ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 1 ປະກາດການປະດັບທຽບຊັ້ນ ນາຍທະຫານໃຫ້ນາຍສິບ ທີ່ຮຽນຈົບວິຊາສະເພາະສາຍລັດ
ເວລາອອກຂ່າວ: 2022-06-24 10:46:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



v ໃນວັນທີ 14 ມິຖຸນາ 2022 ນີ້, ກອງພົນທີ 1 ໄດ້ປະກາດການ ປະດັບທຽບຊັ້ນນາຍທະຫານ ໃຫ້ນາຍສິບ ທີ່ຮຽນຈົບວິຊາສະ ເພາະສາຍລັດ, ໂດຍການເຂົ້າ ຮ່ວມເປັນປະທານຂອງ ສະຫາຍ ພັນເອກ ປອ ສອນໄຊ ຈັນຍາລາດ ຫົວໜ້າຫ້ອງການເມືອງ, ມີຄະ ນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ຕາງໜ້າກົມກອງອ້ອມ ຂ້າງຕະຫຼອດຮອດພາກສ່ວນ ທີ່ໄດ້ຮັບການປະດັບທຽບຊັ້ນເ ຂົ້າຮ່ວມ. ສະຫາຍ ພັນໂທ ວຽງສະຫວັນ ໄຊສະຫວັນ ຫົວໜ້າພະແນກພະ ນັກງາານ ໄດ້ຜ່ານຂໍ້ຕົກລົງ ວ່າ ດ້ວຍ ການປະດັບຊັ້ນທຽບຊັ້ນ ໃຫ້ນາຍສິບທີ່ຮຽນຈົບວິຊາສະ ເພາະຈາກສາຍລັດຢູ່ ກອງ ພົນທີ 1, ອີງຕາມກົດໝາຍ ນາຍທະ ຫານກອງທັບປະຊາຊົນລາວ ສະ ບັບປັບປຸງ ໃນພາກທີ II ໝວດທີ 3 ມາດຕາ 19-20 ວ່າດ້ວຍ ອາ ຍຸກະສຽນ ແລະ ການປະດັບຊັ້ນ, ປະດັບທຽບຊັ້ນ ເປັນນາຍທະຫານ ອີງຕາມຄົ້ນຄວ້ານຳສະເໜີຂອງ ກົມພະນັກງານ ກົມໃຫຍ່ການ ເມືອງກອງທັບ ຕົກລົງປະດັບ ທຽບຊັ້ນ ຮ້ອຍໂທ ໃຫ້ນັກຮຽນ ທີ່ຮຽນຈົບຊັ້ນສູງ ຈຳນວນ 8 ສະຫາຍ ແລະ ປະດັບທຽບຊັ້ນ ຮ້ອຍຕີ ໃຫ້ນັກຮຽນທີ່ຮຽນຈົບ ຊັ້ນກາງ ຈຳນວນ 2 ສະຫາຍ. ໂອກາດນີ້, ສະຫາຍ ພັນເອກ ປອ ສອນໄຊ ຈັນຍາລາດ ໄດ້ ເນັ້ນໜັກໃຫ້ສະຫາຍທີ່ໄດ້ຮັບຊັ້ນ ໃໝ່ ເພີ່ມທະວີີີ່ຄວາມຮັບຜິດຊອບ ໃຫ້ສູງຂຶ້ນໃຫ້ສົມກັບການຈັດຕັ້ງ ຂັ້ນເທິງ ພັກ-ລັດເຊື່ອໝັ້ນ ແລະ ມອບໝາຍໜ້າທີ່ອັນທີ່ມີກຽດ ສະຫງ່າ ແລະ ສືບຕໍ່ປັບປຸງພັດ ທະນາຕົນເອງໃຫ້ມີຄວາມໜັກ ແໜ້ນ ເຂັ້ມແຂງ ໃນຮອບດ້ານ ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດ ນະໂຍບາຍມະຕິ, ຄຳສັ່ງຂອງພັກ ກົດໝາຍຂອງລັດ ເພື່ອເຝິກຝົນ ຫຼໍ່ຫຼອມຕົນເອງ ດ້ານຄຸນສົມບັດ ສິນທຳປະຕິວັດ ຊອກຮູ້ຮໍ່າຮຽນ ຍົກສູງຄວາມຮູ້, ຄວາມສາມາດ ໃຫ້ສູງຂຶ້ນກວ່າເກົ່າ ແລະ ພ້ອມ ກັນປັບປຸງແບບແຜນດຳລົງຊີວິດ ໃຫ້ໂປ່ງໃສ, ມີຄວາມອົດທົນຜ່ານ ຜ່າຄວາມຫຍຸ້ງຍາກ ພ້ອມກັນ ນຳເອົາຄວາມຮູ້, ຄວາມສາມາດ ບົດຮຽນທີ່ໄດ້ຮໍ່າຮຽນມາໄປຈັດ ຕັ້ງຕິປະບັດ ໝູນໃຊ້ເຂົ້າໃນໜ້າທີ່ ວຽກງານຕົວຈິງຂອງກົມກອງ ໃຫ້ເກີດດອກອອກຜົນ ແລະ ກ້າວ ໜ້າຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ແສງຈັນ ນ້ອຍບົວລະພາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ