ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສຕລ ຈັດເຝິກອົບຮົມກຳມະການຕັດສິນບານເຕະ U15 ແລະ U18 ປະຈຳປີ 2022
ເວລາອອກຂ່າວ: 2022-07-28 09:20:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 62 | ຄວາມນິຍົມ:



ສະຫະພັນບານເຕະແຫ່ງ ຊາດລາວ (ສຕລ) ໄດ້ຈັດເຝິກ ອົບຮົມກຳມະການຕັດສິນ ເພື່ອ ກຽມຄວາມພ້ອມຕັດສິນການ ແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ ເກີນ 15 ປີ (U15) ແລະ ຮຸ່ນ ອາຍຸບໍ່ເກິນ 18 ປີ (U18) ຊີງ ຂັນປະທານ ສຕລ ປະຈໍາປີ 2022 ຂື້ນເມື່ອວັນທີ 25 ກໍ ລະກົດ 2022, ທີ່ຫ້ອງປະຊຸມ ສຕລ, ໂດຍມີ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວໜ້າອະນຸກໍາມະການ ຕັດສິນ ສຕລ, ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳ ມະການຕັດສິນ ສຕລ, ເປັນຄູ ເຝິກ, ຜູ້ປະເມີນກຳມະການຕັດ ສິນ ແລະ ກຳມະການຕັດສິນ ທັງໝົດ 38 ຄົນ, ເປັນຍິງ 4 ຄົນ ທີ່ມາຈາກຫຼາຍພາກສ່ວນ. ທ່ານ ຄຳແພງ ວົງຂັນຕີ ຮອງ ປະທານ ສຕລ ໄດ້ກ່າວວ່າ: ການ ເຝິກອົບໃນຄັ້ງນີ້ກໍເພື່ອເປັນການ ກະກຽມກຳມະການຕັດສິນໃນ ການແຂ່ງຂັນບານເຕະ U15 ແລະ U18 ຊີງຂັນປະທານ ສຕລ ປະຈໍາປີ 2022 ທີ່ຈະເປີດສາກ ຂຶ້ນໃນຕົ້ນເດືອນສິງຫາທີ່ຈະມາ ເຖິງນີ້. ຂໍໃຫ້ກໍາມະການຕັດສິນ ທຸກຄົນເອົາໃຈໃສ່ໃນການເຝິກ ອົບຮົມ, ສຶກສາກົດລະບຽບທີ່ ທາງຟີຟາ (FIFA) ປັບປຸງໃໝ່ ໃຫ້ລະອຽດ ເພື່ອເຮັດໃຫ້ການ ຕັດສິນແຕ່ລະນັດອອກມາດີທີ່ສຸດ ແລະ ຫຼີກລ່ຽງຂໍ້ຜິດພາດຕ່າງໆ. ສຳລັບການເຝິກອົບກຳມະ ການຕັດສິນໄດ້ດຳເນີນການເຝິກ ອົບຮົມນັບຕັ້ງແຕ່ວັນທີ 25-27 ກໍລະກົດ 2022 ໂດຍບັນດາ ກຳມະການຕັດສິນແມ່ນຈະໄດ້ ຮຽນຮູ້ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ, ພ້ອມດຽວ ກັນນັ້ນກໍຈະໄດ້ມີການທົດສອບ ພາລະກຳລັງຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ