ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ສໍາເລັດການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 16 ທີ່ພະນົມເປນ
ເວລາອອກຂ່າວ: 2022-06-24 10:42:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 139 | ຄວາມນິຍົມ:



ກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດອາຊຽນ ຄັ້ງທີ 16 (ADMM-16) ທີ່ກໍາປູເຈຍ ເປັນເຈົ້າພາບໄດ້ອັດລົງດ້ວຍ ຜົນສຳເລັດອັນຈົບງາມ ໃນຕອນ ບ່າຍວັນທີ 22 ມິຖຸນານີ້, ເຊິ່ງ ທ່ານ ພົນເອກ ຈັນສະໝອນ ຈັນ ຍາລາດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດ ກໍໄດ້ນໍາພາຄະນະຜູ້ແທນ ການທະຫານຂັ້ນສູງ ສປປ ລາວ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ໃນວາລະຂອງກອງປະຊຸມ, ບັນດາຜູ້ແທນແຕ່ລະປະເທດກໍ ໄດ້ແລກປ່ຽນຄວາມຄິດຄວາມ ເຫັນກ່ຽວກັບສະພາບການ ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ. ໂດຍສືບຕໍ່ຍົກສູງເພີ່ມ ທະວີຄວາມຮ່ວມມືໃນການຮັບ ມືກັບບັນດາສິ່ງທ້າທາຍເປັນຕົ້ນ ແມ່ນການກໍ່ການຮ້າຍ, ໄພພິບັດ ທາງທຳມະຊາດ, ຄວາມປອດໄພ ທາງສື່ສັງຄົມອອນລາຍ ພ້ອມ ທັງສ້າງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ແລະ ບັນຫາ ອື່ນໆອີກຈຳນວນໜຶ່ງ. ນອກຈາກນີ້ກອງປະຊຸມ ADMM-16 ໄດ້ຮັບຮອງເອົາຂໍ້ ລິເລີ່ມໃໝ່ຫຼາຍສະບັບ ເປັນຕົ້ນ ແມ່ນ: ເອກະສານແນວຄວາມ ຄິດກ່ຽວກັບການເພີ່ມທະວີການ ຮ່ວມມືລະຫວ່າງກຳລັງປ້ອງ ກັນຊາດຂອງບັນດາປະເທດອາ ຊຽນ ໃນການຄວບຄຸມການແຜ່ລະບາດພະຍາດຂ້າມຊາຍແດນ; ເອກະສານແນວຄວາມຄິດກ່ຽວ ກັບການເສີມຂະຫຍາຍກົນໄກ ໜູນຊ່ວຍທະຫານຍິງອາຊຽນ ໃນການເຄື່ອນໄຫວຮັກສາສັນ ຕິພາບ; ເອກະສານແນວຄວາມ ຄິດກ່ຽວກັບການສ້າງຕັ້ງການພົວພັນຮ່ວມມືລະຫວ່າງສະ ຖາບັນປ້ອງກັນຊາດອາຊຽນ (ADEIC); ພ້ອມດຽວກັນນີ້ກໍ ຍັງໄດ້ຮັບຮອງເອົາຖະແຫຼງ ການຮ່ວມ ADMM-16 ກ່ຽວ ກັບ “ຄວາມສາມັກຄີເພື່ອຄວາມ ສະຫງົບປອດໄພ”. ໂດຍຢືນຢັນ ຄືນໃໝ່ກ່ຽວກັບການຍຶດໝັ້ນຫຼັກ ການ ແລະ ເປົ້າໝາຍພື້ນຖານ ທີ່ໄດ້ກຳນົດໄວ້ໃນກົດບັດອາ ຊຽນ, ສົນທິສັນຍາມິດຕະພາບ ແລະ ການຮ່ວມມືຢູ່ອາຊີຕາເວັນ ອອກສ່ຽງໃຕ້ (TAC) ເພື່ອແນ ໃສ່ຮັດແໜ້ນຄວາມເປັນໃຈກາງ, ຄວາມເປັນເອກະພາບຂອງອາ ຊຽນ ແລະ ການຮັກສາລະບຽບ ການ. ເພື່ອຜົນປະໂຫຍດຂອງປະ ຊາຊົນ; ທັງເປັນບົດບາດໃຈກາງ ຂອ ອາຊຽນ ເປັນກຳລັງຊີ້ນຳ ຕົ້ນຕໍໃນການເພີ່ມທະວີການ ຮ່ວມມືດ້ານປ້ອງກັນປະເທດ- ຄວາມໝັ້ນຄົງ ແລະ ມາດຕະ ການສ້າງຄວາມໄວ້ເນື້ອເຊື່ອໃຈ ກັບບັນດາຄູ່ຮ່ວມມືພາຍນອກ, ມຸ່ງໄປເຖິງການຮັກສາສັນຕິ ພາບ, ຄວາມໜັ້ນຄົງ ແລະ ວັດ ທະນາຖາວອນ ທີ່ເປັນເສົາຫຼັກສໍາຄັນໃນໂຄງສ້າງການພົວພັນຮ່ວມມືທີ່ເປີດກວ້າງ, ໂປ່ງໃສ, ອ່ອນໄຫວ ແລະ ບັນຫາອື່ນໆ ທີ່ສໍາຄັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ