ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍສະຫະພັນແມ່ຍິງ ກອງພັນທີ 7 ເປີດກອງປະຊຸມໃຫຍ່ ຄັ້ງທີ III
ເວລາອອກຂ່າວ: 2022-06-30 08:41:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 99 | ຄວາມນິຍົມ:



ໃນວັນທີ 23 ມິຖຸນາ 2022 ນີ້, ໜ່ວຍສະຫະພັນແມ່ຍິງ ກອງພັນທີ 7 ກອງພົນທີ 4 ໄດ້ ເປີດກອງປະຊຸມໃຫຍ່ ຄັ້ງທີ III, ໂດຍການເຂົ້າ ຮ່ວມເປັນປະທານ ຂອງ ສະຫາຍ ພັນໂທ ຈັນທຸມມາ ນໍອາມາດ ຮອງຫົວໜ້າຫ້ອງການ ເມືອງ ກອງພົນທີ4, ມີ ສະຫາຍ ພັນຕີ ນາງ ລຳເງິນ ຫຼວງສະລາດ ຮອງຫົວໜ້າພະແນກສະຫະພັນ ແມ່ຍິງ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາ ກອງພັນທີ 7, ແຂກ ຖືກເຊີນ, ພ້ອມດ້ວຍສະມາຊິກ ສະຫະພັນແມ່ຍິງເຂົ້າຮ່ວມ. ສະຫາຍ ຮ້ອຍໂທ ນາງ ຈັນເພັງ ເຄນຈັນຫອມ ເລຂາໜ່ວຍ ສະຫະພັນແມ່ຍິງ ກອງພັນທີ 7 ໄດ້ສະຫຼຸບຕີລາຄາການເຄື່ອນ ໄຫວວຽກງານໄລຍະ 3 ປີ ຜ່ານ ມາ, ຄະນະໜ່ວຍສະຫະພັນແມ່ຍິງ ກອງພັນທີ 7 ໄດ້ຖືສຳຄັນວຽກ ງານສຶກສາອົບຮົມການເມືອງ- ນໍາພາແນວຄິດໃຫ້ສະມາຊິກສະ ຫະພັນແມ່ຍິງພາຍໃນໜ່ວຍມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີ ຄວາມຮູ້, ຄວາມສາມາດ ມີແບບ ແຜນດຳລົງຊິວິດທີ່ຖືກຕ້ອງ ເສີມ ຂະຫຍາຍມູນເຊື້ອອັນດີງາມຂອງ ຊາດ ກໍຄືມູນເຊື້ອຂອງແມ່ຍິງ ລາວ, ປະຕິບັດຖືກຕ້ອງຕາມແນວ ທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດ, ຂໍ້ກຳນົດ, ກົດລະ ບຽບຂອງກອງທັບ, ຂໍ້ກຳນົດ ກົດ ລະບຽບຕ່າງໆຂອງສູນກາງສະ ຫະພັນແມ່ຍິງວາງອອກຢ່າງເຂັ້ມ ງວດ. ປັດຈຸບັນໜ່ວຍສະຫະ ພັນແມ່ຍິງ ກອງພັນທີ 7 ມີສະມາ ຊິກທັງໝົດ 14 ສະຫາຍ, ສະມາ ຊິກພັກ 6 ສະຫາຍ, ເຄື່ອນໄຫວ ປະກອບສ່ວນປະຕິບັດວຽກງານ ຂະບວນການຕ່າງໆພາຍໃນກົມ ກອງສາມາດສ້າງໄດ້ຜົນງານ ຫຼາຍດ້ານ, ໄປຄຽງຄູ່ກັບວຽກ ງານອື່ນສະຫະພັນແມ່ຍິງມີບົດ ບາດສ້າງເສດຖະກິດຄອບຄົວ ເຊິ່ງຍຶດຖືການປູກ-ການລ້ຽງ ແລະ ອື່ນໆ.ສາມາດສ້າງລາຍຮັບ ເຂົ້າໜ່ວຍ 7 ກວ່າກີບ, ຈາກຜົນ ງານໃນໄລຍະຜ່ານມາໜ່ວຍສະ ຫະພັນແມ່ຍິງ ກອງພັນທີ 7 ສາ ມາດສ້າງໄດ້ຄື: ຄອບຄົວຕົວແບບ 2 ຄອບຄົວ, ບຸກຄົນ 3 ດີ ປະເພດ I ມີ 5 ສະຫາຍ, ບຸກຄົນ 3 ດີ ປະ ເພດ II ມີ 9 ສະຫາຍ, ໃນກອງປະ ຊຸມຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍຊຸດໃໝ່, ເຊິ່ງໄດ້ ເອ ກະພາບເອົາ ສະຫາຍ ຮ້ອຍ ໂທ ນາງ ລັດສະໝີ ດວງພະຈັນ ເປັນ ເລຂາໜ່ວຍ, ສະຫາຍ ຮ້ອຍໂທ ນາງ ສອນວິໄລ ສີສັງທອງ ເປັນ ຮອງເລຂາໜ່ວຍ, ສະຫາຍ ຮ້ອຍ ໂທ ນາງ ລຳມອນ ແສງດວງດີ ເປັນກຳມະການກວດກາ ເພື່ອສືບ ຕໍ່ນຳພາໜ່ວຍສະຫະພັນແມ່ຍິງ ກອງພັນທີ 7 ປະກອບສ່ວນເຂົ້າ ໃນວຽກງານຂອງກົມກອງໃຫ້ ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ. ໂດຍ: ອານຸສັກ ຈູມມະນີວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ