ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັັກຮາກຖານຫ້ອງພະລາທິການທະຫານແຂວງເຊກອງ ສຳເລັດກອງປະຊຸມໃຫຍ່ຄັ້ງທີ VIII ຂອງຕົນ
ເວລາອອກຂ່າວ: 2019-02-04 09:46:31 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ຕົ້ນເດືອນມັງກອນ 2019 ນີ້, ຄະນະພັກຮາກຖານຫ້ອງພະ ລາທິການທະຫານແຂວງເຊ ກອງສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຕົນ ໂດຍການ ເປັນປະທານຂອງທ່ານ ພົນຈັດ ຕະວາ ສົມທອງ ດອນກັນນ້ອຍ ຄະນະປະຈໍາພັກແຂວງ, ເລຂາ ຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ເຊກອງ, ມີຄະນະພັກ-ຄະນະ ບັນຊາ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານສະມາຊິກ ພັກສົມບູນສໍາຮອງເຂົ້າຮ່ວມ. ພັນເອກ ແສງຄໍາ ບຸນຕຽງຄໍາ ເລຂາຄະນະພັກຮາກຖານ, ຫົວ ໜ້າຫ້ອງພະລາທິການທະຫານ ແຂວງເຊກອງຂຶ້ນຜ່ານບົດລາຍ ງານສອງພາກ ເຊິ່ງໄດ້ສະຫຼຸບຕີລາຄາຄືນວຽກງານການຊີ້ນໍາໆ- ພາຂອງຄະນະພັກໃນໄລຍະ ຜ່ານມາເຫັນວ່າ ຄະນະພັກຄະນະ ບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ ສຶກສາອົບຮົມທາງດ້ານການ ເມືອງແນວຄິດໃຫ້ພະນັກງານ ສະມາຊິກພັກຢ່າງໜັກແໜ້ນ ແລະ ກວ້າງຂວາງ, ປະຕິບັດຕາມຂໍ້ ກຳນົດກົດລະບຽບຂອງກອງ ທັບໄດ້ຢ່າງເຂັ້ມງວດ, ຈັດຕັ້ງປະ ຕິບັດປັບປຸງແບບແຜນວິທີນໍາ ພາຂອງນາຍ ແລະ ພົນທະຫານ ໄດ້ຢ່າງຖືກຕ້ອງ ແລະ ເໝາະສົມ, ຍົກສູງຄວາມຮັບຜິດຊອບທາງດ້ານວຽກງານວິຊາສະເພາະໃຫ້ຄ່ອງແຄ້ວ ແລະ ວ່ອງໄວ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກຕິດ ພັນກັບ 5 ຫຼັກການ 3 ທິດ ນຳ ຂອງພັກ, ເປັນໄມ້ຫຼາວັດແທກຄຸນທາດການເມືອງຂອງສະມາ ຊິກພັກ ເພື່ອເປັນບ່ອນອີງໃຫ້ ແກ່ການຈັດຕັ້ງຜັນຂະຫຍາຍເຂົ້າ ໃນໜ້າທີ່ການເມືອງຂອງພັກ, ປັບປຸງແບບແຜນວິທີນໍາພາ ແລະ ກົງຈັກການຈັດຕັ້ງຂອງພະນັກງານຂັ້ນນຳ-ຂັ້ນບັນຊາແຕ່ລະຂັ້ນໃຫ້ຖືກຕ້ອງປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຊອກໃຫ້ເຫັນບັນຫາທີ່ທ່ວງດຶງຕໍ່ກັບການພັດທະນາກົມກອງ ແລະ ຮີບຮ້ອນແກ້ໄຂໃຫ້ທ່ວງທັນ, ເພີ່ມທະວີຄວາມສາມັກຄີທັງ ພາຍໃນ ແລະ ພາຍນອກໃຫ້ໜັກ ແໜ້ນ, ເຂັ້ມແຂງ ບົນຈິດໃຈບຸກທະ ລຸໄປຄຽງຄູ່ກັນນັ້ນກໍຕ້ອງປະຕິ ບັດນໍ້າໃຈເພິ່ງຕົນເອງ, ກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ກະຕຸກຊຸກຍູ້ສ້າງ ເງື່ອນໄຂໃນການປູກຝັງ-ລ້ຽງ ສັດຕາມເງື່ອນໄຂທ່າແຮງບົ່ມ ຊ້ອນຂອງແຕ່ລະຮາກຖານກົມ ກອງ. ກອງປະຊຸມກໍໄດ້ປ່ອນ ບັດຄັດເລືອກເອົາຄະນະພັກຮາກ ຖານຊຸດໃໝ່ໄດ້ຕາມຄາດໝາຍ . ໂອກາດນີ້, ທ່ານ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ກໍໄດ້ໃຫ້ ກຽດໂອ້ລົມ ແລະ ເໜັ້ນໜັກໃຫ້ ຄະນະພັກຄະນະຮາກຖານຊຸດໃໝ່ ແລະ ພະນັກງານສະມາຊິກພັກ ຕະຫຼອດຮອດພົນທະຫານໃຫ້ຕັ້ງ ໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງ ດ້ານຄຸນທາດການເມືອງ ແລະ ຄຸນ ສົມບັດສິນທໍາປະຕິວັດ, ແບບ ແຜນວິທີເຮັດວຽກ, ມີນໍ້າໃຈ ເສຍສະຫຼະເພື່ອສ່ວນລວມ, ຍົກ ສູງຄວາມຮັບຜິດຊອບທາງ ດ້ານການເມືອງ, ເພີ່ມທະວີຄວາມ ຮັບຜິດຊອບກ້າເຮັດກ້າຕັດສິນໃຈ ເພື່ອບັນລຸຕາມເປົ້າໝາຍ ແລະ ນຳພາກົມກອງກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ. ໂດຍ: ຮຕ ກອງຄໍາ ຈິ່ງດ້າຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ