ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງບໍລິຄຳໄຊ ປະກາດການເລື່ອນຊັ້ນນາຍສິບ
ເວລາອອກຂ່າວ: 2022-06-30 08:42:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 56 | ຄວາມນິຍົມ:



ໃນວັນທີ 24 ມິຖຸນາ 2022 ນີ້, ກອງບັນຊາການທະຫານ ແຂວງບໍລິຄຳໄຊ ໄດ້ປະກາດການ ເລື່ອນຊັ້ນນາຍສິບ, ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ພິດາວັນ ພິມເຮືອງສີ ຫົວໜ້າຫ້ອງ ເສນາທິການ ທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ພະ ແນກກຳລັງພົນ ພ້ອມດ້ວຍພົນ ທະຫານທີ່ໄດ້ຮັບການເລື່ອນຊັ້ນ ໃໝ່ ເຂົ້າຮ່ວມ. ສະຫາຍ ພັນໂທ ສົມພິດ ຫຼວງລາດ ຫົວໜ້າພະແນກກຳ ລັງພົນ ຫ້ອງເສນາທິການ ທະ ຫານແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍ ການອະນຸມັດເລື່ອນ ຊັ້ນນາຍສິບ ຢູ່ກອງບັນຊາການ ທະຫານແຂວງບໍລິຄຳໄຊ, ອີງ ຕາມຂໍ້ກຳນົດ ວ່າດ້ວຍ ລະບຽບ ການຂອງນາຍສິບ ແລະ ພົນທະ ຫານໃນກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນນີ້, ອະນຸມັດ ເລື່ອນຊັ້ນສິບເອກ ຂຶ້ນ ວາທີ 143 ສະຫາຍ. ສະຫາຍ ພັນໂທ ພິດາວັນ ພິມເຮືອງສີ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ພົນທະຫານທີ່ ໄດ້ຮັບການເລື່ອນຊັ້ນໃໝ່, ພ້ອມ ທັງຮຽກຮ້ອງໃຫ້ແຕ່ລະສະຫາຍ ສືບຕໍ່ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ, ປັບປຸງ ແບບແຜນວິທີເຮັດວຽກໃຫ້ສອດ ຄ່ອງກັບໜ້າທີ່ການເມືອງຂອງ ຕົນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນ ເອງໃຫ້ມີຄຸນທາດການເມືອງ ຄຸນ ສົມບັດສິນທຳປະຕິວັດ, ເອົາໃຈ ໃສ່ຄົ້ນຄວ້າຊອກຮູ້ຮໍ່າຮຽນຍົກລະ ດັບຄວາມຮູ້, ຄວາມສາມາດຂອງ ຕົນໃຫ້ສູງຂຶ້ນ ເພື່ອພ້ອມກັນເຮັດ ສຳເລັດໜ້າທີ່ ທີ່ການຈັດຕັ້ງມອບ ໝາຍໃຫ້ ດ້ວຍໝາກຜົນສູງ. ໂດຍ: ນາງ ນ້ອຍ ບານທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ