ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມ ວສ-ປສ ຈັດຕັ້ງພິທີມອບຫຼຽນກາ ແລະ ໃບຍ້ອງຍໍໃຫ້ພະນັກງານ-ນັກຮົບ
ເວລາອອກຂ່າວ: 2019-02-04 09:39:41 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ວັນທີ 22 ມັງກອນ 2019 ນີ້, ກົມວິທະຍາສາດ-ປະຫວັດ ສາດການທະຫານ ໄດ້ຈັດຕັ້ງພິທີ ມອບຫຼຽນໄອອິດສະຫຼະ, ຫຼຽນ ໄຊແຮງງານ ແລະ ໃບຍ້ອງຍໍຂັ້ນ ຕ່າງໆໃຫ້ພະນັກງານ-ນັກຮົບທີ່ມີ ຜົນງານດີເດັ່ນປະກອບສ່ວນເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເນື່ອງໃນວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 70 ປີ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກ ຖານ, ຫົວໜ້າກົມວິທະຍາສາດ- ປະຫວັດສາດການທະຫານ,ມີ ຄະນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບເຂົ້າຮ່ວມ. ພັນໂທ ອຳພອນ ພົມມາລາ ຫົວໜ້າພະແນກການເມືອງໄດ້ ຂຶ້ນຜ່ານລັດຖະດຳລັດຂອງປະ ທານປະເທດແຫ່ງ ສປປ ລາວ ວ່າ ດ້ວຍການມອບຫຼຽນໄຊອິດສະ ຫຼະຊັ້ນ III ຈຳນວນ 16 ໜ່ວຍ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 46 ສະຫາຍ, ຫຼຽນກາແຮງງານ 47 ສະຫາຍ, ໃບຍ້ອງຍໍລັດຖະ ບານ 15 ສະຫາຍ, ໃບຍ້ອງຍໍກະ ຊວງປ້ອງກັນປະເທດ 9 ສະຫາຍ ແລະ ໃບຍ້ອງຍໍຂອງກົມໃຫຍ່ ການ ເມືອງກອງທັບອີກຈຳນວນໜຶ່ງ. ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຍັງໄດ້ໂອ້ລົມຕໍ່ພິທີ ເຊິ່ງ ສະຫາຍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະ ຫາຍຍາດມາໄດ້ໃນຕະຫຼອດໄລ ຍະຜ່ານມາ ແລະ ຮຽກຮ້ອງໃຫ້ ພະນັກງານ-ນັກຮົບພ້ອມກັນ ເສີມຂະຫຍາຍຜົນງານຂອງຕົນ ໃຫ້ສູງເດັ່ນຂຶ້ນຍົກສູງຄວາມຮັບ ຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ ຮັບການມອບໝາຍສືບຕໍ່ຍົກລະ ດັບຄວາມຮູ້ຄວາມສາມາດໃຫ້ ສູງຂຶ້ນ, ອອກແຮງປັບປຸງຖັນ ແຖວສະມາຊິກພັກພະນັກງານ ໃຫ້ມີຄຸນທາດການເມືອງຫນັກ ແຫນ້ນເປັນແບບຢ່າງນຳໜ້າ ເຂົ້າໃນຂົງເຂດວຽກງານເສີມ ຂະຫຍາຍແບບແຜນວິທີເຮັດວຽກ ຂອງຕົນໃຫ້ສູງເດັ່ນປັບປຸງຕົນ ເອງ ແລະ ປັບປຸງກົມກອງໃຫ້ ເປັນກົມ ກອງປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ