ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພະແນກສະຫະພັນແມ່ຍິງຫ້ອງວ່າການກະຊວງປ້ອງກັນປະເທດ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ
ເວລາອອກຂ່າວ: 2022-06-24 10:30:00 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 102 | ຄວາມນິຍົມ:



ວັນທີ 23 ມິຖຸນາ 2022 ນີ້, ພະແນກສະຫະພັນແມ່ຍິງ ຫ້ອງ ວ່າການກະຊວງປ້ອງກັນປະເທດ ສະຫຼຸບການຈັດຕັ້ງປະຕິບັດເນື້ອ ໃນຂໍ້ແຂ່ງຂັນ 3 ດີ ໃນໄລຍະ 5 ປີ ແລະ ວາງທິດທາງແຜນການ 5 ປີ ໂດຍການເປັນປະທານຂອສະຫາຍ ພົນຈັດຕະວາ ເດືອນສະ ຫວັນ ສາຍພິມຄຳປະທຸມ ກໍາມະ ການຄະນະພັກກະຊວງ, ຮອງ ຫົວໜ້າຫ້ອງວ່າການກະຊວງ ປ້ອງກັນປະເທດ, ມີສະຫາຍ ພັນ ເອກ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ, ຫົວໜ້າຫ້ອງ ການແມ່ຍິງກອງທັບ, ມີຄະນະ ພັກ-ຄະນະບັນຊາກົມ, ຫ້ອງ ການ, ກອງ, ບໍລິສັດລັດວິສະຫະ ກິດ ພ້ອມດ້ວຍຄະນະໜ່ວຍສະ ຫະພັນແມ່ຍິງແລະແຂກທີ່ຖືກ ເຊີນເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ບົວລີ ສິດທິວົງ ຫົວໜ້າພະແນກສະ ຫະພັນແມ່ຍິງຫ້ອງວ່າການກະ ຊວງປ້ອງກັນປະເທດ ໄດ້ຜ່ານ ບົດສະຫຼຸບວຽກງານການຈັດ ຕັ້ງປະຕິບັດຂະບວນການຂໍ້ແຂງ ຂັນ 3 ດີ ໄລຍະ 5 ປີ (2016- 2020) ແລະ ຜ່ານທິດທາງ ແຜນການໄລຍະ 5 ປີ (2021- 2025), ຄະນະພັກ-ຄະນະບັນ ຊາທຸກຂັ້ນໄດ້ເອົາໃຈໃສ່ຊີ້ນຳສະ ມາຊິກແມ່ຍິງໃຫ້ມີແນວຄິດການ ເມືອງໜັກແໜ້ນ, ຄຸນສົມບັດສີນ ທໍາປະຕິວັດ, ມີຄວາມສາມັກຄີ ຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກສາໄດ້ມູນເຊື້ອເອກະລັກ ແມ່ຍິງລາວກໍ່ຄືບົດບາດແມ່ຍິງ ໃນກອງທັບສາມາດເຮັດສຳເລັດ ໜ້າທີ່ການເມືອງທີ່ຂັ້ນເທິງມອບ ໝາຍໃຫ້ດ້ວຍໝາກຜົນສູງ.ຄຽງຄູ່ກັນນີ້ພະແນກສະຫະພັນ ແມ່ຍິງຍັງໄດ້ເອົາໃຈໃສ່ປຸກລະ ດົມສະມາຊິກເອື້ອຍນ້ອງແມ່ຍິງ ຂອງຕົນເຂົ້າຮ່ວມທຸກຂະບວນ ການເຄື່ອນໄຫວຂອງກົມກອງ ຢ່າງເປັນຂະບວນຟົດຟື້ນ, ຕັ້ງ ໜ້າປະກອບສ່ວນເຂົ້າໃນທຸກ ຂົງເຂດວຽກງານຕາມພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງ ຕົນ ແລະ ໄດ້ຮັບຄວາມເຊື້ອໃຈ ຈາກການຈັດຕັ້ງຂັ້ນເທິງ ພ້ອມ ກັນນີ້ກໍ່ສ້າງເສດຖະກິດຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງ ເອື້ອຍນ້ອງແຕ່ລະໜ່ວຍໄດ້ຮັບ ການພັດທະນານັບມື້ນັບດີຂຶ້ນ ຈາກຜົນງານດັ່ງກ່າວສາມາດ ຄັດເລືອກ ແມ່ຍິງ 3 ດີ ປະເພດ I ມີ 288 ສະຫາຍ, ປະເພດ II ມີ 51 ສະຫາຍ, ພົນລະເມືອງດີ 484 ສະຫາຍ, ພັດທະນາດີ 309 ສະຫາຍ, ສ້າງຄອບຄົວດີ 181 ຄອບຄົວ, ຄອບຄົວຕົວແບບ 43 ຄອບຄົວ, ບຸກຄົນຕົວແບບ 44 ສະຫາຍ, ໜ່ວຍ 3 ດີ 14 ໜ່ວຍ, ກົມກອງນໍາພາດີເດັ່ນ 14 ກົມ ກອງ. ພ້ອມນີ້, ຍັງໄດ້ມອບໃບ ຍ້ອງຍໍຂອງສູນກາງສະຫະພັນ ແມ່ຍິງລາວໃຫ້ບຸກຄົນ 313 ສະ ຫາຍ, ໃບຊົມເຊີຍ 57 ສະຫາຍ, ໃບຍ້ອງຍໍຂອງຫ້ອງການແມ່ຍິງ ກອງທັບໃຫ້ກົມກອງນຳພາດີ ເດັ່ນ 15 ກົມກອງ, ໜ່ວຍ 3 ດີ 14 ໜ່ວຍ ແລະ ຄອບຄົວຕົວແບບ 34 ຄອບຄົວ, ບຸກຄົບຕົວແບບ 44 ສະຫາຍ ແລະ ພ້ອມກັນຈັບມືຮັບ ເອົາຂໍ້ແຂ່ງຂັນ 3 ດີ 5 ປີ ໃນຕໍ່ໜ້າ ຕື່ມອີກ. ໂອກາດນີ້ກໍ່ໄດ້ຈັດຕັ້ງເຜີຍແຜ່ມະຕິກອງປະຊຸມໃຫຍ່ ຜູ້ແທນແມ່ຍິງທົ່ວ ປະເທດ ຄັ້ງທີ VIII ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ