ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການເຄື່ອນໄຫວຂອງກົມກອງທ້ອງຖິ່ນໃນທ້າຍເດືອນພຶດສະພາ ຫາ ຕົ້ນເດືອນມິຖຸນາ
ເວລາອອກຂ່າວ: 2022-06-24 10:44:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 491 | ຄວາມນິຍົມ:



ພະແນກສະຫະພັນແມ່ຍິງ ກົມ ໃຫຍ່ການເມືອງກອງທັບ: ໄດ້ຈັດ ຕັ້ງສ່ອງແສງວຽກງານຮອບ ດ້ານ ປະຈໍາເດືອນມິຖຸນາ 2022, ໂດຍການເປັນປະທານຂອງ ສະ ຫາຍ ພັນໂທ ນາງ ປາ ວົງສະ ແຫວງ ຫົວໜ້າພະແນກສະຫະພັນ ແມ່ຍິງ ກົມໃຫຍ່ການເມືອງກອງ ທັບ, ໃນພິທີບັນດາຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງທີ່ຂຶ້ນກັບ ໄດ້ພັດປ່ຽນກັນລາຍງານສະພາບ ການເຄື່ອນໄຫວວຽກງານຮອບ ດ້ານໄລຍະ 1 ເດືອນຜ່ານມາ, ຍົກ ໃຫ້ເຫັນຜົນງານທີ່ສ້າງໄດ້, ບາງບັນຫາທີ່ຍັງຄົງຄ້າງຈະຕ້ອງ ໄດ້ສືບຕໍ່ປັບປຸງແກ້ໄຂ ແລະ ວາງ ທິດທາງແຜນການໃນຕໍ່ໜ້າ, ພ້ອມ ທັງໄດ້ປຶກສາຫາລືກະກຽມສະ ເຫຼີມສະຫຼອງວັນສ້າງຕັ້ງສະຫະ ພັນແມ່ຍິງລາວ ຄົບຮອບ 67 ປີ ໃຫ້ມີບັນຍາກາດຟົດຟື້ນ. v ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ: ເປີດອົບ ຮົມ-ຫັດແອບປັບປຸງລະບຽບ ແບບແຜນໃຫ້ພະນັກງານ-ນັກ ຮົບ. ທັງນີ້, ເພື່ອຍົກສູງລະດັບ ຄວາມຮູ້, ຄວາມສາມາດໃຫ້ນາຍ ແລະ ພົນທະຫານຢູ່ກົມກອງກຳ ໄດ້ທາງດ້ານທິດສະດີຫຼັກການ ສິລະປະຍຸດ-ຍຸດທະວິທີ, ມີຄວາມ ຊຳນານ ຮັບປະກັນໃນການກຽມ ພ້ອມສູ້ຮົບໃນສະເພາະໜ້າ ແລະ ຍາວນານພ້ອມທັງປັບປຸງລະ ບຽບແບບແຜນໃຫ້ນາຍ ແລະ ພົນທະຫານມີສະຕິຕໍ່ການຈັດ ຕັ້ງ ຕື່ນຕົວຕໍ່ການປະຕິບັດລະ ບຽບວິໄນຂອງກອງທັບຢ່າງເຂັ້ມ ງວດ. ການອົບຮົມໃນຄັ້ງນີ້ ກຳ ນົດເວລາ 28 ວັນຈຶ່ງຈະສໍາເລັດ. v ກອງສາງຢາ ແລະ ອຸປະ ກອນການແພດກອງທັບ: ເຜີຍ ແຜ່ເຊື່ອມຊຶມ 2 ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ ແລະ ການສະກັດກັ້ນ, ແກ້ໄຂບັນ ຫາຢາເສບຕິດ. ທັງນີ້, ເພື່ອເຮັດ ໃຫ້ຄະນະພັກ-ຄະນະບັນຊາທຸກ ຂັ້ນ, ພະນັກງານ-ນັກຮົບທົ່ວ ກອງທັບ, ເວົ້າລວມ ເວົ້າສະ ເພາະ ກໍຄືພະນັກງານຫຼັກແຫຼ່ງ ພາຍໃນກົມກອງສາງຢາ ແລະ ອຸປະກອນການແພດກອງທັບ ມີຄວາມຮັບຮູ້ເຂົ້າໃຈ, ກໍາແໜ້ນ ເຊື່ອມຊຶມຕໍ່ເນື້ອໃນ. ຈຸດປະສົງ ແນໃສ່ແກ້ໄຂສະພາບເສດຖະກິດ ການເງິນ ແລະ ການແກ້ໄຂບັນ ຫາຢາເສບຕິດທີ່ລະບາດເປັນວົງ ກວ້າງ ແລະ ຮຸນແຮງໃຫ້ຫຼຸດລົງ ຢ່າງຈະແຈ້ງ, ສ້າງໃຫ້ກົມກອງ ແລະ ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບ ຮຽບຮ້ອຍ, ມີຄວາມປອດໄພ ແລະ ສ້າງເງື່ອນ ໄຂໃນການສ້າງສາພັດທະນາ ເສດຖະກິດ, ວັດທະນະທໍາ-ສັງ ຄົມລາວ ປອດຢາເສບຕິດໃຫ້ໄດ້ ດີທີ່ສຸດ. v ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 202: ກອງພົນ ທີ 2 ສະຫາຍ ພັນໂທ ບຸນຈັນ ມະນີສອນ ຫົວໜ້າພະແນກເສ ນາທິການ ກອງພັນໃຫຍ່ 202 ໄດ້ພົບປະໂອ້ລົມພະນັກງານ-ນັກ ຮົບ ຢູ່ກອງຮ້ອຍ 261, ເຊິ່ງສະ ຫາຍໄດ້ເນັ້ນໜັກໃຫ້ຄະນະພັກ- ຄະນະບັນຊາແຕ່ລະຂັ້ນເອົາໃຈ ໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ- ນັກຮົບພາຍໃນກົມກອງຂອງຕົນ ຮັບຮູ້, ເຊື່ອມຊຶມ ແລະ ມີຄວາມ ເປັນເອກະພາບຕໍ່ແນວທາງຂອງ ພັກ, ລະບຽບກົດໝາຍຂອງລັດ, ຮັກສາໄດ້ຄວາມສາມັກຄີພາຍ ໃນໃຫ້ແໜ້ນແຟ້ນ, ເອົາໃຈໃສ່ຍູ້ ແຮງຂະບວນການດ້ານຕ່າງໆ ພາຍໃນກົມກອງໃຫ້ມີຂະບວນ ການຟົດຟື້ນກວ້າງຂວາງ, ເປັນ ແບບຢ່າງໃນທຸກຂະບວນການ ເພື່ອເປັນເງື່ອນໄຂໃນການສ້າງ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເອົາໃຈໃສ່ຊີ້ນຳຢ່າງ ໃກ້ຊິດວຽກງານວິຊາສະເພາະ ໃຫ້ຮູ້ລະບຽບການຄຸ້ມຄອງວັດ ຖຸຕ່າງໆກຽມພ້ອມຮັບມືກັບສະ ພາບການທີ່ຈະເກີດຂຶ້ນ. v ກອງພົນທີ 3: ສ່ອງແສງ ວຽກງານ ຊາວໜຸ່ມ ປະຈຳໄຕມາດ II ປະຈຳປີ 2022 ເຊິ່ງໄດ້ຍົກໃຫ້ ເຫັນສະພາບອັນພົ້ນເດັ່ນພາຍໃນ ຂອບເຂດກົມກອງຮັບຜິດຊອບ, ດ້ານດີທີ່ຕັ້ງໜ້າ, ບາງບັນຫາທີ່ຍັງ ຄົງຄ້າງ ແລະ ບາງບົດຮຽນທີ່ ຖອດຖອນໄດ້ ພາຍໃນກຳລັງຖັນ ແຖວຊາວໜຸ່ມໄວ-ໜຸ່ມຕະຫຼອດ ໄລຍະຜ່ານມາເພື່ອພ້ອມກັນຄົ້ນ ຄວ້າແກ້ໄຂ, ຕ້ານ ແລະ ສະກັດ ກັ້ນບັນດາປະກົດການຍໍ້ທໍ້ຂອງ ຊາວໜຸ່ມໃຫ້ດີຂຶ້ນ, ເຮັດໃຫ້ກຳລັງ ຊາວໜຸ່ມມີແນວຄິດຫຼັກໝັ້ນ ອຸ່ນ ອຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານ, ຮັບປະກັນໃນການເຝິກແອບຮໍ່າ ຮຽນ ກຽມພ້ອມສູ້ຮົບໄດ້ຕະຫຼອດ ເວລາ. v ກອງຮ້ອຍ 6 ທະຫານແຂວງ ຫຼວງພະບາງ: ໄດ້ດໍາເນີນຊີວິດ ການເມືອງ ໃຫ້ພະນັກງານ ສະມາ ຊິກພັກ ປະຈໍາໄຕມາດ II ປີ 2022, ໂດຍອີງໃສ່ 5 ມາດຖານເງື່ອນໄຂການຕີລາຄາຕົນເອງຂອງສະມາຊິກພັກ, ເພື່ອຊອກຄົ້ນຫາເຫັນຈຸດ ດີທີ່ຕັ້ງໜ້າ, ຈຸດອ່ອນຂໍ້ຄົງຄ້າງ ແລະ ວິທີການແກ້ໄຂ, ໂດຍເປີດ ກວ້າງຕໍານິສົ່ງຂ່າວຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ບົນພື້ນຖານຮັກ ສາໄດ້ຄວາມສາມັກຄີ ແລະ ມີ ລັກສະນະສ້າງສັນ, ການດໍາເນີນ ຊີວິດການເມືອງໄດ້ດໍາເນີນໄປ ເປັນເວລາ 1 ວັນ. v ກອງບັນຊາການທະຫານ ແຂວງສະຫວັນນະເຂດ: ໄດ້ສະ ຫຼຸບຖອດຖອນບົດຮຽນວຽກງານ ການຈັດຕັ້ງປະຕິບັດ ປ້ອງກັນ ຄວບຄຸມໄພພິບັດ ປະຈຳປີ 2021, ຜ່ານມາ ກອງບັນຊາການທະຫານ ແຂວງສະຫວັນະເຂດ ໄດ້ກະກຽມ ທາງດ້ານກຳລັງພາຫະນະວັດຖຸ ຮັບໃຊ້ຕ່າງໆຢ່າງຮອບດ້ານ, ເອົາ ໃຈໃສ່ຕິດຕາມກຳແໜ້ນສະພາບ ການຜັນແປຂອງດິນຟ້າອາກາດ ເປັນປະຈຳ. ໃນນັ້ນ, ໄດ້ນຳໃຊ້ກຳ ລັງເຂົ້າຊ່ວຍເຫຼືອປະຊາຊົນ ຈຳ ນວນ 65 ສະຫາຍ, ເຄື່ອນຍ້າຍ ຊັບສິນຂອງປະຊາຊົນ, ເຄື່ອນ ຍ້າຍປະຊາຊົນ, ເຄື່ອນຍ້າຍສັດ ລ້ຽງ ອອກຈາກເຂດນໍ້າຖ້ວມໄປ ສູ່ບ່ອນປອດໄພ ຈຳນວນ 9 ຖ້ຽວ ແລະ ຟື້ນຟູຊ່ວຍເຫຼືອປະຊາຊົນ ພາຍຫຼັງຖືກຜົນກະທົບ, ເກັບກູ້ ເຂົ້າໄດ້ 1.500 ໂຕນ. v ໜ່ວຍງານສັກຢາປ້ອງກັນ ພະຍາດ ໂຄວິດ-19 ກອງພົນ ທີ3: ໄດ້ເຄື່ອນໄຫວສັກຢາເຂັ້ມ ທີ 4 ໃຫ້ແກ່ພະນັກງານ-ນັກຮົບ ຢູ່ກອງພັນ 408 ທັງນີ້, ເພື່ອ ເຮັດໃຫ້ພະນັກງານ-ນັກຮົບ ຢູ່ບັນ ດາກົມກອງ ໄດ້ຮັບການສັກຢາ ຢ່າງ ທົ່ວເຖິງ ແລະ ຄົບຖ້ວນຕາມ ເງື່ອນໄຂເພື່ອຕ້ານ ແລະ ປ້ອງ ກັນໃນການແຜ່ເຊື້ອຂອງພະຍາດ ໂຄວິດ-19 ນັບມື້ຫຼຸດໜ້ອຍລົງ ເທື່ອລະກ້າວ. v ກອງຮ້ອຍ 12 ເຫຼົ່າຮົບຊ່າງ ແສງ ກອງພັນໃຫຍ່ 201 ກອງ ພົນທີ 2: ໄດ້ແຕ່ງຕັ້ງຄະນະໜ່ວຍ ຊາວໜຸ່ມ. ໃນນີ້, ໄດ້ຕົກລົງແຕ່ງ ຕັ້ງ ສະຫາຍ ຮ້ອຍຕີ ຄຳຫຼ້າ ສີ ດວງຈັນ ເປັນຮອງເລຂາໜ່ວຍ ຊາວໜຸ່ມ ປ່ຽນແທນ ສະຫາຍ ຮ້ອຍໂທ ວຽງແກ້ວ ສຸກດາລາ ທີ່ຍົກຍ້າຍໄປຮັບໜ້າທີ່ຢູ່ກົມກອງ ໃໝ່. v ກອງພັນໃຫຍ່ 301: ໄດ້ ແຕ່ງຕັ້ງອະນຸກຳມະການເຄືອນ ໄຫວກວດກາລະບຽບຕົວຈິງທົ່ວ ກອງພັນໃຫຍ່ເພື່ອເປັນການປັບ ປຸງຍົກລະດັບຄຸນນະພາບທາງ ດ້ານລະບຽບແບບແຜນຂອງ ກອງທັບ ໃຫ້ໜັກແໜ້ນ ແລະ ເຂັ້ມ ແຂງໃນທຸກດ້ານຂອງກົມກອງ ໃຫ້ເປັນເອກະພາບ, ໃນນີ້ 1 ເດືອນ ຈະໄດ້ກວດກາ 1 ເທື່ອ. v ກອງພົນທີ 5: ໄດ້ຈັດຕັ້ງ ກອງປະຊຸມສ່ອງແສງວຽກງານ ຮອບດ້ານປະຈຳໄຕມາດ ເພື່ອຕີ ລາຄາຄືນຜົນສຳເລັດໃນການຈັດ ຕັ້ງປະຕິບັດໜ້າທີ່ວຽກງານໃນ ໄລຍະຜ່ານມາ ແລະ ພ້ອມກັນວາງ ທິດທາງແຜນການໃນຕໍ່ໜ້າ ເພື່ອ ເຮັດໃຫ້ວຽກງານໄດ້ມີການຫັນ ປ່ຽນຢ່າງຕັ້ງໜ້າ ພ້ອມທັງຍົກໃຫ້ ເຫັນດ້ານດີ , ດ້ານອ່ອນ ແລະ ວິທີ ການແກ້ໄຂໃນຕໍ່ໜ້າ ເພື່ອສ້າງໃຫ້ ກົມກອງມີການພັດທະນາຂຶ້ນເປັນກ້າວໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ