ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວພທ ແຂ່ງຂັນສິລະປະ-ວັນນະຄະດີໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-02-05 09:32:28 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ຕົ້ນເດືອນມັງກອນ 2019 ນີ້ ວິທະຍາຄານການແພດກອງທັບ ຈັດງານແຂ່ງຂັນສິລະປະ-ວັນນະ ຄະດີເສັງເພງ-ຂັບລຳ ແລະ ບົດ ຟ້ອນ ໃນໂອກາດສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ແລະ ຄັດເລືອກ ເອົາບຸຄະລາກອນຜູ້ທີ່ມີພອນສະ ຫວັນທາງດ້ານສິລະປະ ເພື່ອສັງ ກັດເຂົ້າໃນໜ່ວຍສິລະປະ-ວັນນະ ຄະດີສະໝັກຫຼິ້ນຂອງວິທະຍາ ຄານການແພດກອງທັບ ໂດຍ ການເຂົ້າຮ່ວມເປັນປະທານ ຂອງພັນໂທ ດຣ ສຸລິວົງ ລັດວິໄລ ຫົວໜ້າການເມືອງວິທະຍາຄານ ການແພດກອງທັບ, ມີຄະນະ ພັກ-ຄະນະບັນຊາ ບັນດາພະແນກ ການ, ພະນັກງານ-ຄູອາຈານນັກ ສຶກສາ ແລະ ນັກສິລະປະເຂົ້າ ຮ່ວມ. ການຈັດຕັ້ງແຂ່ງຂັນສິລະປະ- ວັນນະຄະດີ ເສັງເພງ-ຂັບລຳ ແລະ ບົດຟ້ອນໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີທົ່ວວິທະຍາຄານການ ແພດກອງທັບ ໃນຄັ້ງນີ້ມີ 19 ລາຍການເຂົ້າຮ່ວມມີ: ໜ່ວຍສິລະ ປະ-ວັນນະຄະດີສະໝັກຫຼິ້ນຈາກ ຫ້ອງແພດປະລິນຍາຕີ I, II, III, VI, V,VI ຫ້ອງແພດຊັ້ນສູງ V ແລະ ໜ່ວຍສຳນັກ ຜົນການແຂ່ງຂັນ: ລາງວັນທີ 1 ບົດຟ້ອນໄດ້ແກ່ຫ້ອງ ແພດປະລິນຍາຕີ I, ບົດເພງໄດ້ແກ່ ຫ້ອງແພດປະລິນຍາຕີ V, ຂັບລຳ ໄດ້ແກ່ຫ້ອງແພດປະລິນຍາຕີ IV, ລາງວັນທີ II ບົດຟ້ອນໄດ້ແກ່ໜ່ວຍ ສຳນັກ, ຂັບລຳໄດ້ແກ່ ໜ່ວຍສຳ ນັກ, ບົດເພງ ໄດ້ແກ່ຫ້ອງແພດປະ ລິນຍາຕີ III, ລາງວັນທີ III ບົດ ຟ້ອນໄດ້ແກ່ ຫ້ອງປະລິນຍາຕີ II, ຂັບລຳ ໄດ້ແກ່ຫ້ອງແພດປະລິນ ຍາຕີ I, ບົດເພງ ໄດ້ແກ່ຫ້ອງແພດ ປະ ລິນຍາຕີ III ພ້ອມນີ້ ລາຍການ ທີ່ດີເດັ່ນຈະໄດ້ສະແດງຮັບໃຊ້ ງານສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ວິທະຍາຄານການແພດ ກອງທັບ, ພ້ອມກັນສືບຕໍ່ເຝິກ ຊ້ອມຫັດແອບເພື່ອກະກຽມເຂົ້າ ຮ່ວມງານແຂ່ງຂັນນຳກົມໃຫຍ່ ພະລາທິການກອງທັບໃນຊຸມ ປີຕໍ່ໄປ ແລະ ຮັບໃຊ້ງານພິທີແຮກ ສ່ຽວສອງສະຖາບັນວິທະຍາ ຄານການແພດກອງທັບກັບ ວິທະຍາໄລ ວິທະຍາສາດສຸຂະ ພາບອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ