ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງວຽງຈັນ ເປີດຊຸດອົບຮົມກໍ່ສ້າງນາຍສິບ ຊຸດທີ VIII
ເວລາອອກຂ່າວ: 2022-06-27 08:37:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 148 | ຄວາມນິຍົມ:



ກອງບັນຊາການທະຫານ ແຂວງວຽງຈັນ ໄດ້ເປີດຊຸດອົບຮົມ ກໍ່ສ້າງນາຍສິບ ຊຸດທີ VIII ລະບົບ 1 ປີ ປະຈຳສົກປີ 2022-2023 ໃນວັນທີ 23 ມິຖຸນາ ນີ້, ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພົນ ຈັດຕະວາ ບຸນມາ ວົງດາລາແສນ ຫົວໜ້າການທະຫານກອງບັນ ຊາການທະຫານແຂວງວຽງຈັນ, ມີອົງການ 5 ຫ້ອງ, ຄະນະອຳ ນວຍການໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນກໍ່ສ້າງນາຍສິບ ຊຸດທີ VIII ເຂົ້າຮ່ວມ. ສະຫາຍ ພັນໂທ ເທບພະນົມ ພະກະຊຸມ ຫົວໜ້າການທະຫານ ໂຮງຮຽນທະຫານທ້ອງຖິ່ນ ແຂວງວຽງຈັນ ໃຫ້ຮູ້ວ່າ: ຊຸດ ອົບຮົມກໍ່ສ້າງນາຍສິບຊຸດທີ VIII ມີນັກຮຽນກໍ່ສ້າງນາຍສິບ ທັງ ໝົດ 160 ສະຫາຍ, ບົດຮຽນທີ່ ນຳມາອົບຮົມປະກອບ ມີ 3 ພາກ ຄື: ໝວດຄວາມຮູ້ທົ່ວໄປ 10 ວັນ ເທົ່າກັບ 70 ຊົ່ວໂມງ, ໝວຄວາມຮູ້ພື້ນຖານວິຊາສະເພາະ 56 ວັນເທົ່າກັບ 395 ຊົ່ວໂມງ ແລະ ໝວດວິຊາສະເພາະ 122 ວັນເທົ່າກັບ 857 ຊົ່ວໂມງ. ຈຸດປະສົງກໍເພື່ອສ້າງພະນັກ ງານບັນຊາຂັ້ນໝູ່, ໝວດໃຫ້ກຳ ແໜ້ນ ແລະ ມີພື້ນຖານທາງດ້ານ ສິລະປະຍຸດ-ຍຸດທະວິທີທະຫານ ຮາບມີຄວາມຊຳນິຊຳນານເປັນ ພື້ນຖານໃນການນຳພາ-ບັນຊາ ແນໃສ່ຮັບປະກັນເຮັດສຳເລັດໜ້າ ທີ່ຂອງຕົນ ກໍຄືໜ້າທີ່ການເມືອງ ຂອງກອງທັບໃນໄລຍະໃໝ່. ໂອ ກາດນີ້ ສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ ໄດ້ຊີ້ນຳຫຼາຍບັນຫາທີ່ສໍາຄັນຕໍ່ຄະນະພັກ-ຄະນະອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ຄະນະຮັບຜິດຊອບ ຕ້ອງເອົາໃຈໃສ່ຊີ້ນຳ, ກວດກາຕິດ ຕາມການຮຽນ-ການສອນເປັນ ປົກກະຕິ, ຄົ້ນຄວ້າ, ປັບປຸງເອ ກະສານການຮຽນ-ການສອນ ໃຫ້ເປັນລະບົບ, ຖືກກັບສະພາບຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງຂອງກອງທັບ ໃນໄລຍະໃໝ່. ສຳລັບນັກຮຽນ ຕ້ອງເອົາໃຈໃສ່ສຶກສາຮໍ່າຮຽນ ເກັບກຳບັນດາເນື້ອໃນບົດຮຽນ ທີ່ຄູ-ອາຈານຖ່າຍທອດໃຫ້, ເພື່ອ ນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າ ທີ່ວຽກງານຕົວຈິງ, ເພີ່ມທະວີ ຄວາມສາມັກຄີພາຍໃນກັບໝູ່ ເພື່ອນ-ຄູອາຈານ, ກັບພໍ່ແມ່ປະ ຊາຊົນ ແລະ ອຳນາດການປົກ ຄອງບ້ານອ້ອມ ຂ້າງ ແລະ ຕັ້ງໜ້າ ເສີມຂະຫຍາຍມູນເຊື້ອດຸໝັ່ນຂະ ຫຍັນພຽນເພີ່ມພູນຜະລິດຜົນປູກ ຝັງ-ລ້ຽງສັດ ຕາມທິດຊີ້ນໍາຂອງຂັ້ນເທິງໃຫ້ປະກົດຜົນເປັນຈິງ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ