ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງຮ້ອຍປືນໃຫຍ່ໜ້າດິນ ກອງພັນໃຫຍ່ 102 ສຳເລັດການຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2022-06-29 08:31:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ວັນທີ 17 ມິຖຸນາ 2022, ກອງຮ້ອຍປືນໃຫຍ່ໜ້າດິນກອງ ພັນໃຫຍ່ 102 ກອງພົນທີ 1 ໄດ້ ຈັດຕັ້ງການຍິງເປົ້າໝາຍດ້ວຍ ລູກປືນແທ້ ປະຈໍາປີ 2022, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນແຖວ ແກ້ວດວງດີ ຮອງຫົວໜ້າຫ້ອງ ເສນາທິການ ກອງພົນທີ 1, ມີ ຄະນະພັກ-ຄະນະບັນຊາພະແນກ ການ, ຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານ-ນັກ ຮົບ ເຂົ້າຮ່ວມ. ໂດຍປະຕິບັດຕາມຄໍາສັ່ງ ຂອງກົມປືນໃຫຍ່ໜ້າດິນ ກ່ຽວ ກັບການຍິງເປົ້າໝາຍດ້ວຍລູກ ປືນແທ້ ປະຈໍາປີ 2022, ອີງ ຕາມແຜນການອົບຮົມ-ຫັດແອບ ວິຊາສະເພາະປືນໃຫຍ່ ປືນຄົກ 102 ມມ w 86 ໃຫ້ພະນັກງານ- ນັກຮົບ ກອງຮ້ອຍປືນໃຫຍ່ໜ້າ ດິນ, ໄດ້ສຳເລັດພາກປະຕິບັດທິດ ສະດີ ແລະ ຫຼັກການ. ກອງຮ້ອຍ ປືນໃຫຍ່ໜ້າດິນ ຈຶ່ງໄດ້ຈັດຕັ້ງ ຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ ພະນັກງານ-ນັກຮົບ ໃນທົ່ວກົມ ກອງ ເພື່ອຕີລາຄາຄືນກ່ຽວກັບ ຄວາມຮູ້ ຄວາມສາມາດວຽກ ງານວິຊາສະເພາະຂອງເຫຼົ່າຮົບ ທັງພາກທິດສະດີ ແລະ ປະຕິບັດ ຕົວຈິງ ໃຫ້ມີຄວາມຊໍານິຊໍານານ ໃນການນຳໃຊ້ອາວຸດຍຸດໂທປະ ກອນ, ມີພິກໄຫວຄ່ອງແຄ້ວ ແລະ ທັງເປັນການກວດກາຄຸນຄ່າສະ ມັດຕະພາບຂອງປືນ ເພື່ອຮັບປະ ກັນໃນການກຽມພ້ອມສູ້ຮົບ, ສູ້ ຮົບໃນທຸກເງື່ອນໄຂ ແລະ ເຮັດ ສຳເລັດໜ້າທີ່ຕາມການຈັດຕັ້ງ ຂັ້ນເທິງມອບໝາຍໃຫ້. ການຍິງ ລູກປືນແທ້ໃນຄັ້ງນີ້, ສາມາດຕີລາ ຄາຜົນໄດ້ຮັບ ສະເລ່ຍ 95,5% ບັນລຸຕາມລະດັບຄາດໝາຍທີ່ ວາງໄວ້. ໂດຍ: ສົມບູນ ບົວນ້ອຍສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ