ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງໄຊສົມບູນ ມອບເງິນນະໂຍບາຍອຸດໜູນ
ເວລາອອກຂ່າວ: 2022-06-30 08:45:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 700 | ຄວາມນິຍົມ:



ວັນທີ 22 ມິຖຸນາ 2022, ກອງບັນຊາການທະຫານແຂວງ ໄຊສົມບູນ ໄດ້ມອບເງິນນະໂຍ ບາຍອຸດໜູນໃຫ້ພະນັກງານທີ່ພັກ ການຮັບບໍານານ ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ໝອນຄໍາ ດວງສະຫວັນ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງໄຊສົມບູນ, ມີຄະນະ ພັກ-ຄະນະບັນຊາອົງການ 5 ຫ້ອງ ແລະ ພະນັກງານທີ່ພັກ ການກຽມຮັບບໍານານເຂົ້າຮ່ວມ. ສະຫາຍ ພັນຕີ ແອ ແອນນະວົງ ຫົວໜ້າພະແນກພະນັກງານ ກອງ ບັນຊາການທະຫານແຂວງໄຊ ສົມບູນ ໄດ້ຜ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ວ່າດ້ວຍ ການອະນຸມັດ ໃຫ້ນາຍທະຫານ ຢູ່ກອງບັນຊາການ ທະຫານ ແຂວງໄຊສົມບູນ ພັກການກຽມ ຮັບບຳນານ ຈໍານວນ 7 ສະຫາຍ, ພ້ອມທັງຮັບເງິນນະໂຍບາຍອຸດ ໜູນ. ສະຫາຍ ພັນເອກ ໝອນຄໍາ ດວງສະຫວັນ ໄດ້ສະແດງຄວາມ ຮູ້ບຸນຄຸນມາຍັງພະນັກງານທີ່ ພັກການ ໄດ້ຮັບການອະນຸມັດ ໃຫ້ບໍານານໃນຄັ້ງນີ້ ແລະ ຂອບ ໃຈຕໍ່ບັນດາສະຫາຍທີ່ໄດ້ເສຍ ສະຫຼະເຫື່ອແຮງ, ກາຍໃຈໃນພາ ລະກິດປົກປັກຮັກສາ ແລະ ພັດ ທະນາປະເທດຊາດ ໃນໄລຍະ ຜ່ານມາ ເວົ້າລວມ, ເວົ້າສະເພາະ ກໍຄື ແຂວງໄຊສົມບູນ ພ້ອມທັງ, ຮຽກຮ້ອງໃຫ້ພະນັກງານທີ່ພັກ ການຮັບບໍານານ ສືບຕໍ່ເປັນ ແບບຢ່າງຂອງລູກຫຼານ ແລະ ພະນັກງານຮຸ່ນສືບທອດຕໍ່ໆໄປ, ທັງເປັນພົນລະເມືອງປະຕິບັດກົດ ລະບຽບຂອງບ້ານເມືອງ, ເປັນ ຜູ້ສືກສາອົບຮົມລູກຫຼານ ໃຫ້ ເຂົ້າໃຈເເຈ້ງຕໍ່ແນວທາງ, ນະໂຍ ບາຍຂອງພັກ-ລັດປະກອບສ່ວນ ເຂົ້າໃນການພັດທະນາປະເທດ ຊາດໃນໄລຍະໃໝ່. ໂດຍ: ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ