ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງສາທາລະນະສຸກ ສ້າງຂະບວນການບໍລິຈາກເລືອດ ຕ້ອນຮັບວັນແພດລາວ
ເວລາອອກຂ່າວ: 2022-06-22 09:16:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 744 | ຄວາມນິຍົມ:



ໃນວັນທີ 16 ມິຖຸນານີ້, 3 ອົງການຈັດຕັ້ງມະຫາຊົນກະ ຊວງສາທາລະນະສຸກ ໄດ້ຈັດຂະ ບວນ ການບໍລິຈາກເລືອດ ເພື່ອຂ່ຳ ນັບຮັບຕ້ອນວັນແພດລາວ18 ມິຖຸ ນາ ແລະ ວັນສ້າງຕັ້ງແມ່ຍິງລາວ ວັນທີ 20 ກໍລະກົດ ທີ່ຈະມາເຖິງ ນີ້ຢ່າງເປັນຂະບວນຟົດຟື້ນ ເພື່ອ ຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ແລະ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງ ອົງຄະນະພັກກະຊວງສາທາລະ ນະສຸກ ໃຫ້ປະກົດຜົນເປັນຈິງ, ໂດຍ ການເປັນປະທານຂອງທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນ ຕີກະຊວງສາທາລະນະສຸກ, ມີ ທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງ ແຫ່ງຊາດລາວ, ມີບັນດາຄະນະ ພັກກະຊວງສາທາລະນະສຸກ, ເລຂາ, ຮອງເລຂາ, ກຳມະການ ໜ່ວຍພັກ ແລະ 3 ອົງການຈັດ ຕັ້ງອ້ອມຂ້າງກະຊວງສາທາລະ ນະສຸກ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ດຣ ບຸນແຝງ ພູມມະໄລສິດ ກ່າວ ວ່າ: ຂະບວນການດັ່ງກ່າວ, ມີ ຄວາມໝາຍ ຄວາມສຳຄັນຢ່າງ ຍິ່ງ ຂອງວຽກງານອົງການ 3 ຈັດ ຕັ້ງມະຫາຊົນ ເນື່ອງຈາກສະພາບ ການລະບາດຂອງພະຍາດໂຄ ວິດ-19 ໃນໄລຍະຜ່ານມາ ແລະ ປັດຈຸບັນກໍຍັງສືບຕໍ່ລະບາດຢູ່ໃນ ທົ່ວໂລກ ກໍຄືຢູ່ ສປປ ລາວ ຂອງ ພວກເຮົາເຊິ່ງໄດ້ສົ່ງຜົນກະທົບ ຢ່າງຫຼວງຫຼາຍ ຕໍ່ການປຸກລະດົມ ການບໍລິຈາກເລືອດ ແລະ ສະ ໜອງ ເລືອດທີ່ປອດໄພຢູ່ໃນປະ ເທດ ເຮົາ. ສະຖາບັນເລືອດແຫ່ງ ຊາດ ແລະ ສູນເລືອດແຂວງໃນ ຂອບເຂດທົ່ວປະເທດ ມີຄວາມ ຫຍຸ້ງຍາກໃນການເຄື່ອນໄຫວຮັບ ບໍລິຈາກເລືອດຕາມສະຖານທີ່ ຕ່າງໆທີ່ມີແຜນກຳນົດໄວ້, ແຕ່ ຄວາມຕ້ອງການຂອງເລືອດເຂົ້າ ໃນການປິ່ນປົວຄົນເຈັບຢູ່ໂຮງໝໍໃນຂອບເຂດທົ່ວປະເທດແມ່ນ ບໍ່ໄດ້ລົດລະໃນແຕ່ລະວັນ ແລະ ນັບມື້ສູງຂຶ້ນ. ດັ່ງນັ້ນ, ພວກເຮົາ ຈຳເປັນຕ້ອງໄດ້ສືບຕໍ່ປຸກລະດົມ ຂົນຂວາຍບໍລິຈາກເລືອດຢ່າງ ເປັນປະຈຳ ແລະ ຕໍ່ເນື່ອງ, ດ້ວຍ ຫຼາຍຮູບແບບ ແຕ່ກໍຕ້ອງປະຕິ ບັດຕາມຄຳສັ່ງແນະນຳຂອງລັດ ຖະບານ ກໍຄື ຄະນະສະເພາະກິດໃນ ການຄວບຄຸມ ປ້ອງກັນ ແລະ ແກ້ ໄຂການລະບາດຂອງ ພະຍາດໂຄ ວິດ-19 ທີ່ໄດ້ກໍານົດອອກໃນແຕ່ລະໄລຍະຢ່າງເຄັ່ງຄັດ. ໃນໄລຍະຜ່ານມາ, ກະຊວງສາ ທາລະນະສຸກ ແລະ ອົງການຈັດ ຕັ້ງຂັ້ນຕ່າງໆ ທີ່ກ່ຽວຂ້ອງໄດ້ເປັນ ເຈົ້າການ ແລະ ເປັນແບບຢ່າງໃນ ການປຸກລະດົມ, ຈັດກິດຈະກຳ ແບບເປີດກວ້າງຮັບບໍລິຈາກ ເລືອດ ເພື່ອສະເຫຼີມສະຫຼອງ ວັນສຳຄັນຕ່າງໆ ຂອງພັກ ແລະ ຂອງຊາດຢ່າງຕໍ່ເນື່ອງ ເຊິ່ງໄດ້ມີຄຳຂວັນໃນການປຸກລະດົມຄື: “ບໍລິຈາກເລືອດແມ່ນຮັກຊາດ ແລະ ພັດທະນາ, ເລືອດໜຶ່ງຢົດ ເພື່ອອະນາຄົດຂອງຊາດ, ສິນໄຊ ແຫ່ງຍຸກ ຮ່ວມໃຈບໍລິຈາກ ເລືອດ”. ສະເພາະຄຳຂວັນປະຈຳ ປີ 2022 ແມ່ນ: “ບໍລິຈາກເລືອດ ແມ່ນພະລັງແຫ່ງຄວາມສາມັກຄີ, ມາຮ່ວມກັນບໍລິຈາກເລືອດເພື່ອ ຊ່ວຍຊີວິດ” ເຊິ່ງໄດ້ເຮັດໃຫ້ມີຂະ ບວນການຟົດຟື້ນ ແລະ ມີການປະ ກອບສ່ວນຂອງອົງການຈັດຕັ້ງ ມະຫາຊົນ: ຊາວໜຸ່ມ, ແມ່ຍິງ, ກຳມະບານ ໃນຂົງເຂດຕ່າງໆໃນ ຂອບເຂດທົ່ວປະເທດ. ໂດຍ: ສຸກສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ