ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 2 ປິດການແຂ່ງຂັນກິລາມວນຊົນ
ເວລາອອກຂ່າວ: 2019-02-04 09:33:10 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ໃນວັນທີ 17 ມັງກອນ 2019 ນີ້, ກອງພົນທີ 2 ໄດ້ປິດ ການແຂ່ງຂັນກີລາມວນຊົນ ແລະ ກີລາການທະຫານເພື່ອຂໍ່າ ນັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ໂດຍການເຂົ້າຮ່ວມຂອງພັນເອກ ວຽງແກ້ວ ສີສຸລາດ ຫົວໜ້າການ ທະຫານກອງພົນ, ມີຄະນະພັກ- ຄະນະບັນຊາ, ຄະນະຫ້ອງ, ພະ ແນກການ, ກົມກອງຮາກຖານ ພ້ອມດ້ວຍນັກກີລາຂອງແຕ່ລະ ພາກສ່ວນເຂົ້າຮ່ວມ. ພັນໂທ ອຸ່ນເຕົ່າ ໄຊຍະຄູນ ຫົວ ໜ້າພະແນກອົບຮົມ ຫ້ອງເສນາ ທິການໄດ້ຂຶ້ນຜ່ານບົດສະຫຼຸບຕີ ລາຄາຄືນຜົນສຳເລັດການຈັດ ຕັ້ງແຂ່ງຂັນໃນຕະຫຼອດໄລຍະ ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະ ດວກ ຂໍ້ຫຍຸ້ງຍາກ, ຈຸດດີ, ຈຸດ ອ່ອນ ແລະ ບາງບົດຮຽນທີ່ຖອດ ຖອນໄດ້ ເຫັນວ່າໃນຕະຫຼອດໄລ ຍະການແຂ່ງຂັນບັນດາສະຫາຍ ຄະນະຮັບຜິດຊອບໄດ້ມີການກະ ກຽມຢ່າງຄົບຖ້ວນຮັບປະກັນໃຫ້ ແກ່ການແຂ່ງຂັນໃນຄັ້ງນີ້ສຳ ເລັດຕາມແຜນການ ພ້ອມນັ້ນກຳ ມະການ ແລະ ນັກກີລາແຕ່ລະສະ ຫາຍ, ແຕ່ລະທີມປະຕິບັດໄດ້ໂມງ ເວລາ, ກະຕິກາ ແລະ ຂໍ້ກຳນົດ ການແຂ່ງຂັນຢ່າງເຂັ້ມງວດ ຮູ້ ແພ້ ຮູ້ຊະນະ ເຮັດໃຫ້ການແຂ່ງ ຂັນໃນຄັ້ງນີ້ເຕັມໄປດ້ວຍບັນຍາ ກາດເບີດບານມ່ວນຊື່ນຟົດຟື້ນ ຮັບປະກັນຄວາມປອດໄພ 100%. ກີລາທີ່ນຳມາແຂ່ງຂັນ ໃນຄັ້ງນີ້ປະກອບມີ 2 ປະເພດກີ ລາຄື: ກີລາມ່ວນປະກອບມີ:ບານ ເຕະ, ບານສົ່ງ, ກະຕໍ້ ແລະ ເປ ຕັງ, ກີລາການທະຫານປະກອບ ມີ: ກີລາແລ່ນມ້າງປະກອບອາ ວຸດປືນ AK 400 ແມັດ, ຜ່ານ ການແຂ່ງຂັນຕົວຈິງເຫັນວ່າ ເຕະ ບານຊະນະເລີດໄດ້ແກ່ກອງພັນ 627, ບານສົ່ງຊະນະເລີດ ໄດ້ແກ່ ກອງພັນ 629, ບານສົ່ງອາວຸໂສ ຊະນະເລີດໄດ້ແກ່ກອງພັນສູນ ເຝິກ, ບານສົ່ງຍິງຊະນະເລີດໄດ້ ແກ່ຫ້ອງພະລາທິການ, ກະຕໍ້ຊະ ນະເລີດໄດ້ແກ່ກອງພັນ 627, ເປ ຕັງຊາວໜຸ່ມຊະນະເລີດໄດ້ແກ່ ກອງພັນ 222, ເປຕັງຍິງຊະນະ ເລີດ ໄດ້ແກ່ຫ້ອງການເມືອງ, ກີ ລາແລ່ນມ້າງປະກອບອາວຸດປືນ AK 400 ແມັດ ຊະນະເລີດໄດ້ ແກ່ກອງພັນ 409.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ