ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບົດບາດຂອງແມ່ຍິງລາວ ໃນຂະບວນການຕໍ່ສູ້ກູ້ຊາດ
ເວລາອອກຂ່າວ: 2022-07-20 10:47:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 109 | ຄວາມນິຍົມ:



ໃນປະຫວັດສາດຂອງຊາດ ລາວໄດ້ບັນທຶກໄວ້ວ່າ: ແມ່ຍິງ ລາວມີພາລະບົດບາດ ແລະ ປະ ກອບສ່ວນທີ່ສໍາຄັນຫຼາຍດ້ານ ບໍ່ວ່າໃນດ້ານການບໍລິຫານບ້ານ ເມືອງ, ຄຸ້ມຄອງຄອບຄົວ ຕະ ຫຼອດຮອດການເຮັດໜ້າທີ່ສໍາ ຄັນທຽບກັບຜູ້ຊາຍ, ໃນສະໄໝສັກ ດີນາບູຮານແມ່ຍິງກໍເຄີຍເປັນຜູ້ ປົກຄອງບໍລິຫານແຜ່ນດິນແທນ ຜົວທີ່ເປັນກະສັດເຊັ່ນ: ມະເຫສີ ຂອງເຈົ້າຟ້າງຸ່ມ ແລະ ມະເຫສີ ຂອງເຈົ້າໄຊເສດຖາ, ເຈົ້ານາງ ເພົາ, ເຈົ້ານາງແພງທີ່ປົກຄອງ ຢູ່ພາກໃຕ້ຂອງລາວ, ແມ່ທັບເພດ ຍິງທີ່ອອກເສິກ ເຊັ່ນ: ເຈົ້ານາງ ຄຳງ້ຽວ. ແມ່ຍິງມີບົດບາດໃນ ການອອກແຮງງານ, ເພີ່ມພູນຜະ ລິດຜົນ ຫາລ້ຽງຄອບຄົວ, ລ້ຽງ ກອງທັບ ແລະ ວຽກອື່ນໆ ເຖິງ ແມ່ນວ່າໃນສະໄໝກ່ອນນັ້ນວິລະ ກຳຕ່າງໆ ຂອງແມ່ຍິງຈະບໍ່ໄດ້ບັນທຶກໄວ້ໃນປະຫວັດສາດຢ່າງ ລະອຽດກໍຕາມ ແຕ່ມູນເຊື້ອອັນດີງາມຂອງແມ່ຍິງຮຸ່ນກ່ອນຍັງ ເປັນແວ່ນແຍງອັນໃສແຈ້ງໃຫ້ ແມ່ຍິງລາວຮຸ່ນຕໍ່ໆມາ. ສະຫະພັນແມ່ຍິງລາວ ເປັນອົງ ການຈັດຕັ້ງການເມືອງທີ່ເຕົ້າໂຮມ ແມ່ຍິງທຸກຊັ້ນຄົນ ແລະ ທຸກຊົນ ເຜົ່າ ທີ່ມີນໍ້າໃຈຮັກຊາດ, ມີຄວາມ ຫ້າວຫັນເສຍສະຫຼະເພື່ອຜົນປະ ໂຫຍດສ່ວນລວມ ແລະ ປະກອບ ສ່ວນເຂົ້າໃນຂະບວນການຕໍ່ສູ ເພື່ອປົດປ່ອຍປະເທດຊາດ ແລະ ກອບກູ້ເອົາເອກະລາດ, ອໍາ ນາດອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງຊາດມາສູ່ ປະຊາຊົນລາວບັນດາເຜົ່າ. ນັບ ແຕ່ປະເທດຊາດ ຕົກຢູ່ພາຍໃຕ້ ການປົກຄອງຂອງຈັກກະພັດ ລ່າເມືອງຂຶ້ນປະຊາຊົນລາວໃນ ທົ່ວປະເທດ ທຸກຍາກຫຼັງ, ຄົນ ລາວຂາດອິດສະຫຼະພາບ, ກຽດ ສັກສີຖືກຢຽບຢໍ່າທໍາລາຍ, ປະ ຊາຊົນຖືກກົດຂີ່ຂູດຮີດຢ່າງ ແສນສາຫັດ ຍິ່ງໄປກວ່ານັ້ນແມ່ ຍິງຖືກລ່ວງລໍ້າທາງເພດ, ຂົ່ມຂືນ ທຳສຳເລົາ ແລະ ຖືກເຂັນຂ້າຢ່າງໂຫດຮ້າຍປ່າເຖື່ອນ. ປະທານໂຮ່ຈີມິນ ໄດ້ ເອີ້ນຊື່ລະບອບນີ້ວ່າ: ລະບອບ ຂົ່ມເຫັງແມ່ຍິງ ແລະ ຂ້າຄົນ. ເຊິ່ງ ເພິ່ນໄດ້ຂຽນບົດຂ່າວ-ບົດຄວາມ ເປີດເຜີຍຮູບແບບການກະທຳ ອັນໂຫດຮ້າຍ ຂອງພວກລ່າເມືອງ ຂຶ້ນຝຣັ່ງ ຢູ່ອິນດູຈີນລົງໃນໜັງ ສືພິມຕ່າງໆຂອງຕ່າງປະເທດວ່າ: ບໍ່ມີແຫ່ງໃດທີ່ແມ່ຍິງ ພົ້ນຈາກ ການກະທຳໂຫດຮ້າຍທາລຸນ ຂອງພວກຮຸກຮານ, ຢູ່ກາງຖະ ໜົນ ຫົນທາງ, ຢູ່ເຮືອນຊານ, ຢູ່ກາງ ຕະຫຼາດ, ຢູ່ໃນບ້ານຊ່ອງ, ຢູ່ບ່ອນ ໃດກໍພົບພໍ້ການກະທໍາຫ້ຽມໂຫດ ສາມານຂອງພວກເຈົ້ານາຍຊັ້ນ ປົກຄອງ, ພວກນາຍທະຫານ, ພວກສາລະວັດຕຳຫຼວດ, ພວກ ລູກນ້ອງຂອງຝຣັ່ງ. ດັ່ງນັ້ນແມ່ ຍິງລາວ ຈໍານວນຫຼວງຫຼາຍຈຶ່ງ ໄດ້ຮັບການປຸກລະດົມຂົນຂວາຍ ໃຫ້ລຸກຂຶ້ນຕໍ່ສູ້ດ້ວຍຫຼາຍຮູບການ ເຊັ່ນ: ເປັນພະນັກງານຮາກຖານ ຂອງກຳລັງປະຕິວັດ ປະກອບ ສ່ວນຢ່າງຕັ້ງໜ້າໃນການຜະລິດ ອາວຸດແບບພື້ນເມືອງຄື: ຂວາກ, ຫ່າວ, ຫຼາວ, ແຫຼມເຂົາເຈົ້າ ເປັນຜູ້ຊຸກເຊື່ອງ ແລະ ລໍາລຽງ ອາວຸດດັ່ງກ່າວພ້ອມດ້ວຍສະ ບຽງອາຫານ, ນຳເອົາຂ່າວຄາວ ຄວາມລັບຂອງສັດຕູໄປບອກ ລູກ-ຜົວ ທີ່ເຂົ້າຮ່ວມຂະບວນການ ຕໍ່ສູ້ ແລະ ໃຫ້ພະນັກງານທະຫານ ອິດສະຫຼະ ທີ່ກໍາລັງເຄື່ອນ ໄຫວປິດລັບເພື່ອຍຶດອຳນາດການ ປົກຄອງໃນເວລານັ້ນ. ບັນດາ ບົດ ເພງ, ບົດຟ້ອນ ທີ່ມີເນື້ອໃນປຸກ ລະດົມນໍ້າໃຈຮັກຊາດ, ເພງ: ຍຸ ວັນນາລີ, ເພງ: ເພດຍິງລາວ ກ້າວຂຶ້ນ, ເພງ: ຕໍ່ຕ້ານ ແລະ ເພງ ອື່ນໆ ໄດ້ຖືກແຕ່ງຂຶ້ນ. ຈາກນັ້ນ ໜ່ວຍວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ ກໍໄດ້ຮັບການ ຈັດຕັ້ງຂຶ້ນຕາມບ້ານຕ່າງໆ ທີ່ເປັນ ຮາກຖານຂອງການປະຕິວັດ ເພື່ອ ເຮັດໜ້າທີ່ເບິ່ງແຍງດູແລປ້ອງ ກັນພະນັກງານ ແລະ ກອງທະ ຫານກູ້ຊາດ ທີ່ເຄື່ອນໄຫວປິດ ລັບໃນເຂດນັ້ນ, ທັງເຮັດໜ້າທີ່ ສືບຂ່າວ-ຕິດຕໍ່ສົ່ງຂ່າວ, ເຂົ້າ ຮ່ວມການດັກສະກັດລັດຕີສັດຕູ, ລໍາລຽງຂົນສົ່ງອາວຸດ, ສະບຽງ ອາຫານຜ່ານຫ້ວຍຮ່ອງ, ພູຜາ ປ່າດົງ ເສັ້ນທາງຍາວໄກ ເພື່ອໄປ ເຖິງພະນັກງານທະຫານລາວອິດ ສະຫຼະ, ປຸກລະດົມຂົນຂວາຍ ແລະ ຈັດຕັ້ງແມ່ຍິງເຂົ້າເປັນ ກອງຫຼອນປ້ອງກັນເວນຍາມ ບ້ານຊ່ອງຂອງຕົນເອງ. ບັນດາ ການຈັດຕັ້ງຕ່າງໆຂອງແມ່ຍິງ ໄດ້ສືບຕໍ່ຂະຫຍາຍຕົວ ແລະ ເຄື່ອນ ໄຫວຮັບໃຊ້ການປະຕິວັດໄດ້ຮັບ ໄຊຊະນະເປັນກ້າວໆມາຈົນ ສາມາດປົດປ່ອຍປະເທດຊາດ ແລະ ສະຖາປະນາເປັນ ສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຢ່າງສະຫງ່າຜ່າເຜີຍ ໃນປີ 1975. ນອກຈາກນັ້ນ, ແມ່ຍິງລາວ ຍັງໄດ້ເປັນເຈົ້າການເຮັດວຽກ ງານເພີ່ມພູນຜະລິດຜົນ, ເຝິກ ແອບຮໍ່າຮຽນ ແລະ ສອນໜັງສື, ສະໝັກເປັນນັກຮົບອະນາໄມ ປະຈຳບ້ານ, ນໍາພາປະຊາຊົນ ປະ ຕິບັດຫຼັກການອະນາໄມຂັ້ນພື້ນ ຖານ, ຍິງໜຸ່ມ ຫຼາຍໝື່ນຄົນຢູ່ຊົນ ນະບົດ, ຢູ່ໃນຕົວເມືອງຕ່າງໆໃນ ທົ່ວປະເທດ ໄດ້ເສຍສະຫຼະອອກ ຈາກຄອບຄົວໄປຮ່ວມການປະ ຕິວັດເຊັ່ນ: ເປັນທະຫານ, ເປັນ ພະນັກງານຂົນຂວາຍການ ເມືອງ, ເປັນພະນັກງານເຄື່ອນ ໄຫວປິດລັບຢູ່ແນວຫຼັງຂອງສັດ ຕູ, ໄປເປັນຄູ, ເປັນແພດໝໍ ຜ່ານ ຂະບວນການດັ່ງກ່າວ ມີເອື້ອຍ ນ້ອງແມ່ຍິງລາວຫຼາຍສະຫາຍ ສ້າງໄດ້ວິລະກໍາ ແລະ ມີຜົນງານ ພົ້ນເດັ່ນຢ່າງຫຼວງຫຼາຍ ເຊິ່ງ ພັກ-ລັດຖະບານໄດ້ໃຫ້ການຍ້ອງ ຍໍຊົມເຊີຍໄດ້ມອບນາມມະຍົດ ເປັນວິລະຊົນແຫ່ງຊາດ, ເປັນ ນັກຮົບແຂ່ງຂັນຢ່າງສົມກຽດ ແລະ ຖືກບັນທຶກໄວ້ໃນປຶ້ມຄໍາປະ ຫວັດສາດຂອງຊາດລາວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ