ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຄື່ອນໄຫວກວດກາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ ຫ້ອງການເມືອງ ກອງພົນທີ 3
ເວລາອອກຂ່າວ: 2022-06-29 08:33:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 359 | ຄວາມນິຍົມ:



ວັນທີ 21 ມິຖຸນາ 2022, ໜ່ວຍງານກວດກາການກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ກອງພົນທີ 3 ນຳໂດຍ ສະຫາຍ ພັນເອກ ສາຍທອງ ປີຊາຈັນ ຮອງຫົວໜ້າຫ້ອງການ ເມືອງ ກອງພົນທີ 3 ພ້ອມຄະ ນະໄດ້ເຄື່ອນ ໄຫວກວດກາການ ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມ ແຂງ ໜັກແໜ້ນຢູ່ ຫ້ອງການ ເມືອງ ກອງພົນທີ 3, ມີ ສະຫາຍ ພັນໂທ ຄຳສິງ ສາຍຍອດອູ ຮອງ ຫົວໜ້າຫ້ອງການເມືອງກອງພົນ ທີ 3 ພ້ອມດ້ວຍຄະນະພັກຮາກ ຖານ ແລະ ໜ່ວຍພັກເຂົ້າຮ່ວມ. ການເຄື່ອນໄຫວກວດກາຄັ້ງ ນີ້, ຄະນະໜ່ວຍງານໄດ້ຮັບຟັງ ການສະຫຼຸບລາຍງານການ ເຄື່ອນ ໄຫວຈັດຕັ້ງປະຕິບັດຂະບວນການ ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕະຫຼອດໄລຍະ 1 ປີຜ່ານມາ, ໂດຍຍົກໃຫ້ເຫັນດ້ານ ດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕົວຈິງຈາກຄະນະພັກແຕ່ລະກົມກອງ. ໂອກາດນີ້, ຄະນະໜ່ວຍ ງານ ຍັງໄດ້ປະກອບຄຳຄິດເຫັນແລກ ປ່ຽນບົດຮຽນ ຕີລາຄາປະເມີນ ຜົນ, ແບ່ງປະເພດຂອງແຕ່ ລະໜ່ວຍພັກ, ແຕ່ລະກົມກອງ ຕາມ 5 ມາດຖານ ທີ່ຄະນະພັກ ກະຊວງປ້ອງກັນປະເທດວາງ ອອກ ໂດຍຖືເອົາຄຸນນະພາບເປັນ ກົກ ເພື່ອເຮັດໃຫ້ການປະເມີນຜົນຖືກຕ້ອງຕາມຫຼັກການຂອງພັກ ແລະ ຖືກຕ້ອງກັບສະພາບເງື່ອນ ໄຂຄວາມເປັນຈິງຂອງກົມກອງ ໃນຊຸມປີຜ່ານມາ ເພື່ອນຳສະເໜີຄະນະພັກຂັ້ນເທິງຄົ້ນຄວ້າຮັບ ຮອງ. ຂ່າວຍັງແຈ້ງໃຫ້ຮູ້ຕື່ມອີກວ່າ: ໂອກາດດຽວກັນນີ້, ສະຫາຍ ພັນໂທ ຄຳໝັ້ນ ສີສະຫວ່າງ ຮອງ ຫົວໜ້າຫ້ອງເສນາທິການ ຫົວ ໜ້າອະນຸກຳມະການກວດກາ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ ຈຸທີ 2 ພ້ອມດ້ວຍຄະນະ, ກໍໄດ້ການເຄື່ອນໄຫວກວດກາ ຢູ່ ກອງພັນ 364 ແລະ ກອງ ຮ້ອຍສ້ອມແປງເຊັ່ນດຽວກັນ. ໂດຍ: ລີໂດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ