ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະວິຊາຄູປ້ອງກັນອາກາດ ສຳເລັດການນຳພາ ນັກຮຽນຊ້ອມຮົບ ຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2022-06-30 08:44:18 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1170 | ຄວາມນິຍົມ:



ກາງເດືອນມິຖຸນາ 2022, ຄະນະວິຊາຄູປ້ອງກັນອາກາດ ຫ້ອງອົບຮົມ-ກໍ່ສ້າງ ວິທະຍາ ຄານກົມມະດຳ (ວກ) ໄດ້ສໍາເລັດ ການນໍາພານັກຮຽນເຝິກແອບ ຊ້ອມຮົບ ຍິງເປົ້າໝາຍດ້ວຍລູກ ປືນແທ້ ນຳພາໂດຍ ສະຫາຍ ພັນໂທ ສີສົງຄາມ ລອນວິໄຊ ຫົວໜ້າຄະນະວິຊາຄູປ້ອງກັນອາ ກາດ ພ້ອມດ້ວຍພະນັກງານ ຄູ-ອາຈານ ແຕ່ລະພະແນກ ແລະ ນັກຮຽນ ເຂົ້າຮ່ວມ. ສໍາລັບການຊ້ອມຮົບຍິງເປົ້າ ໝາຍດ້ວຍລູກປືນແທ້, ໄດ້ປະຕິ ບັດຕາມແຜນການອົບຮົມ-ກໍ່ສ້າງ ຂອງກົມໃຫຍ່ເສນາທິການ ກອງ ທັບ ເວົ້າລວມ ເວົ້າສະເພາະ ປະຕິ ບັດຕາມໂຄງການຫຼັກສູດການ ຮຽນ ການສອນ ຂອງ ວກ ເພື່ອ ເປັນການທົດສອບທວນຄືນ ຫຼັກ ສູດພາກທິດສະດີຫຼັກການຂອງ ນັກຮຽນທີ່ໄດ້ຮຽນ ນຳມາ ໝູນໃຊ້ເຂົ້າໃນພາກປະຕິບັດ ຕົວຈິງ ເພື່ອໃຫ້ເຂົ້າໃຈ ແລະ ຮູ້ໝູນໃຊ້ບົດຮຽນ ຢູ່ ເທິງໜ້າສະ ໜາມຮົບ ຕາມພູມີປະເທດຕົວຈິງ ສ່ວນຫົວບົດທີ່ນໍາມາເຝິກຊ້ອມ ແມ່ນໝວດປືນປ້ອງກັນອາກາດ ເພີ່ມທະວີໃຫ້ ກອງຮ້ອຍປ້ອງກັນ ອາກາດ ແລະ ປ້ອງກັນກອງພັນ ທະຫານຮາບຈັ້ງທ່າ, ກຳນົດເວລາ 6 ວັນ ສໍາເລັດຕາມແຜນການ. ສ່ວນຜົນຄະແນນສະເລ່ຍການ ຊ້ອມຮົບຍິງເປົ້າໝາຍດ້ວຍລູກ ປືນແທ້ຂອງນັກຮຽນໃນຄັ້ງນີ້ ແມ່ນລືນຄາດໝາຍທີ່ວາງໄວ້. ໂດຍ: ລຸນທອງ ສີບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ