານດີທີ່ເປັນພື້ນຖານ ຫລາຍໆດ້ານ ໂດຍສະເພາະແມ່ນ ຄະນະພັກຮາກຖານພວກເຮົາໄດ້ ຖືເອົາການສຶກສາອົບຮົມການ ເມືອງນຳພາ-ແນວຄິດ ໃຫ້ສະມາ ຊິກພັກເປັນຫລັກເຂົ້າໃນການຈັດ ຕັ້ງປະຕິບັດຫນ້າທີ່ວຽກງານໃຫ້ ຖືກຕ້ອງສອດຄ່ອງຕາມແນວ ທາງ, ແຜນນະໂຍບາຍ ແລະ ບັນ ດາມະຕິຄຳສັ່ງຂອງພັກ-ລັດ, ຂອງກອງພັນກໍຄືຂອງວິທະຍາ ຄານຕິດພັນກັບ 4 ຫນ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນ ປະເທດວາງອອກ, ເພື່ອເຮັດໃຫ້ ສະມາຊິກພັກໃນທົ່ວຮາກຖານພັກ ຂອງຕົນມີຄວາມອຸ່ນອຽນທຸ່ນ ທ່ຽງ, ເຊື່ອໝັ້ນຕໍ່ການຊີ້ນຳ-ນຳ ພາຂອງພັກ-ລັດ ແລະ ເອົາໃຈໃສ່ ປະຕິບັດຕໍ່ຂໍ້ກຳນົດ, ກົດລະບຽບ ຂອງກອງທັບ-ຂອງວິທະຍາຄານ ວາງອອກຢ່າງເຂັ້ມງວດ, ຕັ້ງ ຫນ້າປະກອບສ່ວນເຂົ້າຮ່ວມວຽກ ງານຂະບວນການດ້ານຕ່າງໆ ຂອງວິທະຍາຄານ, ທີ່ນອນຢູ່ໃນ ຂົງເຂດວຽກງານການເມືອງ ແລະ ວິຊາສະເພາະຂອງຕົນດ້ວຍ ຄວາມຮັບຜິດຊອບສູງ, ຕິດພັນ ກັບການປັບປຸງກໍ່ສ້າງພັກໃຫ້ເຂັ້ມ ແຂງຫນັກແຫນ້ນບົນພື້ນຖານປະ ຕິບັດຕາມ 5 ຫລັກການ 3 ທິດ ນຳຂອງພັກວາງອອກໃຫ້ປາກົດ ຜົນເປັນຈິງ ພ້ອມນັ້ນແກ້ໄຂຊີວິດ ການເປັນຢູ່ຕາມທ່າແຮງບົ່ມຊ້ອນ ຂອງກົມກອງ. ຄະນະພັກຮາກ ຖານຍັງໄດ້ເອົາໃຈໃສ່ເຮັດວຽກ ງານ ເພື່ອສະຫນອງເຂົ້າເຮືອນ ຄົວລວມໄດ້ຕາມແຜນການຂອງ ວິທະຍາຄານຄື: 250.000 ກີບຕໍ່ ຄົນຕໍ່ປີ ແລະ ສາມາດສ້າງລາຍ ຮັບເຂົ້າຄັງລວມໄດ້ 13.986.000 ກີບ, ກອງປະຊຸມຍັງໄດ້ປ່ອນບັດ ຄັດເລືອກເອົາຄະນະພັກຮາກ ຖານຊຸດໃໝ່ ເພື່ອມາຊີ້ນຳ-ບັນຊາ ກອງພັນທີ II ໃຫ້ມີທ່າກ້າວຂະ ຫຍາຍຕົວຂຶ້ນເລື້ອຍໆໄດ້ຕາມ ຄາດໝາຍ. ໂດຍ: ບຸນຜົງ ອິນທະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ