ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສອງກົມຂົນສົ່ງກອງທັບ ລາວ-ຫວຽດນາມນັບມື້ມີການພົວພັນຮ່ວມມືຢ່າງຮອບດ້ານ
ເວລາອອກຂ່າວ: 2022-06-30 08:31:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ:



ເນື່ອງໃນໂອກາດກະກຽມ ສະເຫຼີມສະຫຼອງປີສາມັກຄີມິດ ຕະພາບລາວ-ຫວຽດນາມ ໃກ້ຈະ ໝູນວຽນມາບັນຈົບຄົບຮອບອີກ ວາລະໜຶ່ງໃນປີ 2022, ຄືວັນ ເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມຄົບຮອບ 45 ປີ (18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນ ການທູດລາວ-ຫວຽດນາມ ຄົບ ຮອບ 60 ປີ (5/9/1962-5/9/ 2022) ສະຫາຍ ພົນຈັດຕະ ວາ ບຸນຍົງ ວົງພົມ ກໍາມະການ ຄະນະພັກອົງ ການກົມໃຫຍ່ຫົວ ໜ້າກົມຂົນສົ່ງກົມໃຫຍ່ພະລາທິ ການກອງທັບ ໄດ້ໃຫ້ທັດສະນະ ຕໍ່ກັບວັນສໍາຄັນດັ່ງກ່າວວ່າ: ລາວແລະ ຫວຽດນາມ ເປັນປະເທດ ບ້ານໃກ້ເຮືອນຄຽງ, ມີຊາຍແດນ ຮ່ວມກັນຍາວກວ່າ 2.000 ກິ ໂລແມັດ, ພ້ອມກັນອີງຫຼັງໃສ່ ສາຍພູຫຼວງ ແລະ ພ້ອມກັນຮ່ວມ ຊົມໃຊ້ແມ່ນໍ້າລໍາເຊ, ພູຜາປ່າດົງ, ດິນດອນຕອນຫຍ້າ ເພື່ອດໍາລົງ ຊີວິດ, ດໍາເນີນການຕໍ່ສູ້ຕ້ານສັດຕູ ຜູ້ຮຸກຮານ,ປະຊາຊົນ 2 ຊາດ ລາວ-ຫວຽດນາມ ມີມູນເຊື້ອໄປ ມາຫາສູ່ແລກປ່ຽນສິນຄ້າ, ແລກ ປ່ຽນວັດທະນະທຳນຳກັນ, ຢູ່ຫຼາຍ ທ້ອງຖິ່ນກໍມີບ້ານ, ຫຼາຍຄອບຄົວ ເປັນດອງກັນ, ມີອຸດົມຄະຕິ ແລະ ຄວາມມຸ່ງມາດປາຖະໜາອັນ ດຽວກັນຄືຄວາມເປັນເອກະລາດ, ສັນຕິພາບ ແລະ ຮັ່ງມີຜາສຸກ, ປະ ຊາຊົນ 2 ຊາດໄດ້ມີມູນເຊື້ອສາມັກ ຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາ ແຕ່ດົນນານ , ພິເສດ ແມ່ນໄລຍະດໍາເນີນການຕໍ່ສູ້ປະຕິວັດເປັນເວ ລາເຄິ່ງສະຕະວັດພາຍໃຕ້ການ ນຳພາຂອງພັກຄອມມູນິດອິນ ດູຈີນ, ຕໍ່ມາແມ່ນພັກປະຊາຊົນ ປະຕິວັດລາວ ແລະ ພັກຄອມມູນິດ ຫວຽດນາມ, ຄວາມຜູກພັນ, ສາ ມັກຄີ ແລະ ການຊ່ວຍເຫຼືອເຊິ່ງ ກັນ ແລະ ກັນເປັນມູນເຊື້ອອັນ ດີງາມມາແຕ່ດົນນານນັ້ນ, ໄດ້ ເພີ່ມຄວາມແໜ້ນແຟ້ນ ແລະ ເຕີບ ໃຫຍ່ກາຍເປັນຄວາມສາມັກຄີ ພິເສດ ແລະ ການພົວພັນຮ່ວມມື ຮອບດ້ານຂອງສອງຊາດລາວ-ຫວຽດນາມ ໂດຍແມ່ນປະທານ ໂຮ່ຈິມີນ, ປະທານ ໄກສອນ ພົມ ວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ລິເລີ່ມ, ຈາກນັ້ນມາ, ການ ນໍາແຕ່ລະຮຸ່ນ ຂອງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງປະເທດລາວ-ຫວຽດນາມ ຕ່າງກໍໄດ້ເອົາໃຈໃສ່ ປັບປຸງເສີມຂະຫຍາຍໃຫ້ກາຍ ເປັນສາຍພົວພັນສາມັກຄີອັນບໍລິ ສຸດຜຸດຜ່ອງທີ່ຫາຍາກໃນການ ພົວພັນສາກົນ ແລະ ກາຍເປັນມໍລະ ດົກອັນລ້ຳຄ່າຂອງສອງຊາດ ລາວ-ຫວຽດນາມ, ການພົວພັນ ດັ່ງກ່າວໄດ້ເຕີບໃຫຍ່ຂະຫຍາຍ ຕົວໃນແຕ່ລະໄລຍະ, ເວົ້າລວມ ເວົ້າສະເພາະແມ່ນສອງກົມຂົນ ສົ່ງກົມໃຫຍ່ພະລາທິການກອງ ທັບ ລາວ-ຫວຽດນາມ ໄດ້ມີການ ຮ່ວມມືກັນທາງດ້ານຂົງເຂດ ວຽກງານຂະແໜງການເຫຼົ່າຮົບ ຂົນສົ່ງຂອງສອງກອງທັບ ມີ ການໄປມາຫາສູ່, ບໍ່ວ່າໄລຍະ ປົດປ່ອຍຊາດ ກໍຄື ໃນໄລຍະການ ສ້າງສາພັດທະນາປະເທດຊາດ, ກົມຂົນສົ່ງກະຊວງປ້ອງກັນປະ ເທດຫວຽດນາມ ກໍໄດ້ໃຫ້ການ ຊ່ວຍເຫຼືອຂະແໜງການຂົນສົ່ງ ພວກເຮົາເຊັ່ນ: ວຽກງານກໍ່ສ້າງ ກໍາລັງ, ໃນແຕ່ລະປີກອງທັບ ຫວຽດນາມ ໄດ້ຊ່ວຍສ້າງບຸກ ຄະລາກອນເປັນປະຈໍາໃນຂະ ແໜງການຂົນສົ່ງ, ນອກນັ້ນ ກົມຂົນສົ່ງຫວຽດນາມ ຍັງໄດ້ ຊ່ວຍອຸປະກອນການຮຽນ-ການ ສອນ ແລະ ສົ່ງຊຽວຊານ ມາ ສິດສອນຢູ່ວິທະຍາຄານພະລາ ທິການກອງທັບ, ແລະ ນອກຈາກ ນັ້ນສອງກົມຂົນສົ່ງກອງທັບ ລາວ ແລະ ຫວຽດນາມ ຍັງໄດ້ ຮ່ວມມືກັນໃນຂົງເຂດວຽກງານ ຫລາຍດ້ານ ມາຮອດປັດຈຸບັນ ການພົວພັນວຽກງານດ້ານຕ່າງໆ ແມ່ນພິເສດຮອບດ້ານ ແລະ ເພື່ອ ສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງລາວ-ຫວຽດນາມ, ເວົ້າລວມເວົ້າສະ ເພາະສອງກົມຂົນສົ່ງກອງທັບ ພວກເຮົາ ຈະເອົາໃຈໃສ່ເພີ່ມທະວີ ການໂຄສະນາສຶກສາອົບຮົມພະ ນັກງານ, ນັກຮົບ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ, ສືບຕໍ່ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງລາວ-ຫວຽດ ນາມ, ເປັນຕົ້ນແມ່ນຄົນຮຸ່ນໜຸ່ມ ໃຫ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບ ມູນເຊື້ອສາມັກຄີພິເສດ, ການ ຮ່ວມມືຮອບດ້ານລະຫວ່າງລາວ- ຫວຽດນາມ, ຕັ້ງໜ້າເປັນເຈົ້າ ການໃນການຄົ້ນຄວ້າເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດສົນທິສັນ ຍາການຮ່ວມມືຂອງ 2 ກົມການ ເມືອງ, ຂອງລັດຖະບານ, ຂະແໜງ ການ ແລະ ທ້ອງຖິ່ນຂອງສອງ ປະເທດ ໃຫ້ລົງເລິກກ້ວາງ ຂວາງ ແລະ ປະກົດຜົນເປັນຈິງ, ປະສານສົມທົບກັນຢ່າງແໜ້ນ ເພື່ອແກ້ໄຂບັນຫາຕ່າງໆ ນຳກັນ ດ້ວຍຄວາມຈິງໃຈ, ໄວ້ເນື້ອເຊື່ອ ໃຈ ແລະ ເຫັນອົກເຫັນໃຈກັນຖານ ສະຫາຍອ້າຍນ້ອງ, ເອົາໃຈໃສ່ຄົ້ນ ຄວ້າປັບປຸງລະບຽບການ ແລະ ກົນ ໄກໃຫ້ແທດເໝາະກັບການພົວພັນ ພິເສດ ແລະ ມີລັກສະນະສະໜອງ ຄວາມຮຽກຮ້ອງຕ້ອງການໃຫ້ ກັນ ແລະ ກັນ, ທັງສອດຄ່ອງກັບ ລະບຽບການເຊື່ອມໂຍງພາກພື້ນ ແລະ ສາກົນ, ໃນເງື່ອນໄຂປັດຈຸ ບັນພວກເຮົາຕ້ອງສືບຕໍ່ປົກປັກ ຮັກສາການພົວພັນ ແລະ ຄວາມ ສາມັກຄີພິເສດ ລະຫວ່າງລາວ- ຫວຽດນາມ ໄວ້ໃຫ້ໝັ້ນຄົງທະນົງ ແກ່ນ, ມີສະຕິລະວັງຕົວ ແລະ ເປັນ ເຈົ້າການສະກັດກັ້ນ, ຕີຖອຍທຸກ ກົນອຸບາຍມ້າງເພທຳລາຍຂອງ ອິດທິກຳລັງປໍລະປັກ, ພ້ອມກັນ ນັ້ນ, ກໍເພີ່ມທະວີການຮ່ວມມື ແລະ ການປະສານສົມທົບການ ເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນຢ່າງຄ່ອງແຄ້ວ ແລະ ເປັນ ເອກະພາບກັນດ້ານວຽກງານ ວິຊາສະເພາະ. ໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍຕາງ ໜ້າໃຫ້ຄະນະ ພັກອົງການກົມໃຫຍ່ພະລາທິ ການກອງທັບພ້ອມດ້ວຍພະນັກ ງານ-ນັກຮົບໃນທົ່ວກົມໃຫຍ່ພະ ລາທິການ, ຂໍອວຍພອນໄຊວັນ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຫວຽດນາມ ຄົບ ຮອບ 60 ປີ ຢ່າງສຸດໃຈ,ພ້ອມ ກັນເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບ, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງກອງທັບລາວ-ຫວຽດນາມ, ເວົ້າລວມເວົ້າສະ ເພາະສອງກົມຂົນສົ່ງກົມໃຫຍ່ພະລາທິການກອງທັບໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນໄປ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ