ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າການເມືອງ ວປກ ພົບປະໂອ້ລົມນັກສຶກສາ ທີ່ສໍາເລັດການສຶກສາ ໃນສົກຮຽນ 2021-2022
ເວລາອອກຂ່າວ: 2022-06-21 09:55:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 115 | ຄວາມນິຍົມ:



ວັນທີ 14 ມິຖຸນາຜ່ານ ມາ ນີ້, ສະຫາຍ ພົນຕີ ຄຳຫຼ້າ ພັນໄຊ ຍະສຸກ ຫົວໜ້າການເມືອງ ວິທະ ຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ພົບປະໂອ້ ລົມນັກສຶກສາທີ່ສໍາເລັດການສຶກ ສາໃນສົກປີ 2021-2022, ມີ ຄະນະຮັບຜິດຊອບນັກສຶກສາ, ນັກສຶກສາລະບົບບໍາລຸງ, ນັກສຶກ ສາລະບົບກໍ່ສ້າງ ແລະ ນັກສຶກສາ ພາສາຕ່າງປະເທດ ເຂົ້າຮ່ວມ. ໃນການໂອ້ລົມ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງນັກສຶກສາທີ່ຍາດມາໄດ້ຕະຫຼອດໄລຍະການສຶກສາຮໍ່າ ຮຽນ ແລະ ເນັ້ນໜັກໃຫ້ນັກສຶກ ສາທີ່ສໍາເລັດການສຶກສາໃນສົກຮຽນ 2021-2022 ນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ ໜ້າທີ່ການເມືອງຂອງຕົນ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍ ເປັນພະນັກງານທີ່ດີ, ມີຄຸນທາດ ການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິເຄົາ ລົບປະຕິບັດຂໍ້ກຳນົດ, ກົດລະບຽບ ຂອງກອງທັບ, ພ້ອມກັນນໍາເອົາ ບົດຮຽນທີ່ໄດ້ຮໍ່າຮຽນມາໄປໝູນ ໃຊ້ເຂົ້າໃນວຽກງານຕົວຈິງ, ປະກອບສ່ວນເຂົ້າໃນການພັດທະນາ ກົມກອງຂອງຕົນໃຫ້ໜັກແໜ້ນ ເຂັ້ມແຂງໃນທຸກດ້ານ, ແທດເໝາະກັບສະພາບຄວາມເປັນຈິງຂອງ ໜ້າທີ່ການເມືອງໃນໄລຍະໃໝ່, ເອົາໃຈໃສ່ປັບປຸງພັດທະນາກົມ ກອງ ບົນພື້ນຖານເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ຈັດ ຕັ້ງປະຕິບັດຂົງເຂດວຽກງານທີ່ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນ ປະເທດວາງອອກ, ຫັນເອົາທິດ ສະດີລົງສູ່ພາກປະຕິບັດຕົວຈິງ ໃຫ້ເກີດໝາກຜົນຕາມແຜນພັດ ທະນາກົມກອງ, ສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ໜ້າ ທີ່ວິຊາສະເພາະທີ່ໄດ້ຮັບມອບ ໝາຍ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ການເຄື່ອນໄຫວວຽກງານຕ້ອງປະຕິບັດຕາມຫຼັກການລວມສູນປະຊາ ທິປະໄຕ, ເຮັດວຽກເປັນໝູ່ຄະນະ. ພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ເຮັດວຽກ ງານສຶກສາອົບຮົມການ ເມືອງ-ແນວຄິດຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ພະນັກງານ-ນັກຮົບມີ ແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ດ້ວຍໝາກຜົນອັນຈົບງາມ. ໂດຍ: ພິດສະໄໝ ແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ