ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງບໍລິຄຳໄຊ ເປີດຊຸດອົບຮົມ ກໍ່ສ້າງນັກວິຊາສະເພາະ ເຕັກນິກກົດລັບ ກົດບັນຊາ
ເວລາອອກຂ່າວ: 2022-06-30 08:43:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 138 | ຄວາມນິຍົມ:



ວັນທີ 22 ມິຖຸນາ 2022, ກອງບັນຊາການທະຫານແຂວງ ບໍລິຄຳໄຊ ໄດ້ເປີດຊຸດອົບຮົມກໍ່ ສ້າງນັກວິຊາສະເພາະເຕັກນິກ ກົດລັບ ກົດບັນຊາ ປະຈໍາປີ 2022, ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ພິດາວັນ ພີມເຮືອງສີ ຫົວໜ້າຫ້ອງເສນາ ທິການ ກອງບັນຊາການທະຫານ ແຂວງບໍລິຄໍາໄຊ, ມີພະແນກ ການທີ່ກ່ຽວຂ້ອງ ພ້ອມດ້ວຍພະ ນັກງານວິຊາສະເພາະກົດລັບ ເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາແບ່ງ ວົງມີຈິດ ຫົວໜ້າພະແນກກົດ ລັບຫ້ອງເສນາທິການ ກອງບັນ ຊາການທະຫານແຂວງບໍລິຄໍາ ໄຊໄດ້ຜ່ານແຜນການອົບຮົມກໍ່ ສ້າງນັກວິຊາສະເພາະດ້ານເຕັກ ນິກກົດລັບ ກົດບັນຊາ ປະຈໍາປີ 2022, ເຊິ່ງຊຸດອົບຮົມໄດ້ແບ່ງ ອອກເປັນ2 ພາກຄື:ພາກທິດ ສະດີ ແລະ ປະຕິບັດຕົວຈິງ. ໃນ ນີ້, ພາກທິດສະດີຈະໄດ້ອົບຮົມ 7 ວັນ ແລະ ປະຕິບັດຕົວຈິງ 40 ວັນ. ທັງນີ້, ເພື່ອແນໃສ່ຍົກ ລະດັບຄວາມຮູ້ຄວາມສາມາດ, ຄຸນນະພາບຂອງນັກວິຊາສະ ເພາະກົດລັບໃຫ້ສູງຂຶ້ນກວ່າເກົ່າ, ສາມາດຮັບປະກັນໃນໜ້າທີ່ ວຽກງານໄດ້ຢ່າງຖືກຕ້ອງຕາມ ຫຼັກການວິຊາສະເພາະ “ປິດ ລັບເດັດຂາດຖືກຈິງຄົບຖ້ວນ ວ່ອງໄວທັນເວລາ”. ສະຫາຍ ພັນໂທ ພິດາວັນ ພີມເຮືອງສີ ໄດ້ຍົກໃຫ້ເຫັນ ຄວາມໝາຍ, ຄວາມສໍາຄັນ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານວິຊາສະເພາະກົດລັບ ພ້ອມທັງ, ເນັ້ນໜັກໃຫ້ພະນັກງານ ທີ່ເຂົ້າຮ່ວມອົບຮົມຈົ່ງພ້ອມກັນ ເອົາໃຈໃສ່ຕັ້ງໜ້າຄົ້ນຄວ້າຮໍ່າ ຮຽນສຸມທຸກຄວາມສາມາດຍາດ ແຍ່ງເອົາບົດຮຽນໃຫ້ໄດ້ດີທັງ ປະລິມານ ແລະ ຄຸນນະພາບ, ເອົາ ໃຈໃສ່ຮັກສາຄວາມສາມັກຄີໃຫ້ ແໜ້ນແຟ້ນ ເຮັດໃຫ້ຊຸດອົບຮົມປະ ສົບຜົນສໍາເລັດຕາມລະດັບຄາດ ໝາຍທີ່ວາງໄວ້. ໂດຍ: ນາງ ນ້ອຍ ບານທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ