ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພະນັກງານການນໍາ ເປົ້າໝາຍ 3 ຊຸດທີ 5 ເຄື່ອນໄຫວຢ້ຽມຢາມ ທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2022-06-30 08:46:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1120 | ຄວາມນິຍົມ:



ວັນທີ 23 ມິຖຸນາ 2022, ສະ ຫາຍ ທອງຈັນ ລັດຕະນະປະດິດ ເຈົ້າເມືອງ ເມືອງໂພນໄຊ ປະ ທານ ປກຊ-ປກສ ຂັ້ນເມືອງ ພ້ອມດ້ວຍ ຄະນະພະນັກງານ ການນໍາ ເປົ້າໝາຍ 3 ຊຸດທີ 5 ໄດ້ເຄື່ອນໄຫວຢ້ຽມຢາມກອງ ບັນຊາການທະຫານແຂວງ ຫຼວງພະບາງ, ໂດຍ ສະຫາຍ ພັນເອກ ວິລ່ຽມ ວົງທິສານ ຫົວ ໜ້າການທະຫານ ກອງບັນຊາ ການທະຫານແຂວງຫຼວງພະ ບາງ ພ້ອມດ້ວຍຄະນະ ໃຫ້ການ ຕ້ອນຮັບ. ສະຫາຍ ພັນເອກ ວິລ່ຽມ ວົງທິສານ ໄດ້ອະທິບາຍຊີ້ແຈງ ກ່ຽວກັບ ທີ່ຕັ້ງ, ພາລະ ບົດບາດ, ສິດ ແລະ ໜ້າທີ່, ການກໍາເນີດ ເຕີບໃຫຍ່ຂະຫຍາຍຕົວ, ຜົນງານ ແລະ ໄຊຊະນະຂອງກອງບັນຊາ ທະຫານແຂວງຫຼວງພະບາງ ໃຫ້ ຄະນະພະນັກງານການນໍາ ເປົ້າ ໝາຍ 3 ໄດ້ຮັບຮູ້ ແລະ ໄດ້ນໍາ ພາຄະນະ ເຄື່ອນໄຫວຢ້ຽມຢາມ ກອງ ພັນ 415 ກອງບັນຊາການ ທະຫານແຂວງຫຼວງພະບາງ ໃນການປັບປຸງກໍ່ສ້າງກົມກອງ, ການປະຕິບັດ 7 ລະບອບ 18 ວຽກຂອງກອງທັບ, ລວມທັງ ການດໍາລົງຊີວິດຂອງພະນັກ ງານ-ນັກຮົບ ພ້ອມທັງ, ຮັບຊົມການສະແດງກໍາລັງປະຈໍາການກຽມພ້ອມຊ່ວຍເຫຼືອປະຊາຊົນ ກອບກູ້ໄພພິບັດທໍາມະຊາດ, ເຊິ່ງ ປະກອບດ້ວຍພາຫະນະລົດເຄື່ອນ ທີ່ໄວ ແລະ ທັດສະນະທ່ຽວຊົມຫໍ ມູນເຊື້ອຂອງກອງບັນຊາການທະຫານແຂວງຫຼວງພະບາງ. ທັງນີ້, ເພື່ອເປັນການພົບປະສ້າງ ສັນຮັດແໜ້ນຄວາມສາມັກຄີໄມ ຕີຈິດມິດຕະພາບ ລະຫວ່າງ ຄະນະ ພັກກອງບັນຊາການທະຫານ ແຂວງຫຼວງພະບາງ ກັບ ຄະນະ ພະນັກງານການນໍາເປົ້າໝາຍ 3 ທີ່ເຂົ້າຮ່ວມມາອົບຮົມ-ຫັດແອບ ວຽກງານ ປກຊ-ປກສ ຊຸດທີ 5 ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ພ້ອມກັນ ນີ້ຍັງເປັນການພົບປະແລກປ່ຽນ ປະສົບການຊີ້ນໍາ-ນໍາພາ ແລະ ບັນຊາກໍາລັງ ປກຊ-ປກສ ຢູ່ຮາກ ຖານທ້ອງຖິ່ນໃຫ້ຖືກຕ້ອງສອດ ຄ່ອງຕາມແນວທາງ ປກຊ-ປກສ ແລະ ປະສົບຜົນສໍາເລັດໃນໜ້າ ທີ່ການເມືອງ ທີ່ການຈັດຕັ້ງພັກ- ລັດ ແລະ ປະຊາຊົນມອບໝາຍ ໃຫ້. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ