

![]()
ທ່ານ ທອງລຸນ ສີສຸລິດ ຢ້ຽມຢາມໂຮງງານຜະລິດ ແປ້ງມັນຕົ້ນ ແລະ ໂຮງງານຜະລິດປຸ໋ຍຊີວະພາບ
ເວລາອອກຂ່າວ: 2022-08-05 09:02:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 124 | ຄວາມນິຍົມ:
ເນື່ອງໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ພ້ອມຄະນະ ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງປາກລາຍ ແຂວງໄຊຍະບູລີ
ໃນວັນທີ 3 ສິງຫາ ຜ່ານມານີ້, ທ່ານພ້ອມຄະນະໄດ້ເຂົ້າຢ້ຽມ
ຢາມໂຮງງານຜະລິດແປ້ງມັນ ຕົ້ນ ຂອງ ບໍລິສັດ ພັດທະນາກ້າວ ໜ້າລາວ ຈໍາກັດ ພ້ອມທັງໄດ້ຮັບ
ຟັງການລາຍງານຫຍໍ້ຈາກ ທ່ານ
ໂມ່ສ່ຽນຊຽງ ຜູ້ຈັດການ ບໍລິສັດ ພັດທະນາກ້າວໜ້າລາວ ຈໍາກັດ ເຊິ່ງບໍລິສັດດັ່ງກ່າວຮອດປັດຈຸບັນ ແມ່ນມີເຄື່ອງຈັກ 3 ຊຸດ ສາມາດ ຮອງຮັບຜົນຜະລິດໄດ້ 1.800-2.000 ໂຕນຕໍ່ວັນ, ມີວິຊາການແລະ ກຳມະກອນທັງໝົດ 400 ກວ່າຄົນ, ຄົນລາວ 345 ຄົນ ຍິງ
135 ຄົນ, ຄົນຈີນ 55 ຄົນ ຍິງ 5 ຄົນ, ໄດ້ກໍານົດອັດຕາຄ່າງຈ້າງ ງານເປັນເດືອນ, ພ້ອມທັງມີນະ ໂຍບາຍຕໍ່ຜູ້ທີ່ເຮັດວຽກດີເດັ່ນ, ມີເງິນອຸດໜູນທ້າຍປີ, ມີເງິນອາ ຍຸການເຮັດວຽກ ແລະ ມີນະໂຍ ບາຍເວລາເຈັບເປັນ, ການພັກເຊົາ
ກໍບໍ່ໄດ້ເສຍເງິນ, ເງິນເດືອນຕ່ຳ ສຸດ 2.500.000-4.500.000
ກີບຕໍ່ຄົນຕໍ່ເດືອນ ເຊິ່ງສ້າງວຽກ ເຮັດງານທໍາໃຫ້ຊາວກະສິກອນ, ຜູ້ປະກອບການ ແລະ ແຮງງານຢູ່ຂັ້ນທ້ອງຖິ່ນນັບມື້ຫຼາຍຂຶ້ນ, ພ້ອມດຽວກັນທາງໂຮງງານ ຍັງໄດ້ຊອກບໍລິສັດມາລົງທຶນ ສ້າງຕັ້ງໂຮງງານປຸ໋ຍຊີວະພາບ ຂຶ້ນ, ໂດຍນໍາເອົາກາກ ແລະ ຂີ້ມັນຕົ້ນເປັນວັດຖຸຫຼັກປຸງແຕ່ງ ປຸ໋ຍຊີວະພາບ ເຊິ່ງສາມາດຜະ ລິດໄດ້ 108 ໂຕນຕໍ່ວັນ, ໄດ້ຈໍາ ໜ່າຍຢູ່ພາຍໃນປະເທດລາວ, ເພື່ອໃຫ້ປະຊາຊົນໄປນໍາໃຊ້ເຂົ້າ ໃນການປູກພືດກະສິກຳ. ນອກ ຈາກນັ້ນທາງໂຮງງານໄດ້ສ້າງ ອ່າງບົ່ມແກັສ ຈາກນ້ຳລ້າງມັນ ຕົ້ນ ຈຳນວນ 3 ອ່າງ, ຂະໜາດ ບັນຈຸ 160.000 ແມັດກ້ອນ, ເພື່ອຜະລິດແກັສທົດແທນການ ນໍາໃຊ້ຖ່ານຫີນເຂົ້າໃນການອົບ ແປ້ງມັນຕົ້ນ. ຈາກນັ້ນ, ກໍໄດ້ເຂົ້າ ຢ້ຽມຢາມໂຮງງານຜະລິດປຸ໋ຍຊີ ວະພາບຂອງ ບໍລິສັດ ປຸ໋ຍຊີວະ ພາບລາວ-ຈີນ ເຊິ່ງທັງ 2 ໂຮງ ງານແມ່ນຕັ້ງຢູ່ ບ້ານນໍ້າຊົ້ງ ເມືອງປາກລາຍ, ໃຫ້ການຕ້ອນ ຮັບ ແລະ ນໍາພາຢ້ຽມຢາມໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາ ພັກແຂວງ ເຈົ້າແຂວງໄຊຍະບູ, ມີການນໍາຂອງແຂວງ, ການ ນໍາຂອງເມືອງປາກລາຍ ແລະ ພະນັກງານທັງ 2 ໂຮງງານ.
ໂດຍ: ອຸ່ນເຮືອນ ໂພທິລັກ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ