ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແອດເລຕິໂກ ມາດຣິດ ສືບຕໍ່ຂາຍນັກເຕະຄ່າຈ້າງສູງ ເພື່ອດຶງເອົາ ໂຣນັນໂດ ມາຮ່ວມທີມ
ເວລາອອກຂ່າວ: 2022-07-27 09:20:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 58 | ຄວາມນິຍົມ:



ສື່ແອັດສະປາຍລາຍງານ ວ່າ: ຈໍເກເມນເດສ ຕົວແທນຂອງ ຄຣິສເຕຍໂນ ໂຣນັນໂດ ກອງ ໜ້າອາຍຸ 37 ປີ ທີ່ຕ້ອງການ ຍ້າຍອອກຈາກ ແມນເຊສເຕີ ຢູ ໄນເຕັດ ຍັງເຫັນວ່າ ໂອກາດທີ່ ຈະໃຫ້ ໂຣນັນໂດ ໄດ້ຍ້າຍໄປ ແອັດເລຕິໂກ ມາດຣິດ ຍັງມີ ຄວາມເປັນໄປໄດ້ ເພາະຕອນ ນີ້ທີມແອດເລຕິໂກ ມາດຣິດ ຕິດ ບັນຫາພຽງແຕ່ເລື່ອງການເງິນ ເທົ່ານັ້ນ ຖ້າຈັດການຈຸດນີ້ໄດ້ ການຍ້າຍທີມກໍມີ ໂອກາດທີ່ຈະ ເກີດຂຶ້ນ, ເຊິ່ງແອດ ເລຕິໂກ ມາດຣິດ ກໍາລັງພະຍາຍາມຂາຍ ນັກເຕະທີ່ມີຄ່າຈ້າງສູງໆອອກ ຈາກທີມ. ໃນນັ້ນ ມີ ອອງ ຕວນ ກຣິຊມັນ ແລະ ຊາອູລ ຍີເກຊ ເພື່ອຈະໄດ້ມີຊ່ອງຫວ່າງຂອງ ເງິນຄ່າຈ້າງເຫຼືອຫຼາຍພໍທີ່ຈະ ເຊັນ ໂຣນັນໂດ ໄດ້. ຂະນະທີ່ “ເດລີ ເມລ” ລາຍ ງານວ່າ: ບໍ່ວ່າ ໂຣນັນໂດ ຈະກັບ ມາເຝິກຊ້ອມກັບ ແມນເຊັສເຕີ ຢູໄນເຕັດ ໃນອາທິດໜ້າ ຫຼື ບໍ່, ເອຣິກ ເທນ ຮາກ ຜູ້ຈັດການທີມ ແມນຢູ ກໍໄດ້ຕັດສິນໃຈແລ້ວ ວ່າຈະໃຫ້ ອອງໂຕນີ່ ມາກຊິ ຢາວ ກອງໜ້າ ທີ່ຟອມດີໃນໄລ ຍະກຽມລະດູການລົງຫຼິ້ນ ເປັນ ກອງໜ້າຕົວຈິງ ໃນພຣີເມຍລີກ ທີ່ກໍາລັງຈະເປີດລະດູການໃນວັນ ທີ 7 ສິງຫານີ້ ສໍາລັບເກມທໍາອິດຂອງ ແມນ ເຊສເຕີ ຢູໄນເຕັດ ຈະເປີດສະ ໜາມ ໂອລ ແທຣບຟອດ ພົບກັບ ໄບຣຕັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ