ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງປ້ອງກັນປະເທດ ຈັດຕັ້ງປາຖະກະຖາ ວັນຊາດແຫ່ງສະຫະພັນຣັດເຊຍ ຄົບຮອບ 20 ປີ
ເວລາອອກຂ່າວ: 2022-06-24 10:40:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 217 | ຄວາມນິຍົມ:



ວັນທີ 23 ມິຖຸນາ 2022 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການ ເມືອງກອງທັບ ກະຊວງປ້ອງກັນ ປະເທດ ໄດ້ຈັດຕັ້ງປາຖະກະຖາ ວັນຊາດແຫ່ງສະຫະພັນ ຣັດເຊຍ ຄົບຮອບ 20 ປີ (12 ມິຖຸນາ 2002-12 ມິຖຸນາ 2022) ໂດຍ ການເຂົ້າຮ່ວມ ແລະ ປາຖະກະຖາ ຂອງ ສະຫາຍ ວາລາມີເດຍ ກາ ລິນີນ ເອກອັກຄະລັດຖະທູດວິ ສາມັນ ຜູ້ມີອໍານາດເຕັມແຫ່ງ ສະພັນ ຣັດເຊຍ ປະຈໍາລາວ,ໃຫ້ ກຽດເຂົ້າຮ່ວມມີ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດ ຖະມົນຕີກະຊວງປ້ອງກັນປະ ເທດ ຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ມີຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ, ຄະ ນະພັກ-ຄະນະບັນຊາ ກົມ, ຫ້ອງ ການ, ແຂກຖືກເຊີນ ແລະ ບັນດາ ກົມກອງ ອ້ອມຂ້າງເຂົ້າຮ່ວມ. ສະຫາຍ ວາລາມີເດຍ ກາລິນິນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງສະຫະ ພັນຣັດເຊຍ ກ່າວວ່າ: ສ ຣັດເຊຍ ເປັນປະເທດໜຶ່ງມີປະຫວັດ ສາດອັນຍາວນານມາເວລາ ຫຼາຍກວ່າ 1000 ປີ (ໃນສະຕະ ວັດທີ 6-7). ໂດຍສ່ວນໃຫຍ່ ແລ້ວຕະຫຼອດໄລຍະເວລາທີ່ ຜ່ານມາປະເທດ ຣັດເຊຍ ແມ່ນ ມີຄວາມເສລີພາບ, ແຕ່ກໍ່ມີຫຼາຍ ຄັ້ງທີ່ຈໍາເປັນຕ້ອງມີການຕໍ່ສູ້ ເພື່ອຄວາມເປັນເອກະລາດ, ຕ້ານການຮຸກຮານຂອງບັນດາ ປະເທດຕ່າງໆ ແລະ ພວກລັດທິ ຟາດຊິດ ຍັງຄົງຢູ່ໃນຄວາມຊົງຈຳ ຂອງປະຊາຊົນຣັດເຊຍ, ນີ້ແມ່ນ ເຫດຜົນທີ່ວັນປະກາດເອກະລາດ ເປັນວັນພັກທາງລັດຖະການທີ່ ສຳຄັນຕໍ່ພະນັກງານລັດຖະກອນ ແລະ ປະຊາຊົນໃນຣັດເຊຍ. ມາ ຮອດໃນວັນທີ 12 ມິຖຸນາ ປີ 1990 ກອງປະຊຸມໃຫຍ່ຜູ້ແທນປະຊາ ຊົນຄັ້ງທໍາອິດໄດ້ໄຂຂຶ້ນ ແລະ ຮັບຮອງເອົາຖະແຫຼ່ງການກ່ຽວ ກັບອະທິປະໄຕແຫ່ງລັດຂອງຣັດ ເຊຍ, ເຊິ່ງເປັນວັນປະກາດນຳ ໃຊ້ລັດຖະທໍາມະນູນ ແລະ ກົດ ໝາຍຂອງຣັດເຊຍ, ໜຶ່ງປີຕໍ່ມາ ໄດ້ມີການເລືອກຕັ້ງເອົາປະທາ ນາທິບໍດີແຫ່ງສະຫະພັນຣັດເຊຍ ຄັ້ງ ທຳອິດຂຶ້ນ ໃນວັນທີ 12 ມິຖຸ ນາ 1991 ໂດຍແມ່ນທ່ານ ບໍຣີສ໌ ເຢນຊິນ ໄດ້ຮັບການເລືອກຕັ້ງ ເປັນປະທານາທິບໍດີ ໂດຍໄດ້ຮັບ ຄະແນນສຽງເປັນສ່ວນຫຼາຍ. ການເລືອກຕັ້ງທົ່ວປະເທດນີ້ ແມ່ນຈັດຂຶ້ນເປັນຄັ້ງທຳອິດ ໃນຮູບແບບທີ່ບໍ່ຄຸ້ນເຄີຍ ແລະ ເປັນສິ່ງທີ່ແປກໃໝ່ໃນເວລານັ້ນ, ເຊິ່ງສາມາດເວົ້າໄດ້ວ່ານີ້ເປັນ ເຫດການປະຫວັດສາດຂອງໂລກ ແລະ ເປັນບາດກ້າວທີ່ສໍາຄັນຕໍ່ ການສ້າງລັດ ປະຊາທິປະໄຕ ຂອງສະຫະພັນ ຣັດເຊຍ, ໃນປີ 1994 ທ່ານ ບໍຣິດສ໌ ເຢນເຊັນ ໄດ້ລົງນາມໃນດໍາລັດ ວ່າດ້ວຍ ການສ້າງຕັ້ງວັນບຸນລະດັບຊາດ ຂຶ້ນໄໝ່, ເຊິ່ງເປັນມື້ຮັບຮອງການ ປະກາດອະທິປະໄຕ ຂອງຣັດ ເຊຍ, ດັ່ງນັ້ນວັນທີ 12 ມິຖຸນາ ຂອງທຸກປີໄດ້ກາຍເປັນທີ່ຮູ້ຈັກ ກັນໃນຊື່ວັນເອກະລາດຂອງຣັດ ເຊຍ, ມາຖິງວັນທີ 1 ກຸມພາ 2002 ວັນບຸນດັ່ງກ່າວໄດ້ຖືກປ່ຽນຊື່ໃໝ່ເປັນວັນຊາດແຫ່ງ ສະຫະພັນຣັດເຊຍຢ່າງເປັນທາງ ການ ເຊິ່ງວັນບຸນດັ່ງກ່າວ ໄດ້ຖືກ ກຳນົດວ່າ: ເປັນວັນພັກທາງລັດ ຖະການ. ສະນັ້ນ, ວັນທີ 12 ມິຖຸນາ 2022 ຢູ່ ສະຫະພັນຣັດເຊຍ ຈຶ່ງມີການສະເຫຼີມສະຫຼອງວັນ ບຸນ ທີ່ສໍາຄັນຂອງຊາດ ນັ້ນກໍຄື “ວັນຊາດຣັດເຊຍ” ຄົບຮອບ 20 ປີ. ໃນພິທີສະເຫຼີມສະຫຼອງວັນ ອັນສຳຄັນທຸກປີ, ທ່ານ ວະລາດີ ເມຍປູຕິນ, ປະທານາທິບໍດີ ແຫ່ງ ສ ຣັດເຊຍ ໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສຳຄັນຂອງ ອະທິປະໄຕ ສຳລັບປະຫວັດສາດ ໜ້າໃໝ່ຂອງ ສ ຣັດເຊຍ. ທ່ານ ວະລາດີເມຍ ປູຕິນ ໄດ້ກ່າວວ່າ ບັນຫາສໍາຄັນແລະມີຄຸນຄ່າທີ່ສຸດ ຂອງ ປະເທດກໍຄືປະຊາຊົນຣັດ ເຊຍ. ໃນປະຫວັດສາດສະໄໝໃໝ່, ວັນຊາດຣັດເຊຍ ແມ່ນມີຄວາມ ໝາຍຄວາມສໍາຄັນເປັນອັນດັບ ຕົ້ນໆ, ຢູ່ສະໝາມຫຼວງຕາມຕົວ ເມືອງນ້ອຍ-ໃຫຍ່ ທົ່ວປະເທດ ໄດ້ມີການຈັດຕັ້ງສະເຫຼີມສະຫຼອງ ຢ່າງຄຶກຄື້ນມ່ວນຊື່ນ. ຢູ່ສຳນັກ ງານປະທານາທິບໍດີ ກໍມີການ ຕ້ອນຮັບບຸກຄົນ ແລະ ນິຕິບຸກຄົນ ທີ່ປະກອບສ່ວນເຂົ້າໃນການພັດ ທະນາປະເທດຊາດໃນວັນສໍາຄັນດັ່ງກ່າວຈະມີການຍ້ອງຍໍຈາກລັດຖະບານ ແຫ່ງ ສ ຣັດເຊຍ ໃຫ້ແກ່ ບຸກຄົນ ແລະ ນິຕິບຸກຄົນທີ່ເຮັດ ວຽກເພື່ອປະເທດຊາດທີ່ມາຈາກ ພາກສ່ວນຕ່າງໆໃນທົ່ວປະເທດ. ໂອກາດດຽວກັນນີ້, ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ກໍ ໄດ້ຕາງໜ້າໃຫ້ຄະນະນໍາກະຊວງ ປ້ອງກັນປະເທດ ມອບກະຕ່າຂອງ ຂວັນໃຫ້ ສະຫາຍ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງສະ ຫະພັນ ຣັດເຊຍ ປະຈໍາລາວ. ໂດຍ: ພອນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ