ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 2 ປະກາດການຈັດຕັ້ງຫຼາຍຕຳແໜ່ງ
ເວລາອອກຂ່າວ: 2022-06-30 08:25:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 82 | ຄວາມນິຍົມ:



ວັນທີ 23 ມິຖຸນາ 2022, ກອງພົນທີ 2 ໄດ້ປະກາດການ ຈັດຕັ້ງຂັ້ນຮອງຫົວໜ້າຫ້ອງ ການ, ພະແນກການ ແລະ ກົມ ກອງທີ່ຂຶ້ນກັບ, ໂດຍການເປັນ ປະທານຂອງ ສະຫາຍ ພົນຈັດ ຕະວາ ວຽງແກ້ວ ສີສຸລາດ ຫົວ ໜ້າການເມືອງ ກອງພົນທີ 2, ມີຄະນະຫ້ອງ, ພະແນກການທີ່ ກ່ຽວຂ້ອງ, ຄະນະພັກ-ຄະນະບັນ ຊາ ກອງພັນໃຫຍ່, ກອງພັນແລະ ກອງຮ້ອຍເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ໄຊ ຊະນະ ສີສົມພອນ ຫົວໜ້າພະ ແນກພະນັກງານຫ້ອງການເມືອງ ກອງພົນທີ2 ໄດ້ຂື້ນຜ່ານຂໍ້ຕົກ ລົງຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົງລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຊັບຊ້ອນພະນັກງານຂັ້ນຮອງຫົວໜ້າ ຫ້ອງການ, ພະແນກການ ແລະ ກົມກອງທີ່ຂຶ້ນກັບກອງພົນທີ 2 ໂດຍອີງຕາມກົດໝາຍກອງທັບ ປະຊາຊົນລາວ ວ່າດ້ວຍການຍົກ ຍ້າຍນາຍທະຫານ, ອີງຕາມແຜນ ການປັບປຸງບູລະນະການຈັດຕັ້ງ ນໍາພາ-ບັນຊາໃນກໍາລັງປະກອບ ອາວຸດ ໃຫ້ເຂັ້ມແຂງ, ໜັກແໜ້ນ ຮອບດ້ານ ເພື່ອເຮັດສໍາເລັດໜ້າ ທີ່ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃນນັ້ນ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ບຸນເລີດ ແກ້ວອຸດົມ ເປັນຮອງຫົວ ໜ້າຫ້ອງການ ແລະ ບໍລິຫານ ກອງພົນທີ 2, ແຕ່ງຕັ້ງ ສະຫາຍ ພັນໂທ ພອນພົງ ທອງປະເສີດ ເປັນຫົວໜ້າພະແນກກໍາລັງພົນ, ສະຫາຍ ພັນຕີ ແສງອຳພອນ ສີ ສະເກດ ເປັນຮອງຫົວໜ້າພະ ແນກກໍາລັງພົນ, ແຕ່ງຕັ້ງ ສະຫາຍ ພັນໂທ ສົມໝາຍ ດອນພະຈັນ ເປັນຫົວໜ້າການເມືອງກອງພັນ ໃຫຍ່ 202, ສະຫາຍ ພັນໂທ ອູ່ ທອງ ມະໂນລາດ ເປັນຮອງຫົວ ໜ້າການເມືອງກອງພັນໃຫຍ່ 202, ສະຫາຍ ພັນຕີ ໄຊພອນ ມະນີວັນ ເປັນຫົວໜ້າການເມືອງ ກອງຮ້ອຍປ້ອງກັນທີ່ຕັ້ງ, ສະ ຫາຍ ຮ້ອຍເອກ ທອງຫຼ້າ ເປັນ ຮອງຫົວໜ້າການເມືອງກອງ ຮ້ອຍປ້ອງກັນທີ່ຕັ້ງ, ສະຫາຍ ຮ້ອຍເອກ ອາລີ ແກ້ວວໍລະເພັດ ຊ່ວຍວຽກພະແນກຊ້ອມແປງ, ສະ ຫາຍ ຮ້ອຍເອກ ສົມສັກ ພອນມາ ລີ ຊ່ວຍວຽກພະແນກແຜນການ ເຕັກນິກ, ໃນພິທີຍັງໄດ້ຜ່ານຂໍ້ຕົກ ລົງວ່າດ້ວຍການຍົກຂັ້ນເງິນ ເດືອນ ໃຫ້ນາຍທະຫານ ຢູ່ກອງພົນ ທີ 2 ໃນນັ້ນຍົກຂັ້ນເງີນເດືອນ ຈາກຊັ້ນພັນໂທ ຂຶ້ນຮັບເງິນເດືອນ ຊັ້ນພັນເອກຈໍານວນ 3 ສະຫາຍ, ຈາກຊັ້ນພັນຕີຂຶ້ນຮັບເງິນເດືອນຊັ້ນພັນໂທ ຈໍານວນ 2 ສະຫາຍ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ວຽງແກ້ວ ສີສຸລາດ ໄດ້ ໂອ້ລົມ ແລະ ສະແດງຄວາມຍ້ອງ ຍໍຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ໃນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ ແຕ່ລະສະຫາຍຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນທີ່ໄດ້ຮັບມອບໝາຍ, ເອົາ ໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະໄຕ, ເອົາໃຈໃສ່ໃນການເຝິກ ຝົນຫຼໍ່ຫຼອມຕົນເອງຕັ້ງໜ້າປະ ກອບສ່ວນເຂົ້າໃນວຽກງານປັບ ປຸງກໍ່ສ້າງກົມກອງໃຫ້ມີໃບໜ້າ ອັນໃໝ່ ແລະ ມີຄວາມເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ