
ດໍາເນີນກອງປະຊຸມທາບທາມສ້າງແຜນກໍານົດພະນັກງານນໍາພາ-ບັນຊາ ຂັ້ນສູນກາງຄຸ້ມຄອງຢູ່ອົງຄະນະພັກກະຊວງປ້ອງກັນປະເທດ ຮອບທີ 2
ເວລາອອກຂ່າວ: 2022-08-05 09:01:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 8 | ຄວາມນິຍົມ:
ວັນທີ 4 ສິງຫາ 2022 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການ ເມືອງກອງທັບ ໄດ້ດໍາເນີນກອງ ປະຊຸມທາບທາມສ້າງແຜນກໍາ ນົດພະນັກງານນໍາພາ-ບັນຊາຂັ້ນ ສູນກາງຄຸ້ມຄອງ ຢູ່ອົງຄະນະພັກ ກະຊວງປ້ອງກັນປະເທດ ຮອບທີ 2 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ, ມີສະຫາຍ
ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກ
ກະຊວງ, ຄະນະພັກບັນດາກົມ ໃຫຍ່, ກອງພົນ, ວິທະຍາຄານ, ກອງບັນຊາການເຫຼົ່າຮົບ, ກອງ
ບັນຊາການທະຫານແຂວງ, ກອງ
ພັນໃຫຍ່, ໂຮງຮຽນ, ໂຮງໝໍ, ຫົວໜ່ວຍທຸລະກິດທົ່ວກອງທັບ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ກໍາມະການຄະນະ ພັກກະຊວງປ້ອງກັນປະເທດ, ຫົວໜ້າກົມພະນັກງານ ກົມໃຫຍ່ ການເມືອງກອງທັບ ໄດ້ຂຶ້ນລາຍງານກ່ຽວກັບຜົນການທາບທາມສ້າງແຜນກໍານົດພະນັກງານນຳພາ-ບັນຊາ ຂັ້ນສູນກາງຄຸ້ມຄອງ ຢູ່ອົງຄະນະພັກກະຊວງປ້ອງກັນ ປະເທດ ຮອບທີ 1 ມີບັນດາສະ ຫາຍຜູ້ແທນຕາງໜ້າກຳລັງຫຼວງ ແລະ ທ້ອງຖິ່ນ ຈໍານວນເປົ້າໝາຍ ເຂົ້າຮ່ວມທາບທາມຕົວຈິງ 292
ສະຫາຍ, ຍິງ 5 ສະຫາຍ ໃນຈໍາ ນວນທີ່ຄາດຄະເນເຂົ້າຮ່ວມ 387
ສະຫາຍ, ຍິງ 7 ສະຫາຍ; ຂາດ 45 ສະຫາຍ (ເຫດຜົນໄປເຄື່ອນ
ໄຫວປະຕິບັດໜ້າທີ່ຢູ່ພາຍໃນ ແລະ ຕ່າງປະເທດ). ຜ່ານການ ດໍາເນີນການທາບທາມຕົວຈິງ ສາມາດສັງເກດເຫັນວ່າຕໍ່ກັບບັນດາສະຫາຍທີ່ພວມດຳລົງຕຳແໜ່ງປັດຈຸບັນ ແມ່ນຍັງໄດ້ ຮັບຄວາມໄວ້ວາງໃຈຈາກບັນດາ ສະຫາຍພະນັກງານນໍາພາຫຼັກ ແຫຼ່ງພາຍໃນກະຊວງປ້ອງ ກັນ ປະເທດ ເຊິ່ງໄດ້ສະແດງອອກໃນ
ຜົນຄະແນນຄື ໄດ້ຄະແນນ 85% ຂຶ້ນໄປຂອງຈຳນວນຂອງຜູ້ເຂົ້າ ຮ່ວມ; ຕໍ່ກັບຄໍາເຫັນສົ່ງຂ່າວ ແມ່ນບໍ່ທັນມີອັນໃດທີ່ເປັນຈຸດ ອ່ອນພື້ນຖານ ຫຼື ມີລັກສະນະ ໂຄ້ນລົ້ມໂຈມຕີອັກຄະຕິ ເຊິ່ງສະ ແດງອອກໃນດຳເນີນກອງປະຊຸມ ໃນຄັ້ງນີ້ເຫັນສ່ວນຫຼາຍເວົ້າເຖິງ ແຕ່ດ້ານອາຍຸກະສຽນ. ຕໍ່ກັບ ເປົ້າໝາຍສະເໜີໃໝ່ໃນແຕ່ລະ ຕຳແໜ່ງ ເຊິ່ງຜ່ານການຕົກລົງ ເຫັນດີເປັນເອກະພາບຂອງຄະ ນະປະຈຳພັກກະຊວງປ້ອງກັນ ປະເທດໄດ້ເອົາລົງທາບທາມໃນ ຮອບທີ 2.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ ເນັ້ນໃຫ້ບັນດາສະຫາຍຜູ້ແທນ ເຂົ້າຮ່ວມກອງປະຊຸມຄັ້ງນີ້ຈົ່ງ ພ້ອມກັນເຊີດຊູຄວາມຮັບຜິດ ຊອບໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ໃນການໃຊ້ສິດປະຊາທິປະໄຕ ເຕັມສ່ວນ, ສຸມສະຕິປັນຍາໃສ່ ໃນການຄົ້ນຄວ້າ, ຄັດເລືອກເອົາ ເປົ້າໝາຍຜູ້ທີ່ມີເງື່ອນໄຂມາດ ຖານຄົບຖ້ວນ ເພື່ອໃຫ້ຖືກກັບທິດ
ນໍາຂອງພັກໃນສະເພາະໜ້າ ແລະ
ຍາວນານ ໃນຮອບຕໍ່ໄປນີ້, ຕ້ອງ ເລືອກເຟັ້ນໃຫ້ໄດ້ສະຫາຍທີ່ມີ ທັດສະນະທາງດ້ານການ ເມືອງ ໜັກແໜ້ນ, ມີຄຸນສົມບັດສີນທໍາ ປະຕິວັດ, ເປັນຜູ້ທີ່ທັດສະນະພັກ ນໍາພາ, ທັດສະນະຊົນຊັ້ນ, ທັດສະ
ນະອອກແຮງງານ, ທັດສະນະ ວິໄສທັດຕໍ່ບຸກຄົນ, ທັດສະນະປະ ຫວັດສາດ ແລະ ຕົ້ນກໍາເນີດອັນ ແນ່ນອນ ຕົ້ນຕໍແມ່ນຢາກໃຫ້ ພວກສະຫາຍເບິ່ງໃນຄວາມຮັບ ຜິດຊອບຕໍ່ໜ້າທີ່ວຽກງານລວມ ຂອງການນໍາພາ-ບັນຊາ, ມີ ຄວາມຈູບຈ້າວຫ້າວຫັນ, ເຮັດ ສໍາເລັດໜ້າທີ່ການເມືອງທີ່ໄດ້ ຮັບມອບໝາຍຕາມຄວາມຮັບ ຜິດຊອບ, ມີຄວາມຈິງໃຈສັດຊື່ ສຸດຈະລິດເຂົ້າມາເປັນພະນັກ ງານນຳພາ-ບັນຊາ ຂັ້ນສູນກາງ ຄຸ້ມຄອງຂອງກະຊວງປ້ອງກັນ ປະເທດ ເພື່ອບັນຈຸເຂົ້າໃນແຜນ ກໍານົດໃນຊຸມປີຕໍ່ໜ້າໃນການ ນໍາພາກອງທັບເຮົາໃຫ້ເຕີບໃຫຍ່ ເຂັ້ມແຂງ ແລະ ທັນສະໄໝ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ