ການນຳກອງພົນທີ 4 ເຂົ້າອວຍພອນບັນດາການນຳທະຫານເຂດ 4 ສສ ຫວຽດນາມ
ເວລາອອກຂ່າວ: 2019-02-04 10:58:30 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:
ໃນທ້າຍເດືອນ ມັງກອນ
2019 ທີ່ຜ່ານມາ ພັນເອກ ຄຳຍໍ
ລິນຊົມພູ ຫົວໜ້າການທະຫານ ກອງພົນທີ 4 ພ້ອມຄະນະໄດ້ນຳ ເອົາກະຕ່າດອກໄມ້, ຂອງຂວັນ
ແລະ ເງິນສົດເຂົ້າອວຍພອນ ການນຳທະຫານເຂດ 4 ສສ
ຫວຽດນາມ ເຊັ່ນກອງບັນຊາ ການທະຫານເຂດ 4, ກົມເຕັກ ນິກເຂດ 4, ໂຮງງານ 467, ໂຮງຮຽນນາຍທະຫານເຂດ 4 ແລະ ບໍລິສັດໂກເອັກໂກ ສສ ຫວຽດນາມ ເນື່ອງໃນໂອກາດ ບຸນປະເພນີ ຫຼື ບຸນເຕດຂອງຊາວ ຫວຽດນາມໂດຍໄດ້ຮັບການ ຕ້ອນຮັບຢ່າງອົບອຸ່ນຂອງບັນ ດາການນຳທະຫານເຂດ 4 ແລະ ໜ່ວຍງານບໍລິສັດເຂົ້າຮ່ວມ.
ໃນໂອກາດນີ້ ພັກເອກ ຄຳຍໍ
ລິນຊົມພູ ພ້ອມຄະນະຕາງໜ້າ ນາຍ ແລະ ພົນທະຫານກອງ ພົນທີ 4 ສະແດງຄວາມດີອົກດີໃຈ ເນື່ອງໃນໂອກາດບຸນປະເພນີ ຂອງຊາວຫວຽດນາມ ດັ່ງນັ້ນ ການນຳກອງພົນທີ 4 ຂໍອວຍ
ພອນໄຊອັນປະເສີດມາຍັງການ
ນຳທະຫານເຂດ 4 ພ້ອມທັງ
ຄະນະຕະຫຼອດຮອດພະນັກງານ-ນັກຮົບ ແລະ ພະນັກງານກຸ່ມ ບໍລິສັດໂກເອັກໂກ ຈົ່ງມີສຸຂະພາບເຂັ້ມແຂງພ້ອມກັນເຮັດ ສຳເລັດທຸກໜ້າທີ່ວຽກງານທີ່ ພັກ-ລັດມອບໝາຍໃຫ້ພ້ອມກັນ ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງ ແລະ ບໍລິສັດຂອງຕົນໃຫ້ເຕີບ ໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມທັງມອບກະຕ່າຂອງຂວັນ ແລະ ເຄື່ອງອຸປະໂພກ-ບໍລິໂພກ.
ໃນໂອກາດດັ່ງກ່າວບັນດາ ການນຳທະຫານເຂດ 4 ໄດ້ຕາງ ໜ້າຄະນະພັກ-ຄະນະບັນຊາ ພະນັກງານການນຳແຕ່ລະຂັ້ນ, ພະນັກງານ-ນັກຮົບທົ່ວກອງບັນ ຊາການທະຫານເຂດ 4 ສະແດງ
ຄວາມຂອບໃຈເປັນຢ່າງສູງນໍາ ຄະນະພັກ-ຄະນະບັນຊາກອງ ພົນທີ 4 ພ້ອມຄະນະ, ຕະຫຼອດ
ຮອດນາຍ ແລະ ພົນທະຫານ ທົ່ວກອງພົນທີ 4 ຈົ່ງມີສຸຂະພາບ
ແຂງແຮງ, ເຮັດສຳເລັດທຸກໜ້າ ທີ່ວຽກງານທີ່ພັກ-ລັດຂັ້ນເທິງ ມອບໝາຍໃຫ້ ແລະ ໃຫ້ຄຳ
ໝັ້ນສັນຍາວ່າຈະເຮັດທຸກສິ່ງທຸກ ຢ່າງເພື່ອເພີ່ມພູນຄູນສ້າງຮັດ ແໜ້ນຄວາມສາມັກຄີອັນພິເສດ, ໄມຕີຈິດມິດຕະພາບອັນອົບອຸ່ນ ລະຫວ່າງສອງຊາດສອງກອງ ທັບ ຫວຽດນາມ-ລາວ ກໍຄືການ ນຳທະຫານເຂດ 4 ສສ ຫວຽດ
ນາມ ກັບ ກອງພົນທີ 4 ໃຫ້ໝັ້ນ ຄົງທະນົງແກ່ນຕະຫຼອດໄປ.
ໂດຍ: ສຸລິວັນ ແສນບຸດຕະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ