ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈັດຕັ້ງສອບເສັງຄັດເລືອກເອົານັກຮຽນກໍ່ສ້າງວັດທະນະທໍາ ມ 6 - ມ 7
ເວລາອອກຂ່າວ: 2022-06-24 10:33:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 87 | ຄວາມນິຍົມ:



ວັນທີ 22 ມິຖຸນາ 2022 ນີ້, ຢູ່ທີ່ສູນ 14 ໄດ້ຈັດຕັ້ງສອບເສັງ ຄັດເລືອກເອົານັກຮຽນກໍ່ສ້າງ ວັດນະທໍາ ມ6-ມ7 ທີ່ຈະເຂົ້າຮຽນຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ສົກຮຽນ 2022-2023 ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ມີສະຫາຍຫົວໜ້າ ກົມໂຮງຮຽນ, ຄະນະຊີ້ນໍາ, ຄະນະ ກໍາມະການ, ອະນຸກໍາມະການ ສອບເສັງ, ຄະນະພັກ-ຄະນະບັນ ຊາ, ຕະຫຼອດຮອດນັກຮຽນເຂົ້າ ສອບເສັງເຂົ້າຮ່ວມ. ໃນພິທີ ສະຫາຍ ພົນຈັດຕະ ວາ ພັນແສງ ບຸນພັນ ໄດ້ກ່າວ ວ່າ: ການຈັດຕັ້ງສອບເສັງຄັດ ເລືອກໃນຄັ້ງນີ້ ເພື່ອເລືອກເອົາ ນັກຮຽນດີ, ນັກຮຽນເກັ່ງ, ທີ່ມີ ຄວາມຮູ້, ຄວາມສາມາດ, ມີພອນ ສະຫວັນໃນດ້ານການຮໍ່າຮຽນ, ມີຄຸນສົມບັດສິນທໍາປະຕິວັດ, ມີສຸຂະພາບແຂງແຮງ, ມີການ ພັດ ທະນາທາງດ້ານຮ່າງກາຍທີ່ດີ ເພາະວ່າມັນເປັນການກໍ່ສ້າງບຸ ຄະລາກອນຢູ່ໃນຖັນແຖວກອງ ທັບປະຊາຊົນລາວ ນັບແຕ່ຂັ້ນ ສູນກາງລົງໄປຮອດທ້ອງຖິ່ນ ລ້ວນແຕ່ມີການຈັດຕັ້ງຄັດເລືອກ ເອົາບຸກຄະລາກອນທີ່ດີເດັ່ນປະ ກອບເຂົ້າຢູ່ໃນຖັນແຖວກໍາລັງ ປະກອບອາວຸດກໍຄືບັນດາອົງ ການຕ່າງໆຢູ່ໃນຂົງເຂດທົ່ວປະ ເທດ ເຮັດໃຫ້ບັນດາບຸກຄະລາ ກອນທີ່ມີຄວາມຮູ້ຄວາມສາ ມາດ ກັບມາຊີ້ນໍາ-ບັນຊາໃນຂະ ແໜງການຕ່າງໆໃຫ້ມີຜົນສໍາເລັດ ສູງສາມາດຕອບສະໜອງກັບໜ້າທີ່ການເມືອງໃນໄລຍະໃໝ່, ດັ່ງນັ້ນໃນການສອບເສັງຄັດ ເລືອກຂອງ ຕົວແທນນັກຮຽນ ທີ່ຈະເຂົ້າຮຽນຢູ່ໂຮງຮຽນກໍ່ສ້າງ ນາຍສິບເລກ 2 ວຽງໄຊ ຂັ້ນ ມ 6 ແລະ ມ 7 ໃນຄັ້ງນີ້ແມ່ນເປັນຂີດ ໝາຍທີ່ດີໃນການກໍ່ສ້າງພະນັກ ງານສຶບທອດປ່ຽນແທນໃນກອງ ທັບເຮົາ,ພ້ອມນັ້ນສະຫາຍຍັງໄດ້ ຮຽກຮ້ອງມາຍັງຄະນະຮັບຜິດ ຊອບ, ຄະນະຊີ້ນໍາ, ອະນຸກໍາມະ ການແຕ່ລະຂັ້ນຈົ່ງເອົາໃຈໃສ່ ຢ່າງເຂັ້ມງວດໃນການປະຕິບັດ ກົດລະບຽບການສອບເສັງເພື່ອ ຄັດເລືອກນັກຮຽນທີ່ມີຄຸນນະ ພາບແລະຖືກຕ້ອງຕາມຈຸດປະ ສົງຄາດໝາຍທີ່ທາງຄະນະຮັບ ຜິດຊອບກໍ່ຄືອະນຸກໍາມະການໄດ້ກໍານົດ. ສໍາລັບນັກຮຽນທີ່ສອບ ເສັງໃນຄັ້ງນີ້ກໍ່ຕ້ອງໄດ້ເອົາໃຈ ໃສ່ຕັ້ງໜ້າປະຕິບັດຕາມລະບຽບ ການສອບເສັງຢ່າງເຂັ້ມງວດ, ພ້ອມກັນຍາດແຍ່ງເອົາຄະແນນ ດີ, ຄະແນນເກັ່ງເພື່ອຕິດອັນດັບ ຄັດເລືອກໃນຄັ້ງນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ