ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍສະຫະພັນແມ່ຍິງຫ້ອງການເມືອງ ກອງພົນທີ 3 ຍ້ອງຍໍຜົນງານ 5 ປີ
ເວລາອອກຂ່າວ: 2022-06-23 09:16:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 369 | ຄວາມນິຍົມ:



ວັນທີ 16 ມິຖຸນາ 2022 ນີ້, ໜ່ວຍສະຫະພັນແມ່ຍິງ ຫ້ອງການ ເມືອງ ກອງພົນທີ 3 ໄດ້ຈັດຕັ້ງ ຍ້ອງຍໍຜົນງານ 5 ປີ (2016-2021), ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ສີວອນ ວິໄລສັກ ຮອງຫົວໜ້າຫ້ອງການເມືອງ, ມີ ສະຫາຍ ພັນໂທ ນາງ ໄມເພັດ ວິລາວັນ ຫົວໜ້າພະແນກສະຫະ ພັນແມ່ຍິງ ກອງພົນທີ 3, ມີບັນ ດາຄະນະໜ່ວຍ, ສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍເຂົ້າຮ່ວມ. ສະຫາຍ ພັນຕີ ນາງ ຈັນສະ ໝອນ ສຸລິຍະທຳ ຫົວໜ້າໜ່ວຍ ສະຫະພັນແມ່ຍິງຫ້ອງການ ເມືອງ ກອງພົນທີ 3 ໄດ້ສະຫຼຸບ ຕີລາຄາຄືນການເຄື່ອນໄຫວຈັດ ຕັ້ງປະຕິບັດໜ້າທີ່ວຽກງານຂອງ ໜ່ວຍສະຫະພັນແມ່ຍິງຫ້ອງການເມືອງທົ່ວກອງພົນທີ 3 ເປັນຕົ້ນ: ແມ່ນດ້ານດີທີ່ຕັ້ງໜ້າ, ບັນຫາ ທີ່ຍັງຄົງຄ້າງ ແລະ ບາງບົດຮຽນ ທີ່ຖອດຖອນໄດ້ໃນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງສະມາ ຊິກສະຫະພັນແມ່ຍິງຕະຫຼອດໄລ ຍະ 5 ປີ, ຈາກຜົນງານດັ່ງກ່າວ, ຈຶ່ງໄດ້ມອບໃບຍ້ອງຍໍຂອງຄະນະ ບໍລິຫານງານສູນກາງສະຫະພັນ ແມ່ຍິງລາວໃຫ້ບຸກຄົນດີເດັ່ນ ປະ ເພດທີ I ຈຳນວນ 16 ສະຫາຍ, ປະເພດທີ II ຈຳນວນ 2 ສະຫາຍ, ຄອບຄົວຕົວແບບ ຈຳນວນ 2 ສະຫາຍ, ບຸກຄົນດີເດັ່ນ ຈຳນວນ 6 ສະຫາຍ, ໜ່ວຍ ໄດ້ເປັນໜ່ວຍ 3 ດີ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ ພ້ອມກັນປະກອບຄຳຄິດຄຳເຫັນ ຕໍ່ບົດສະຫຼຸບ, ເພື່ອແລກປ່ຽນບົດ ຮຽນ, ພ້ອມກັນແກ້ໄຂດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ພ້ອມປັບປຸງໃນຕໍ່ໜ້າ, ເພື່ອເຮັດໃຫ້ຂົງເຂດວຽກ ງານສະຫະພັນແມ່ຍິງມີການເຕີບ ໃຫຍ່ຂະຫຍາຍຕົວເຂັ້ມແຂງ ປະ ສົບຜົນສຳເລັດໃນໜ້າທີ່ການ ເມືອງ ທີ່ພັກ-ລັດຂັ້ນເທິງມອບ ໝາຍໃຫ້; ໃນໂອກາດດັ່ງກ່າວນີ້, ສະຫາຍ ພັນໂທ ສີວອນ ວິໄລສັກ ໄດ້ຮຽກຮ້ອງໃຫ້ບັນດາຄະນະ ໜ່ວຍ, ສະມາຊິກສະຫະພັນແມ່ຍິງ ຫ້ອງການເມືອງ ຍົກສູງນ້ຳໃຈຮັບ ຜິດຊອບໃນຂົງເຂດວຽກງານ ຂອງຕົນ, ເຮັດໃຫ້ຖັນແຖວສະມາ ຊິກແມ່ຍິງມີຄວາມໜັກແໜ້ນ ເຂັ້ມແຂງ ເຮັດສຳເລັດໜ້າທີ່ ທີ່ ພັກ-ລັດຂັ້ນເທິງມອບໝາຍໃຫ້. ໂດຍ: ພຸດສີດາ ເຖງມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ