ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການແກ້ໄຂບັນຫາຢາເສບຕິດຜ່ານການຈັດຕັ້ງປະຕິບັດ ວາລະແຫ່ງຊາດສາມາດດໍາເນີນຄະດີໄດ້ 4.094 ເລື່ອງ
ເວລາອອກຂ່າວ: 2022-06-22 09:02:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 266 | ຄວາມນິຍົມ:



ວັນທີ 21 ມິຖຸນາ 2022 ເປັນມື້ທີ 7 ຂອງການດໍາເນີນ ກອງປະຊຸມສະໄໝສາມັນເທື່ອ 3 ຂອງສະພາແຫ່ງຊາດ ຊຸດທີ 9 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ກອງ ປະຊຸມໄດ້ຮັບຟັງການລາຍງານ ຂອງລັດຖະບານ ກ່ຽວກັບຄວາມ ຄືບໜ້າໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ຈາກ ສະ ຫາຍ ພົນເອກ ວິໄລ ຫຼ້າຄໍາຟອງຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງ ປ້ອງກັນຄວາມສະ ຫງົບ. ສະຫາຍ ພົນເອກ ວິໄລ ຫຼ້າຄໍາ ຟອງ ໄດ້ລາຍງາຍວ່າ: ກໍາລັງ ປ້ອງກັນຄວາມສະຫງົບ ຂັ້ນສູນ ກາງ ແລະ ທ້ອງຖິ່ນ ໄດ້ຍົກສູງ ຄວາມຮັບຜິດຊອບຂອງຕົນ ເຂົ້າໃນການເຄື່ອນໄຫວຕາມຫຼັກ ການ ແລະ ວິທີການວິຊາສະ ເພາະ; ນັບແຕ່ເດືອນ 7/2021 ຮອດ ວັນທີ 24/5/2022 ສາ ມາດແກ້ໄຂມ້າງລາຍຄະດີຢາ ເສບຕິດ ໃນຂອບເຂດທົ່ວປະເທດ ໄດ້ທັງໝົດ 4.094 ເລື່ອງ, ຈັບຜູ້ ຖືກຫາ ໄດ້ 5.818 ຄົນ/ຍິງ 618 ຄົນ ໄດ້ຂຶ້ນບັນຊີເປົ້າຫມາຍຂົນ ສົ່ງ-ຄ້າຂາຍຢາເສບຕິດລາຍ ຍ່ອຍ, ລາຍກາງ ແລະ ລາຍໃຫຍ່ ໃນທົ່ວປະເທດໄດ້ຫຼາຍເປົ້າໝາຍ ໄດ້ສົມທົບກັບພາກສ່ວນກ່ຽວ ຂ້ອງສໍາຫຼວດ ແລະ ທໍາລາຍສວນ ຝິ່ນ 569 ເຮັກຕາ, ທໍາລາຍສວນ ກັນຊາ 4,2 ເຮັກຕາ ເເລະ ສ້າງບົດບັນທຶກຢຸດເຊົາການປູກຝິ່ນກັບ 12.859 ຄອບຄົວ, ໄດ້ອອກ ໃບຢັ້ງຢືນໃຫ້ບໍລິສັດທີ່ເຂົ້າຮ່ວມ ປະຕິບັດໂຄງການປູກພືດທົດ ແທນການປູກຝິ່ນຢູ່ ສປປ ລາວ ຈໍານວນ 50 ບໍລິສັດ ທີ່ໄດ້ຈັດສັນ ອາຊີບໃຫ້ປະຊາຊົນຢູ່ທ້ອງຖິ່ນ ໄດ້ຫຼາຍກວ່າ 44.000 ຄອບຄົວ ບັນດາປະເທດເພື່ອນມິດ ແລະ ສາກົນໄດ້ໃຫ້ການສະໜັບສະ ໜູນຊ່ວຍເຫຼືອປະຊາຊົນບັນດາ ເຜົ່າ ແລະ ທຸກຊັ້ນຄົນໃນສັງຄົມ ໄດ້ເຂົ້າຮ່ວມຢ່າງເປັນຂະບວນ ຟົດຟື້ນ ແລະ ນັບມື້ກວາງຂວາງ, ຄະນະພັກ-ຄະນະນໍາແຕ່ລະຂັ້ນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄດ້ ເພີ່ມຄວາມຮັບຜິດຊອບຂອງ ຕົນສູງຂຶ້ນກຸ່ມເສບ, ຂົນສົ່ງ, ຄ້າ ຂາຍ ແລະ ຜະລິດຢາເສບຕິດມີ ຄວາມຢ້ານກົວຈຳນວນໜຶ່ງກໍ່ ຢຸດເຊົາ ເຈົ້າໜ້າທີ່ສາມາດທຳ ລາຍແຫຼ່ງຜະລິດ, ແຫຼ່ງຊຸກເຊື່ອງ ຢາເສບຕິດໄດ້ຫຼາຍສົມຄວນ ເຊິ່ງ ເປັນການປະກອບສ່ວນເຂົ້າໃນ ການຮັກສາສະຖຽນລະພາບ ທາງການເມືອງມີຄວາມສະ ຫງົບ, ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍ ສ້າງສະພາບ ແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ ການສ້າງສາພັດທະນາເສດຖະ ກິດ-ສັງຄົມຂອງປະເທດຊາດ ພວກເຮົາ. ແນວໃດກໍ່ຕາມ ຜົນ ງານຂ້າງເທິງນັ້ນຖ້າທຽບໃສ່ ຄວາມຮຽກຕ້ອງການຖືວາ່ຍັງ ບໍ່ໄດ້ຫຼາຍເທົ່າທີ່ຄວນ, ສະນັ້ນ ໃນຕໍ່ໜ້າກໍາລັງປ້ອງກັນຄວາມ ສະຫງົບຈະສຸມໃສ່ຈັດຕັ້ງປະຕິ ບັດໜ້າທີ່ໃຫ້ເຂັ້ມງວດແນໃສ່ຮັບ ປະກັນໃຫ້ວຽກງານດັ່ງກ່າວມີ ຜົນສຳເລັດຕາມລະດັບຄາດ ໝາຍ. ພ້ອມນັ້ນ ຄະນະປະຈຳສະ ພາແຫ່ງຊາດໄດ້ມີຄຳເຫັນເຈາະ ຈິ້ມຕໍ່ບົດລາຍງານຂອງຄະນະ ລັດຖະບານ ແລະ ສະເໜີໃຫ້ສືບ ຕໍ່ແກ້ໄຂບັນຫາຢາເສບຕິດໃຫ້ ໄດ້ຮັບຜົນສຳເລັດ ໃຫ້ກາຍເປັນ ຄວາມຮັບຜິດຊອບໂດຍກົງ ແລະ ຮອບດ້ານແນໃສ່ຂະບວນການ ດັ່ງກ່າວມີຄວາມຟົດຟື້ນ, ແຂງ ແຮງ ແລະ ມີປະສິດທິຜົນ. ຫຼັງ ຈາກນັ້ນບັນດາທ່ານ ສສຊ ໄດ້ ພ້ອມກັນສຸມໃສ່ປະກອບຄໍາຄິດ ເຫັນໃສ່ບົດລາຍງານດັ່ງກ່າວ ຢ່າງກົງໄປກົງມາ, ມີເນື້ອໃນເລິກ ເຊິ່ງ ແລະ ນຳໄປຈັດຕັ້ງປະຕິບັດ ໃນຕໍ່ໜ້າ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ