ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດອິນໂດເນເຊຍຄົນໃໝ່
ເວລາອອກຂ່າວ: 2022-06-27 08:41:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 259 | ຄວາມນິຍົມ:



ວັນທີ 23 ມິຖຸນາ 2022 ນີ້, ທ່ານ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສ ນາທິການກອງທັບ, ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພັນເອກ ອີໂດ ເອັດເວີດ ທຣີນາຕາ ແຣມເບ ທີ່ປຶກສາທູດປ້ອງກັນ ຊາດ ອິນໂດເນເຊຍ ຄົນໃໝ່ ປະ ຈໍາ ສປປ ລາວ. ໂອກາດນີ້, ທ່ານ ພົນຈັດຕະວາ ພັນແສງ ບຸນພັນ ກໍໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍຕໍ່ ທ່ານ ພັນເອກ ອີໂດ ເອັດ ເວີດ ທຣີນາຕາ ແຣມເບ ທີ່ຖືກ ແຕ່ງຕັ້ງມາປະຕິບັດໜ້າທີ່ເປັນທປຶກສາທູດປ້ອງກັນ ຊາດອິນໂດເນ ເຊຍ ຄົນໃໝ່ ປະຈຳຢູ່ ສປປ ລາວ, ເຊິ່ງການມາເຮັດໜ້າໃນຄັ້ງນີ້ ແມ່ນເປັນການປະກອບສ່ວນສຳ ຄັນເຂົ້າໃນການເສີມສ້າງສາຍ ພົວພັນມິດຕະພາບ, ການຊ່ວຍ ເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ລາວ-ອິນໂດເນເຊຍເວົ້າລວມ, ເວົ້າສະເພາະແມ່ນການພົວພັນ ຮ່ວມມືລະຫວ່າງສອງກອງທັບ ໃຫ້ນັບມື້ຮັດແໜ້ນຍິ່ງໆຂຶ້ນ. ທ່ານ ພົນຈັດຕະວາ ພັນແສງ ບຸນພັນ ໄດ້ຖືໂອກາດນີ້ຕາງໜ້າໃຫ້ແກ່ຄະ ນະນໍາກະຊວງປ້ອງກັນປະເທດ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອຂອງລັດຖະບານ ກໍຄືກອງທັບອິນໂດເນເຊຍ ໃນການຕ້ານການແຜ່ລະບາດພະຍາດໂຄວິດ-19 ແລະ ການ ຊ່ວຍເຫຼືອດ້ານທຶນການສຶກສາໃຫ້ ແກ່ພະນັກງານ-ນັກຮົບ ກອງທັບ ປະຊາຊົນລາວໃນ ໄລຍະຜ່ານມາ. ໂອກາດດຽວກັນ, ທ່ານ ພັນ ເອກ ອີໂດ ເອັດເວີດ ທຣີນາຕາ ແຣມເບ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບ ອຸ່ນຂອງ ທ່ານ ພົນຈັດຕະວາ ພັນ ແສງ ບຸນພັນ ພ້ອມຄະນະ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະສຸມທຸກ ສະຕິປັນຍາຕັ້ງໜ້າປະກອບສ່ວນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນຮ່ວມມືລະຫວ່າງສອງ ກອງທັບ ອິນໂດເນເຊຍ-ລາວ ໃຫ້ ມີບາດກ້າວອັນໃໝ່. ໂດຍ: ຄຳສະຫວັດ ເສັງໃສແຈ່ມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ