ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດຖະບານ ຫັນການຈັດເກັບລາຍຮັບເຂົ້າສູ່ລະບົບທັນສະໄໝ ເພື່ອອັດຊ່ອງວ່າງການຮົ່ວໄຫຼ
ເວລາອອກຂ່າວ: 2022-06-27 08:55:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ບັນຫາໜີ້ສາທາລະນະທີ່ ສະສົມມາຍາວນານ ຍັງເປັນສິ່ງ ທ້າທາຍໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການ ແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ; ຂະນະທີ່ລັດ ຖະບານກຳລັງດຳເນີນການຂຸດ ຄົ້ນທ່າແຮງບົ່ມຊ້ອນຂອງສັງຄົມເພື່ອແກ້ໄຂບັນຫາດັ່ງກ່າວ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຂໍ້ຊັກຖາມຂອງສະ ມາຊິກສະພາແຫ່ງຊາດ ທີ່ຕິດ ພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນໃນກອງປະຊຸມສະ ໄໝສາມັນເທື່ອທີ 3 ຂອງສະພາ ແຫ່ງຊາດ ຊຸດທີ IX. ໄດ້ກ່າວ ວ່າ: ເນື້ອໃນຈິດໃຈອັນແທ້ຈິງ ຂອງວາລະແຫ່ງຊາດດັ່ງກ່າວ ນັ້ນ ຄືການລະດົມທ່າແຮງບົ່ມ ຊ້ອນຂອງສັງຄົມ ເພື່ອແກ້ໄຂ ບັນຫາລວມຂອງຊາດ ທີ່ກໍາລັງ ປະເຊີນ ແລະ ຍັງຈະສືບຕໍ່ຫຍຸ້ງ ຍາກໄປ. ແຕ່ເຖິງຢ່າງໃດກໍຕາມ, ເນື້ອແທ້ຂອງເສດຖະກິດພາຍໃນ ປະເທດຍັງສືບຕໍ່ຂະຫຍາຍຕົວ ຖ້າ ທຽບໃສ່ບັນດາປະເທດໃນພາກ ພື້ນ ແລະ ສາກົນ; ແຕ່ບັນຫາ ແມ່ນໜີ້ສິນສາທາລະນະທີ່ສະ ສົມມາຫຼາຍປີ ໂດຍສະເພາະໄລ ຍະ 2010-2016 ຍ້ອນກູ້ຢືມ ເງິນມາພັດທະນາປະເທດສູງທີ່ ສຸດ, ກ້າວກະໂດດທີ່ສຸດ ແລະ ໄລ ຍະເບີກຖອນບັນດາສັນຍາເງິນ ກູ້ຕ່າງໆເລີ່ມມີຜົນກະທົບແຮງຕໍ່ ການຊໍາລະໜີ້ສິນຕ່າງປະເທດ ໃນປີ 2019 (ໃນໄລຍະປີ 2010 ເປັນຕົ້ນມາ ໃຊ້ໜີ້ຕ່າງປະເທດ ປີໜຶ່ງບໍ່ເກີນ 160 ລ້ານໂດລາ ເຊິ່ງລາຍຮັບພາຍໃນສາມາດ ຈ່າຍໄດ້ແຕ່ປີ 2018 ແມ່ນ 1.200 ລ້ານໂດລາຕໍ່ປີ, ມາຮອດ 2022 ແມ່ນ 1.400 ລ້ານໂດ ລາຕໍ່ປີ) ຍອດໜີ້ທັງໝົດທີ່ກູ້ຢືມ ນີ້ ກໍຍ້ອນປະເທດມີຄວາມຈຳ ເປັນ ຕ້ອງການທຶນເພື່ອລົງທຶນ ພັດທະນາໃນພື້ນຖານໂຄງລ່າງ ອັນຈຳເປັນ ເຊິ່ງໄດ້ກູ້ຢືມທັງໝົດ ປະມານ 5 ຕື້ໂດລາ ໃນຕະຫຼອດ 47 ປີນີ້, ຢືມລົງທຶນໃນການຜະ ລິດເປັນສິນຄ້າເພື່ອສົ່ງອອກປະ ມານ 4 ຕື້ໂດລາ ແລະ ໜີ້ໃນປັດ ຈຸບັນທີ່ເປັນໂຕເລກເປີດເຜີຍຕໍ່ ສາກົນແມ່ນຫຼາຍກວ່າ 10 ຕື້ໂດ ລາ ເຊິ່ງໜີ້ສິນທີ່ເກີດຂຶ້ນສະສົມ ນີ້ແມ່ນຄວາມຈຳເປັນໃນການພັດ ທະນາປະເທດຊາດ. ທ່ານ ບຸນໂຈມ ອຸບົນປະເສີດ ກ່າວອີກວ່າ: ພວກເຮົາມີລາຍຮັບ ງົບປະມານປົກກະຕິພາຍໃນ ແມ່ນກຸ້ມລາຍຈ່າຍປົກກະຕິພາຍ ໃນ ໃນປັດຈຸບັນ ເປັນຕົ້ນລາຍ ຈ່າຍເງິນເດືອນ, ລາຍຈ່າຍບໍລິ ຫານປົກກະຕິຂອງລັດຖະບານ, ລາຍຈ່າຍລົງທຶນພາຍໃນ; ແຕ່ ບັນຫາໃຫຍ່ແມ່ນບໍ່ມີເງິນຊໍາລະ ໜີ້ສິນຕ່າງປະເທດ ນີ້ຄືບັນຫາ ທີ່ໄດ້ຕັ້ງຂຶ້ນ; ດັ່ງນັ້ນ, ບັນດາເຈົ້າ ໜີ້ຕ່າງໆທີ່ກົດດັນໃນປັດຈຸບັນ ໄດ້ຖາມວ່າຈະເອົາຫຍັງມາຊໍາ ລະ ແລະ ຈະເອົາມາແຕ່ໃສ! ຕໍ່ບັນ ຫາດັ່ງກ່າວ, ສປປ ລາວ ອາດຈະ ຕ່າງຈາກປະເທດອື່ນທີ່ເກີດວິ ກິດທີ່ບໍ່ມີຄວາມສາມາດຊໍາລະໜີ້ ສິນຕ່າງປະເທດໄດ້, ເຊິ່ງມີທ່າ ແຮງບົ່ມຊ້ອນ ໂດຍສະເພາະຊັບ ພະຍາກອນທຳມະຊາດ ແລະ ຖານການຜະລິດຈຳນວນໜຶ່ງ ທີ່ເປັນທ່າແຮງສຳລັບຄໍ້າປະກັນ ໃນການຊໍາລະໜີ້ຕ່າງປະເທດ. ນອກຈາກນີ້, ຍັງມີໜີ້ພາຍ ໃນປະເທດ, ທີ່ລັດຖະບານອອກ ພັນທະບັດຄັງເງິນຜ່ານທະນາ ຄານ ແຫ່ງ ສປປ ລາວ, ຜ່ານຕະ ຫຼາດຫຼັກຊັບ ເພື່ອມາດຸນດ່ຽງ ການຂາດດຸນແຕ່ລະປີທີ່ສູງສົມ ຄວນ, ເຊິ່ງຕ້ອງແບກພາລະຄື ໜຶ່ງແມ່ນຊໍາລະໜີ້ພາຍໃນ ແລະ ສອງແມ່ນຊໍາລະໜີ້ຕ່າງປະເທດ ບໍ່ນັບໜີ້ລົງທຶນຂອງລັດທີ່ໄດ້ ກວດກາໃນບັນຊີລັດຖະບານ ກໍຄື ກະຊວງກ່ຽວຂ້ອງກໍາລັງດໍາເນີນ ການແກ້ໄຂບັນຫາດັ່ງກ່າວ. ພ້ອມ ກັນນັ້ນ, ກໍແກ້ໄຂບັນຫາທີ່ຕິດພັນ ເປັນຕົ້ນບັນຫາການຂຸດຄົ້ນທ່າ ແຮງບົ່ມຊ້ອນທີ່ມີ, ລັດຖະບານ ຍອມຮັບວ່າ ຍັງຂຸດຄົ້ນບໍ່ໝົດ ແລະ ກຳລັງດຳເນີນການແກ້ໄຂ ບັນຫາດັ່ງກ່າວໃນຫຼາຍວິທີການ ເປັນຕົ້ນລັດຖະບານ ກໍຄືກະຊວງ ການເງິນພວມດໍາເນີນການສ້າງ ລະບົບຄຸ້ມຄອງການເກັບລາຍຮັບ ທີ່ທັນສະໄໝ ປັດຈຸບັນສຳເລັດ ປະມານ 60% ແລະ ຈະໃຫ້ສໍາ ເລັດ ໂດຍເລີ່ມຕົ້ນຈັດຕັ້ງປະຕິບັດ ໃນຕົ້ນປີ 2023 ພ້ອມທັງພັດທະ ນາລະບົບເພີ່ມເຕີມ ແລະ ຂະ ຫຍາຍຖານເຂົ້າໄປທຸກຂອບເຂດ ທົ່ວປະເທດ. ນອກນີ້, ການເກັບ ກຳຂໍ້ມູນຫົວໜ່ວຍທຸລະກິດປະ ມານ 131.600 ກວ່າຫົວໜ່ວຍ ນັ້ນ, ຍັງກຳບໍ່ໄດ້ຊັດເຈນກ່ຽວ ກັບຖານລາຍຮັບທຸລະກິດຕົວຈິງ ຂອງພາກທຸລະກິດ ເນື່ອງຈາກ ການບັງຄັບໃຊ້ກົດໝາຍຍັງອ່ອນ ແອ ພາກທຸລະກິດຈຳນວນໜຶ່ງ ກໍມີຄວາມຈິງໃຈແທ້, ມີຄວາມ ໂປ່ງໃສແທ້ໃນການປະຕິບັດພັນ ທະໃນແຕ່ລະປີ, ແຕ່ມີຫົວໜ່ວຍ ທຸລະກິດຈຳນວນໜຶ່ງບໍ່ທັນໂປ່ງ ໃສ ຍັງຊອກຫາຊ່ອງທາງເພື່ອຫຼົບ ຫຼີກການມອບພັນທະທີ່ຖືກຕ້ອງ ຕາມກົດໝາຍ ເນື່ອງຈາກການ ບັງຄັບໃຊ້ກົດໝາຍຍັງບໍ່ທັນໄດ້ ດີເທົ່າທີ່ຄວນ ບວກກັບເຈົ້າໜ້າ ທີ່ຈຳນວນໜຶ່ງ ບໍ່ສັດຊື່ຕໍ່ໜ້າທີ່ ຈຶ່ງ ເຮັດໃຫ້ລາຍຮັບຕົກເຮ່ຍເສຍຫາຍ ເຊິ່ງປັດຈຸບັນ, ກຳລັງເລັ່ງດຳເນີນ ການແກ້ໄຂ, ມີລະບົບທັນສະໄໝ ຈຳນວນໜຶ່ງ ແລະ ພວມພັດທະ ນາຕື່ມ, ນອກນີ້, ກໍຈະເຮັດໃຫ້ລະ ບົບຕ່າງໆຄວບຄຸມດ້ວຍເຄື່ອງ ມືທີ່ທັນສະໄໝ ເພື່ອຂຸດຄົ້ນທ່າ ແຮງບົ່ມຊ້ອນທີ່ເປັນແຫຼ່ງລາຍ ຮັບ ແລະ ອັດການຮົ່ວໄຫຼຂອງ ງົບປະມານຂອງລັດຖະບານ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ