ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສາມັນ ລະຫວ່າງ 11 ກົມກອງພາກເໜືອລາວ ກັບ ກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2022-08-05 08:59:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 115 | ຄວາມນິຍົມ:



ກອງປະຊຸມສາມັນລະຫວ່າງ 11 ກົມກອງພາກເໜືອລາວ ກັບ ກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 2 ສິງຫາ 2022 ນີ້, ຢູ່ທີ່ກອງບັນຊາການ ທະຫານເຂດ 2 ກອງທັບປະຊາ ຊົນຫວຽດນາມ ເຊິ່ງຝ່າຍລາວ ນໍາໂດຍສະຫາຍ ພັນເອກ ຄໍາດີ ໄຊຍະວົງ ຫົວໜ້າການທະຫານ ກອງພົນທີ 2 ເປັນຫົວໜ້າຄະນະ, ມີກອງພົນທີ 3, ໂຮງຮຽນກໍ່ສ້າງ ນາຍສິບເລກ 1 ແລະ ກອງບັນຊາການທະຫານ 8 ແຂວງພາກ ເໜືອລາວ, ຝ່າຍຫວຽດນາມ ນໍາ ໂດຍ ສະຫາຍ ພົນຈັດຕະວາ ຟ້າມ ຮົ້ງເຈືອງ ຫົວໜ້າກອງບັນຊາ ການທະຫານເຂດ 2 ກອງທັບ ປະຊາຊົນຫວຽດນາມ ເປັນຫົວ ໜ້າຄະນະ, ມີທີ່ປຶກສາທູດປ້ອງ ກັນຊາດ ສປປ ລາວ ປະຈໍາຫວຽດ ນາມ ແລະ ພາກສ່ວນທີ່ກ່ຽວ ຂ້ອງທັງສອງຝ່າຍເຂົ້າຮ່ວມ. ໃນກອງປະຊຸມ ຫົວໜ້າຄະ ນະທັງສອງຝ່າຍ ໄດ້ຜັດປ່ຽນ ກັນລາຍງານຜົນສໍາເລັດຂອງ ການຈັດຕັ້ງປະຕິບັດການຮ່ວມມືສອງຝ່າຍໃນສຸມປີຜ່ານມາ, ໂດຍຍົກໃຫ້ເຫັນຈຸດພິເສດສະ ພາບການຂອງໂລກ, ພາກພື້ນ, ສະພາບພົ້ນເດັ່ນຢູ່ພາຍໃນປະເທດ ແລະ ບັນດາກົມກອງຂອງຕົນ ເປັນຕົ້ນແມ່ນວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ, ການສ້າງເສດຖະກິດ, ວັດ ທະນະທໍາ-ສັງຄົມ, ການປົກປັກ ຮັກສາສ້າງສາພັດທະນາເສັ້ນ ຊາຍແດນລາວ-ຫວຽດນາມ, ການກໍ່ສ້າງພະນັກງານ, ການ ຊອກຂຸດຄົ້ນຈັດສົ່ງອັດຖິທະຫານ ອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມກັບຄືນມາຕຸພູມ, ການຊ່ວຍເຫຼືອກໍ່ສ້າງພື້ນຖານ ໂຄງລ່າງເຕັກນິກການທະຫານ ແລະ ການແພດ, ການຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງ ເຊື້ອພະຍາດໂຄວິດ-19 ແລະ ບັນຫາອື່ນໆທີ່ຈະຕ້ອງເສີມ ຂະຫຍາຍ, ສືບຕໍ່ປັບປຸງແກ້ໄຂ ຮ່ວມມືໃນຕໍ່ໜ້າໃຫ້ມີຄວາມ ຮັດແໜ້ນຂຶ້ນເປັນກ້າວໆ ຍູ້ແຮງ ການພັດທະນາຂອງສອງປະ ເທດກໍ່ຄືກໍາລັງຫຼວງ-ກໍາລັງ ທ້ອງຖິ່ນ 11 ກົມກອງພາກ ເໜືອລາວ ແລະ ກອງບັນຊາການ ທະຫານເຂດ 2 ກອງທັບປະ ຊາຊົນຫວຽດນາມ ໃຫ້ນັບມື້ ກ້າວສູ່ລວງເລິກ, ເປັນການຈັດ ຕັ້ງຜັນຂະຫຍາຍປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ປີ 2022 ຄື: ວັນສ້າງຕັ້ງສາຍ ພົວພັນການທູດ ລາວ-ຫວຽດ ນາມ ຄົບຮອບ 60 ປີ(5 ກັນຍາ 1962-5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ໃຫ້ມີບັນຍາກາດຟົດຟື້ນ, ທັງນີ້ ກໍເພື່ອປະຕິບັດຕາມບົດບັນທຶກ ສັນຍາພົວພັນຮ່ວມມືທີ່ໄດ້ລົງ ນາມນໍາກັນໃນຄັ້ງ ວັນທີ 19 ມັງກອນ 2021 ຢູ່ທີ່ດ່ານຈ່ຽງ ເຂືອງ ເມືອງນໍ້າມ້າ ແຂວງເຊີນ ລາ ສສ ຫວຽດນາມ ໄດ້ຈັດຕັ້ງ ແຮກສ່ຽວນໍາກັນໂດຍສະເພາະ ບັນດາກອງບັນຊາການທະຫານ ແຂວງ ແລະ ກົມກອງທີ່ມີຊາຍ ແດນຕິດຈອດກັນ ຕ້ອງໄດ້ມີ ການເຄື່ອນໄຫວພົວພັນແຮກ ສ່ຽວແລກປ່ຽນບົດຮຽນຊ່ວຍ ເຫຼືອເຊິ່ງກັນ ແລະ ກັນຢ່າງເປັນ ປົກກະຕິເພື່ອເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີແບບພິ ເສດ, ການພົວພັນຮ່ວມມືຮອບ ດ້ານລະຫວ່າງສອງພັກ, ສອງ ລັດ, ສອງກອງທັບ ລາວ-ຫຽວດ ນາມ ເວົ້າລວມ, ເວົ້າສະເພາະ ກໍຄືບັນດາກົມກອງທະຫານພາກ ເໜືອລາວ ກັບ ກອງບັນຊາການ ທະຫານເຂດ 2 ກອງທັບປະຊາ ຊົນຫວຽດນາມ ໃຫ້ໝັ້ນຄົງທະ ນົງແກ່ນຕະຫຼອດໄປ. ກອງປະຊຸມທັງສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນ ລົງນາມເຊັນບົດບັນທຶກຊ່ວຍຈໍາ ສືບຕໍ່ພົວພັນຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ຕາງໜ້າຝ່າຍ ລາວໂດຍ ສະຫາຍ ພັນເອກ ຄຳດີ ໄຊຍະວົງ ຫົວໜ້າການທະຫານກອງພົນທີ 2 ເປັນຫົວໜ້າຄະນະ ຕາງໜ້າຝ່າຍຫວຽດນາມ ໂດຍ ສະຫາຍ ພົນຈັດຕະວາ ຫວູກີມຮ່າ ຮອງຫົວໜ້າກອງບັນຊາການ ທະຫານເຂດ 2 ກອງທັບປະຊາ ຊົນຫວຽດນາມ ພ້ອມດ້ວຍຄະ ນະຜູ້ແທນທັງສອງຝ່າຍເຂົ້າ ຮ່ວມເປັນສັກຄີພິຍານ. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ