ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນແຂວງສະຫວັນນະເຂດ ປິດຊຸດຮຽນການກໍ່ສ້າງນາຍສິບ
ເວລາອອກຂ່າວ: 2022-06-30 08:33:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 397 | ຄວາມນິຍົມ:



ວັນທີ 24 ມິຖຸນາ 2022, ໂຮງຮຽນການທະຫານທ້ອງ ຖິ່ນແຂວງສະຫວັນນະເຂດ ໄດ້ ປິດອົບຮົມກໍ່ສ້າງນາຍສິບ ຊຸດ ທີ VI ປະຈໍາສົກປີ 2021-2022, ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ສົມ ພອນ ມິດຕະພອນ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ,ມີກົມກຳລັງພົນ ກົມໃຫຍ່ເສນາ ທິການກອງທັບ ມີ ສະຫາຍ ພັນ ເອກ ຄຳເພັດ ສຸລິຍະວົງ ຫົວໜ້າ ການທະຫານກອງບັນຊາການ ທະຫານແຂວງສະຫວັນນະ ເຂດ, ການນຳເມືອງພີນ, ຄະນະ ພັກ-ຄະນະບັນຊາອົງການ 5 ຫ້ອງກອງບັນຊາການທະຫານ ແຂວງ, ຄະນະພັກ-ຄະນະອຳ ນວຍການໂຮງຮຽນ, ພະນັກ ງານຄູ-ອາຈານ ຕະຫຼອດຮອດ ນັກຮຽນນາຍສິບ ແລະ ແຂກຖືກ ເຊີນເຂົ້າຮ່ວມ. ສະຫາຍ ພັນໂທ ບົວຜັນ ວິ ໄລສອນ ຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງຖິ່ນ ແຂວງສະຫວັນນະເຂດ, ໄດ້ຂຶ້ນ ຜ່ານບົດສະຫຼຸບຕີລາຄາຄືນການ ຈັດຕັ້ງອົບຮົມຫັດແອບໃນ ໄລຍະ 10 ເດືອນ ຜ່ານມາ, ສາມາດຕີ ລາຄາຄວາມຮູ້ຄວາມສາມາດ ການຮຽນ-ການສອນຂອງຄູ-ອາຈານກໍຄືນັກສຶກສາ, ທີ່ໄດ້ທຸ້ມ ເທ ເຫື່ອແຮງຈິດໃຈໃສ່ໃນບັ້ນເຝິກ ອົບຮົມຄັ້ງນີ້ຈົນໄດ້ຮັບຜົນສຳເລັດເປັນຢ່າງດີ, ເພາະມັນແມ່ນບາດ ກ້າວໜຶ່ງທີ່ສຳຄັນໃນວຽກງານ ປັບປຸງກໍ່ສ້າງກຳລັງ, ປັບປຸງແບບ ແຜນວິທີເຮັດວຽກຂອງພະນັກ ງານບັນຊາຂັ້ນຈຸ, ຂັ້ນໝູ່, ຂັ້ນ ໝວດ, ໂດຍເຫັນໄດ້ຄວາມສຳຄັນ ຈຳເປັນພາວະວິໄສໃນໜ້າທີ່ ວຽກ ງານ, ໃນການປັບປຸງກໍ່ສ້າງກອງ ທັບໃຫ້ມີລະບຽບແບບແຜນ ທັນ ສະໄໝ ແລະ ມີຄວາມເປັນເອກະ ພາບໃນສະເພາະໜ້າ ແລະ ຍາວ ນານ, ເຊິ່ງມັນສະແດງອອກ ຄື: ການສອບເສັງພາກການ ເມືອງມີຈຳນວນພົນສອບເສັງ 148 ສະຫາຍ ເກັ່ງມີ 35 ສະ ຫາຍ ເທົ່າກັບ 23,648%, ກາງມີ 113 ສະຫາຍ ເທົ່າກັບ 76,351%, ສອບເສັງພາກການທະຫານມີ 3 ພາກ ຄື: ພາກສີລະປະຍຸດ ຈໍານວນພົນສອບເສັງ 148 ສະຫາຍ,ເສັງໄດ້ຂັ້ນເກັ່ງ 41 ສະຫາຍ ເທົ່າກັບ 27,702%, ກາງ 102 ສະຫາຍ ເທົ່າກັບ 68,918%, ສອບເສັງພາກຍຸດ ທະວິທີຈຳນວນພົນສອບເສັງ 148 ສະຫາຍ ເກັ່ງ 53 ສະ ຫາຍ ເທົ່າກັບ 35,810%, ກາງ 95 ສະຫາຍ ເທົ່າກັບ 64,189%,ສອບເສັງ ພາກລະ ບຽບຈໍານວນພົນສອບເສັງ 148 ສະຫາຍ ເສັງໄດ້ຂັ້ນເກັ່ງ 44 ສະຫາຍ ເທົ່າກັບ 29,729%, ກາງ 104 ສະຫາຍ ເທົ່າກັບ 70,270% . ຈາກນັ້ນກໍໄດ້ມີພິທີມອບໃບປະກາດສະນີຍະບັດ ໃຫ້ນັກຮຽນ. ໂອກາດດັ່ງກ່າວ, ສະຫາຍ ພົນ ຈັດຕະວາ ສົມພອນ ມິດຕະພອນ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຄູ-ອາຈານ ແລະ ນັກຮຽນ ທີ່ໄດ້ພ້ອມກັນຜ່ານຜ່າອຸປະສັກ ຄວາມຫຍຸ້ງຍາກ, ເຖິງຈະຢູ່ໃນ ຊ່ວງວິກິດການລະບາດຂອງ ພະຍາດ ໂຄວິດ-19 ກໍຕາມ ແຕ່ກໍໄດ້ພ້ອມກັນປະຕິບັດຕາມແຜນການຮຽນການສອນໄດ້ປະສົບ ຜົນສຳເລັດເປັນຢ່າງດີ ແລະ ຮຽກ ຮ້ອງໃຫ້ນຳເອົາຄວາມຮູ້ຈາກບົດ ຮຽນທີ່ຄູ-ອາຈານໄດ້ມອບໝາຍ ໃຫ້ໄປຈັດຕັ້ງຜັນຂະຫຍາຍເຂົ້າ ໃນວຽກງານຕົວຈິງຢູ່ກົມກອງ ຂອງຕົນໃຫ້ເກີດດອກອອກຜົນ. ພາບ-ຂ່າວ: ພານິດ ພິລາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ