ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານແຂວງຜົ້ງສາລີ ມອບລົດໃຫ້ທະຫານເມືອງໃໝ່ ແລະ ເມືອງສໍາພັນ
ເວລາອອກຂ່າວ: 2022-08-05 08:51:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ:



ທ້າຍເດືອນ ກໍລະກົດ 2022 ນີ້, ກອງບັນຊາການທະຫານແຂວງ ຜົ້ງສາລີ ໄດ້ຈັດພິທີມອບລົດໃຫ້ ກອງບັນຊາການທະຫານເມືອງ ໃໝ່ ແລະ ເມືອງສໍາພັນ ເຂົ້າຮ່ວມ ມີ ສະຫາຍ ພົນຈັດຕະວາ ທິດແກ້ວ ພົມປັນຍາ ກໍາມະການຄະນະປະ ຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາ ການທະຫານແຂວງຜົ້ງສາລີ, ມີສະຫາຍ ພັນເອກ ຄໍາສີ ອໍລະພັນ ກຳມະການຄະນະພັກ ກອງບັນຊາ ການ ຫົວໜ້າຫ້ອງເຕັກນິກ ກອງ ບັນຊາການທະຫານແຂວງຜົ້ງ ສາລີ, ມີຄະນະຫ້ອງ, ພະແນກ ການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ຄໍາ ເຊີນ ບຸນຄໍາດີ ຮອງຫົວໜ້າຫ້ອງ ເຕັກນິກ ທະຫານແຂວງຜົ້ງສາລີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຜົ້ງສາລີ ວ່າດ້ວຍການມອບລົດໃຫ້ ກອງບັນຊາການທະຫານເມືອງ ໃໝ່ ແລະ ເມືອງສໍາພັນ, ລົດທີ່ນໍາ ມາມອບໃນຄັ້ງນີ້ແມ່ນລົດທີ່ໄດ້ ຮັບຈາກກະຊວງປ້ອງກັນປະ ເທດ ແລະ ມອບໃຫ້ 2 ກົມກອງ ນໍາໃຊ້ເຂົ້າໃນການປະຕິບັດໜ້າ ທີ່ວຽກງານດ້ານຕ່າງໆຂອງກົມ ກອງໃຫ້ເດີນແມ່ນແລ່ນສະດວກດີຍິ່ງຂຶ້ນ, ເຊິ່ງເປັນລົດຍີ່ຫໍ້ອູອ໋ອດ ປະເພດລົດຈິບ, ໃນພິທີຍັງໄດ້ເຊັນ ບົດບັນທຶກມອບ-ຮັບລົດຢ່າງ ເປັນທ່າງການ. ໃນພິທີດັ່ງກ່າວ, ສະຫາຍ ພັນເອກ ຄໍາສີ ອໍລະພັນ ໄດ້ຮຽກ ຮ້ອງໃຫ້ຄະນະພັກ-ຄະນະບັນ ຊາກອງບັນຊາການທະຫານ ເມືອງໃໝ່ ແລະ ເມືອງສໍາພັນ ກໍ ຄືຂະແໜງການທີ່ກ່ຽວຂ້ອງເອົາ ໃຈໃສ່ຄຸ້ມຄອງ, ປົກປັກຮັກສາພາ ຫະນະເຕັກນິກລົດໃນການນໍາໃຊ້ ໜ້າທີ່ວຽກງານລວມຂອງກົມ ກອງໃຫ້ເກີດຜົນປະໂຫຍດສູງສຸດ ແລະ ເອົາໃຈໃສ່ບົວລະບັດຜັດ ເຊັດລົດໃຫ້ນໍາໃຊ້ໄດ້ຍາວນານ. ໂດຍ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ