ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະນັກກິລາປັນຈັກສີລັດລາວ ເຂົ້າຮ່ວມຊີງແຊັມໂລກ ຄັ້ງທີ 19 ທີ່ມາເລເຊຍ
ເວລາອອກຂ່າວ: 2022-07-29 10:04:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 67 | ຄວາມນິຍົມ:



ຄະນະນັກກີລາປັນຈັກສີລັດ ລາວ ຈຳນວນ 8 ທ່ານ, ນຳ ໂດຍ ທ່ານ ທິບພົງພັດ ມະນີວົງ ຫົວໜ້າຄະນະ, ທ່ານ ວັນໄຊ ອຸດົມຜົນ ກຳມະການຕັດສິນ, ທ່ານ ອາລິສັກ ສິງສຸວົງ ຄູຝຶກ ພ້ອມດ້ວຍນັກກີລາ 5 ຄົນ: ນາງ ອໍລະໄທ ສູນທະວົງ, ນາງ ປຸກກີ້ ສະເຫຼີມບຸບຜາ, ທ້າວ ສຸ ລິໄຊ ສິງສະຫວັດ, ທ້າວ ລາຕີ ອິນທະວົງ ແລະ ທ້າວ ແສງເພັງ ດວງວິໄລ ໄດ້ຮ່ວມການແຂ່ງຂັນ ກີລາປັນຈັກສີລັດ ຊີງແຊັມໂລກ ຄັ້ງທີ 19 ທີ່ມາລາກ້າ, ປະເທດມາ ເລເຊຍ ໃນລະຫວ່າງວັນທີ 26-31 ກໍລະກົດ 2022. ການແຂ່ງຂັນຄັ້ງນີ້ ມີນັກກີລາ ຈາກ 26 ປະເທດເຂົ້າຮ່ວມ ເຊັ່ນ: ອານເຊຣີ, ອົດສະຕຣາລີ, ບັງ ກະລາເທດ, ບຣູໄນ, ການາດາ, ເຢຍລະມັນ, ອິນເດຍ, ອິນໂດ ເນເຊຍ, ກາຊັກສະຖານ, ກຽກ ກິດສະຖານ, ສປປ ລາວ, ໂຮນລັງ, ນູແວນເຊລັງ, ປາກິດສະຖານ, ຟີລິບປິນ, ສິງກະໂປ. ຊູຣີນາມ, ໄທ, ສະຫະລັດອາເມຣິກາ, ອຸດ ສະເບກິດສະຖານ, ສະຫະລາ ຊະອານາຈັກ, ຫວຽດນາມ, ຕັດ ຈິກິດສະຖານ, ອາແຊັກ ໄບຊານ, ຝຣັ່ງ ແລະ ເຈົ້າພາບ ມາເລເຊຍ. ສະເພາະລາວເຮົາ ນັກກີ ລາ 5 ຄົນ ຮ່ວມແຂ່ງຂັນລາຍ ການ, ຕໍ່ສູ້ 5 ລາຍການ ແລະ ຟ້ອນ ປະເພດດ່ຽວ 1 ລາຍການ. ສຳລັບຜົນງານການເຂົ້າຮ່ວມຜ່ານມາຂອງປັນຈັກສີລັດລາວ ຊິງແຊ້ມໂລກ ຄັ້ງທີ 17 ປີ 2016 ຢູ່ບາຫຼີ ປະເທດອິນໂດເນເຊຍ ໄດ້ 1 ຫຼຽນເງິນ, ຄັ້ງທີ 18 ປີ 2018 ຢູ່ສິງກະໂປ ໄດ້ 2 ຫຼຽນ ທອງ ແລະ ການຊີງແຊັມໂລກປະ ເພດຫາດຊາຍ ຄັ້ງທີ 1 ປີ 2019 ຢູ່ພູເກັດ ປະເທດໄທ ໄດ້ 3 ຫຼຽນ ເງິນ 3 ຫຼຽນທອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ