ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 4 ມອບເງິນນະໂຍບາຍອຸດໜູນ
ເວລາອອກຂ່າວ: 2022-06-29 08:34:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 785 | ຄວາມນິຍົມ:



ວັນທີ 21 ມິຖຸນາ 2022, ກອງພົນທີ 4 ໄດ້ມອບເງິນນະ ໂຍບາຍອຸດໜູນ ໃຫ້ຄອບຄົວພະ ນັກງານ-ນັກຮົບທີ່ເສຍຊີວິດ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຈັນແດງ ຂຸນຍຸລາດ ຫົວໜ້າຫ້ອງການ ເມືອງ ກອງພົນທີ 4, ມີຕາງໜ້າ ພະແນກການວິຊາສະເພາະທີ່ ກ່ຽວຂ້ອງ ພ້ອມດ້ວຍຕາງໜ້າ ຄອບຄົວພະນັກງານຜູ້ທີ່ເສຍ ຊີວິດເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາພິທູນ ບຸນມາລາ ຫົວໜ້າພະແນກປະ ກັນສັງຄົມ ຫ້ອງການເມືອງ ກອງພົນທີ 4, ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການມອບເງິນນະໂຍ ບາຍອຸດໜູນໃຫ້ຄອບຄົວພະນັກ ງານຜູ້ທີ່ເສຍຊີວິດອີງຕາມ ກົດ ໝາຍປະກັນສັງຄົມ ແລະ ຂໍ້ຕົກ ລົງຂອງລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ. ອີງໃສ່ຜົນງານການ ເຄື່ອນໄຫວໄລຍະຜ່ານມາ ໃນ ການປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມສະຫງົບປອດໄພ ໂດຍພື້ນຖານ ແລະ ອີງຕາມແນວ ທາງນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ພະນັກງານ-ນັກຮົບທີ່ເສຍ ສະຫຼະຊີວິດ ເພື່ອປະເທດຊາດ ບ້ານເມືອງ. ການມອບເງິນນະໂຍ ບາຍອຸດໜູນໃຫ້ຄອບຄົວພະນັກ ງານນັກຮົບ ທີ່ເສຍຊີວິດໃນຄັ້ງ ນີ້, ມີຈໍານວນ 8 ຄອບຄົວ, ລວມ ເງິນທັງໝົດ 515 ລ້ານກວ່າກີບ. ໂດຍ: ອານຸສັກ ຈູມມະນີວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ