ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ອຳນວຍການໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມນັກຮຽນ ຢູ່ສະໜາມຫັດແອບ
ເວລາອອກຂ່າວ: 2022-06-24 11:01:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 515 | ຄວາມນິຍົມ:



ວັນທີ 15 ມິຖຸນາ 2022 ນີ້, ສະຫາຍ ພັນເອກ ພູເວີນ ວົງຄຳ ຊາວ ຫົວໜ້າການເມືອງ ໂຮງ ຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ພ້ອມຄະນະ ແລະ ອົງ ການຈັດຕັ້ງມະຫາຊົນ ເຄື່ອນ ໄຫວຢ້ຽມຢາມນັກຮຽນນາຍ ສິບ ຊຸດທີ 25 ແລະ ນັກສຶກສາ ກໍ່ສ້າງເລັ່ງລັດບັນຊາຂັ້ນໝວດ, ກອງຮ້ອຍ ຊຸດທີ 4 ຢູ່ສະໜາມ ຫັດແອບຍິງເປົ້າໝາຍດ້ວຍ ລູກແທ້, ໂດຍການ ຕ້ອນຮັບຂອງ ສະຫາຍ ພັນໂທ ເຂັມພອນ ຈັນທະມາລາ ຫົວໜ້າຫ້ອງອົບ ຮົມ-ກໍ່ສ້າງ ທັງເປັນຄະນະຊີ້ນໍາ ພາກສະໜາມ ພ້ອມຄະນະ ໄດ້ ລາຍງານສະພາບການເຄື່ອນ ໄຫວວຽກງານການເຄື່ອນທັບ, ການພັກທັບ ແລະ ການນໍາພາ ນັກຮຽນຫັດແອບ, ຜ່ານການຫັດ ແອບຕົວຈິງສາມາດຕີລາຄາ ຄວາມຮັບຮູ້ເຂົ້າໃຈຂອງນັກ ຮຽນ ໄດ້ 90% ແລະ ສໍາເລັດ ຕາມຄາດໝາຍ, ຮັບປະກັນໄດ້ ຄວາມສະຫງົບ-ປອດໄພ ແລະ ວຽກງານຮັບປະກັນຊີວິດການ ເປັນຢູ່. ພາຫະນະຮັບໃຊ້ຕ່າງໆ ແມ່ນມີຄວາມຮັບປະກັນສູງ; ພ້ອມນີ້, ຄະນະຍັງມີເຄື່ອງ ບໍລິໂພກ ຈາກນໍາແນວຫຼັງ ມາມອບໃຫ້ ເປັນມູນຄ່າ 7.194.000 ກີບ. ໂອກາດດັ່ງກ່າວ, ສະຫາຍ ພັນເອກ ພູເວີນ ວົງຄຳຊາວ ໄດ້ມີ ຄຳເຫັນໂອ້ລົມ ແລະ ເນັ້ນໃຫ້ຄະ ນະຊີ້ນໍາ, ຄູ-ອາຈານ, ນັກຮຽນ ໃນ 2 ລະບົບ ຕ້ອງຮັບປະກັນໄດ້ ຄວາມສະຫງົບຄວາມປອດໄພ ແລະ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນ ເອງເຂົ້າໃນການຫັດແອບ ດ້ວຍ ຄວາມຮັບຜິດຊອບສູງ ສ້າງໃຫ້ ຕົນເອງເປັນນັກຮຽນດີ, ຮຽນ ເກັ່ງ, ເພື່ອປະຕິບັດໜ້າທີ່ຢູ່ກົມ ກອງໄດ້ຮັບຄຸນນະພາບສູງ ກາຍ ເປັນພະນັກງານຜູ້ສືບທອດປ່ຽນ ແທນທີ່ໄວ້ວາງໃຈຂອງຂັ້ນເທິງ. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ