ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການເຄື່ອນໄຫວຂອງກົມກອງທ້ອງຖິ່ນໄລຍະກາງເດືອນມິຖຸນາ
ເວລາອອກຂ່າວ: 2022-06-30 08:39:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 58 | ຄວາມນິຍົມ:



ພະແນກບໍລິຫານ ກອງພັນ ໃຫຍ່ 302 ກອງພົນທີ 3: ສະຫຼຸບ ວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ, ຄະນະພັກ-ຄະນະ ບັນຊາ ນອກຈາກເຮັດສຳເລັດ ໜ້າທີ່ການເມືອງແລ້ວ ຍັງເອົາ ໃຈໃສ່ໄດ້ຈັດຕັ້ງລະບົບປະຈຳ ການ 3 ຂັ້ນ ຕະຫຼອດ 24 ຊົ່ວໂມງ ເຮັດໃຫ້ຂອບເຂດຮັບຜິດຊອບມີ ຄວາມສະຫງົບໂດຍພື້ນຖານ ນອກນີ້ ຍັງໄດ້ເອົາໃຈໃສ່ວຽກ ງານເພີ່ມພູນຜະລິດຜົນດ້ວຍ ການປູກຜັກຊະນິດຕ່າງໆ, ລ້ຽງ ແບ້, ໄກ່, ເປັດ, ນົກກະທາ ແລະ ການບໍລິການອື່ນໆ ສາມາດສ້າງ ລາຍຮັບໄດ້ທັງໝົດ 16 ລ້ານກວ່າ ກີບ. v ກອງບັນຊາການທະຫານ ແຂວງຫຼວງພະບາງ: ປະກາດ ການບົ່ງຕົວແຕ່ງຕັ້ງເລຂາ, ຮອງ ເລຂາໜ່ວຍພັກ ຫ້ອງການຄະ ນະກຳມະການ ປກຊ-ປກສ, ຕາມ ມະຕິຕົກລົງຂອງຄະນະພັກກອງ ບັນຊາການທະຫານແຂວງຫຼວງ ພະ ບາງ ວ່າດ້ວຍການບົ່ງຕົວແຕ່ງ ຕັ້ງເລຂາ, ຮອງເລຂາ ໜ່ວຍພັກ ຫ້ອງການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບແຂວງຫຼວງ ພະບາງ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ໄມທົນ ຈັນດາລາ ເປັນເລ ຂາໜ່ວຍພັກ ແລະ ສະຫາຍ ພັນ ໂທ ຫຸມເພັງ ທຳມະວົງຈິດ ເປັນ ຮອງເລຂາ ທັງນີ້, ກໍເພື່ອເປັນ ການປັບປຸງບູລະນະກົງຈັກການ ຈັດຕັ້ງນຳພາ-ບັນຊາໃນກຳລັງ ປະກອບອາວຸດ ໂດຍສະເພາະຢູ່ ກອງບັນຊາການທະຫານແຂວງ ຫຼວງພະບາງ ໃຫ້ມີຄວາມເຂັ້ມ ແຂງໜັກແໜ້ນຮອບດ້ານ ເພື່ອ ເຮັດສຳເລັດໜ້າທີ່ໃນການປົກປັກ ຮັກສາ ແລະ ພັດທະນາປະເທດ ຊາດໃນໄລຍະໃໝ່. v ໜ່ວຍຊາວໜຸ່ມ ກອງຮ້ອຍ 23 ກອງບັນຊາການທະຫານ ແຂວງຜົ້ງສາລີ: ດຳເນີກອງປະ ຊຸມໃຫຍ່ ຄັ້ງທີ XII ເຊິ່ງຄະນະ ນຳໜ່ວຍຊາວໜຸ່ມນອກຈາກເຮັດ ສຳເລັດໜ້າທີ່ວິຊາສະເພາະຂອງ ຕົນ ກໍຄືປະກອບສ່ວນເຮັດສຳ ເລັດໜ້າທີ່ການເມືອງກົມກອງ ເປັນຢ່າງດີແລ້ວ ຍັງໄດ້ເອົາໃຈ ໃສ່ສ້າງຂະບວນການ ດ້ານຕ່າງໆ ອັນໄດ້ເຮັດໃຫ້ກົມກອງມີບັນ ຍາການຟົດຟື້ນ ກອງປະຊຸມຍັງ ໄດ້ປ່ອນບັດຄັດເລືອກເອົາຄະນະ ໜ່ວຍຊຸດໃໝ່ໄດ້ຕາມລະດັບຄາດ ໝາຍ. v ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ: ຈັດຕັ້ງສອບເສັງ ເອົານັກຮຽນເຂົ້າຮຽນກໍ່ສ້າງວັດ ທະນະທຳ ມ6-ມ7 ທັງນີ້ ເພື່ອ ເປັນການຄັດເລືອກເອົານັກຮຽນ ຜູ້ທີ່ມີຄຸນສົມບັດສິນທຳປະຕິວັດ, ຮຽນດີ, ຮຽນເກັ່ງ, ມີຄວາມຮູ້, ຄວາມສາມາດ ຖືກຕ້ອງຕາມທິດ ທາງກໍ່ສ້າງກຳລັງຂອງກະຊວງ ປ້ອງກັນປະເທດວາງອອກ ແລະ ລະບຽບການຂອງການສອບເສັງ ທີ່ກະຊວງສຶກສາທິການ ແລະ ກີ ລາວາງອອກ ໃຫ້ມີປະສິດທິພາບ ສູງ. ສຳລັບການສອບເສັງໃນ ຄັ້ງນີ້ ປະກອບມີ: ວິຊາຄະນິດ ສາດ, ວິຊາພາສາລາວ ແລະ ວິ ຊາພະລະສຶກສາ ມີນັກຮຽນເຂົ້າ ສອບເສັງຈຳນວນ 188 ຄົນ ການ ສອບເສັງໃຊ້ເວລາ 2 ວັນ ຈຶ່ງ ຈະສຳເລັດ ພ້ອມດຽວກັນນີ້ ຍັງ ໄດ້ຈັດຕັ້ງສອບເສັງຈົບຊັ້ນໃຫ້ ນັກຮຽນກໍ່ສ້າງນາຍສິບ ລະບົບ 1 ປີ ຊຸດທີ 25 ແລະ ນັກຮຽນກໍ່ ສ້າງເລັ່ງລັດບັນຊາຂັ້ນໝວດ ກອງຮ້ອຍ ຊຸດທີ 4 ຕື່ມອີກ. v ກອງພັນ 223 ກອງພົນ ທີ 3: ໄດ້ປະກາດການເລື່ອນຊັ້ນ ນາຍສິບ ໃຫ້ຜູ້ທີ່ມີຜົນງານດີ ເດັ່ນ ຮອດກຳນົດການເລື່ອນຊັ້ນ ຕາມຂໍ້ຕົກລົງຂອງກົມໃຫຍ່ເສ ນາທິການກອງທັບ ວ່າດ້ວຍການ ອະນຸມັດເລື່ອນຊັ້ນນາຍສິບຢູ່ ກອງພັນ 223, ອີງຕາມຂໍ້ກຳນົດ ວ່າດ້ວຍ ລະບຽບການຂອງນາຍ ສິບ ແລະ ພົນທະຫານໃນກອງ ທັບປະຊາຊົນລາວ (ສະບັບປັບ ປຸງ) ຕົກລົງເລື່ອນຊັ້ນສິບເອກ ຂຶ້ນ ວາທີ ຈຳນວນ 4 ສະຫາຍ. v ກອງບັນຊາການທະຫານ ເມືອງປາກຊັນ ແຂວງບໍລິຄຳໄຊ: ເປີດບັ້ນອົບຮົມ-ຫັດແອບການ ເມືອງ, ການທະຫານ ແລະ ພາ ລະທິການ-ເຕັກນິກ ຈຸດປະສົງ ເພື່ອແນໃສ່ເຮັດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກ ແໜ້ນ, ກໍາແໜ້ນບັນດາທິດສະດີ ຫຼັກການ, ສິລະປະຍຸດ-ຍຸດທະວິ ທີໃຫ້ມີຄວາມຊໍານານຄ່ອງແຄ້ວ, ທັງເປັນການຊຸກຍູ້ຂະບວນການ ຈັດຕັ້ງປະຕິບັດຂໍ້ກໍານົດ, ກົດ ລະບຽບຂອງກອງທັບ ແລະ ເປັນ ການເຝິກຝົນກຳລັງກາຍຂອງ ພະນັກງານ-ນັກຮົບໃຫ້ມີສຸຂະ ພາບແຂງແຮງ ເພື່ອກຽມພ້ອມ ເຮັດສໍາເລັດໜ້າທີ່ການເມືອງ ຂອງກົມກອງ. v ກອງຮ້ອຍ 202 ທະຫານ ແຂວງຫຼວງພະບາງ: ສະຫຼຸບວຽກ ງານຮອບດ້ານປະຈຳ 6 ເດືອນ ຕົ້ນປີ, ນອກຈາກຄະນະພັກ-ຄະ ນະບັນຊາໄດ້ເອົາໃຈໃສ່ວຽກງານ ເຮັດໃຫ້ສະພາບຂອບເຂດກົມ ກອງ ຮັບຜິດຊອບມີຄວາມສະ ຫງົບປອດໄພແລ້ວ ຍັງໄດ້ເອົາໃຈ ໃສ່ຊີ້ນຳ-ນຳພາວຽກງານແກ້ໄຂ ຊີວິດການເປັນຢູ່ຂອງພະນັກ ງານ-ນັກຮົບ ດ້ວຍການປູກຜັກຊະ ນິດຕ່າງໆເກັບກູ້ໄດ້ 1.656 ກິ ໂລກຣາມ, ລ້ຽງງົວ 18 ໂຕ, ແບ້ 21 ໂຕ ແລະ ການບໍລິການອື່ນໆ ສາມາດສ້າງຮັບໄດ້ທັງໝົດ 82 ລ້ານກວ່າກີບ. v ກອງພົນທີ 3: ໄດ້ສ້າງຂະ ບວນການແຂ່ງຂັນກີລາເຕະບານ ເພື່ອ ຂ່ຳນັບຮັບຕ້ອນວັນປະຫວັດ ສາດສຳຄັນຕ່າງໆຂອງຊາດ ຂອງກອງທັບ ໂດຍສະເພາະວັນ ສ້າງຕັ້ງແຂວງອຸດົມໄຊ, ວັນ ສ້າງຕັ້ງກຳລັງປ້ອງກັນຄວາມ ສະຫງົບແຂວງອຸດົມໄຊຄົບຮອບ 60 ປີ, ວັນເຊັນສົນທິສັນຍາ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ໃຫ້ມີບັນຍາ ກາດຟົດຟື້ນ ແລະ ຄວາມໝາຍ ເລິກເຊິ່ງ, ທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງພະນັກງານ-ນັກຮົບໃນກົມກອງໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ