ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະຮັບຜິດຊອບລົງຊຸກຍູ້ ໂຄງການກໍ່ສ້າງເສັ້ນທາງ ອະນຸສອນສະຖານກອງໄຊຈັກກະພັດ
ເວລາອອກຂ່າວ: 2022-06-20 10:08:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 210 | ຄວາມນິຍົມ:



ວັນທີ 14 ມີຖຸນາ 2022 ນີ້, ຄະນະຮັບຜິດຊອບໄດ້ລົງຊຸກ ຍູ້ວຽກງານ ແລະ ກວດກາໂຄງ ການກໍ່ສ້າງເສັ້ນທາງອະນຸສອນ ສະຖານກອງໄຊຈັກກະພັດ, ເຊິ່ງ ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນ ຢູ່ທີ່ຫ້ອງວ່າການປົກຄອງເມືອງ ໂພນທອງ ແຂວງຈຳປາສັກ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາ ສາດ-ປະຫວັດສາດການທະ ຫານ, ຮອງຫົວໜ້າຄະນະຊີ້ນຳ ໂຄງການກໍ່ສ້າງອະນຸສອນສະ ຖານກອງໄຊຈັກກະພັດ, ມີ ສະ ຫາຍ ພົນຈັດຕະວາ ສຸໄກ ພີມ ມະສານ ເລຂາຄະນະພັກຫົວໜ້າການທະຫານ ກອງບັນຊາ ການທະຫານແຂວງຈຳປາສັກ, ມີຫົວໜ້າກົມເສດຖະກິດ-ກະຊວງ ປ້ອງກັນປະເທດ, ມີຄະນະຊີ້ນຳ ໂຄງການ, ຄະນະອຳນວຍການ ບໍລິສັດ ດວງຈັນຮຸ່ງເຮືອງ ຈໍາກັດ ຜູ້ດຽວ, ຜູ້ຮັບເໝົາກໍ່ສ້າງພ້ອມ ດ້ວຍຄະນະວິຊາການຕິດຕາມ ໂຄງການ ແລະ ພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ດວງສະໝອນ ບົວ ມະນີຈັນ ອໍານວຍການບໍລິສັດ ດວງຈັນຮຸ່ງເຮືອງ ຈໍາກັດຜູ້ດຽວ ໃນນາມຜູ້ຮັບເໝົາກໍ່ສ້າງໂຄງ ການໄດ້ລາຍງານສະພາບການ ເຄື່ອນໄຫວໃນການດໍາເນີນກໍ່ ສ້າງເສັ້ນທາງໄລຍະຜ່ານມາ ເຊິ່ງ ເຫັນໄດ້ວ່າ ຄະນະນັກວິຊາການ ພ້ອມດ້ວຍໜ່ວຍງານທຸກຂັ້ນໄດ້ ເປັນເຈົ້າການໃນການປະຕິບັດໜ້າວຽກຂອງຕົນໄດ້ເປັນຢ່າງດີພ້ອມກັນເອົາໃຈໃສ່ໃນການດໍາ ເນີນກໍ່ສ້າງເສັ້ນທາງດັ່ງກ່າວ ເພື່ອໃຫ້ໄດ້ຕາມມາດຖານ-ຄາດ ໝາຍທີ່ວາງໄວ້, ໂຄງການດັ່ງ ກ່າວ ແມ່ນໄດ້ເລີ່ມເຊັນສັນຍາຮັບ ເໜົາກໍ່ສ້າງໃນຄັ້ງວັນທີ 1 ເດືອນ ກັນຍາ 2021 ເປັນຕົ້ນມາ, ເຊິ່ງໄດ້ ດໍາເນີນປະຕິບັດບັນດາໜ້າວຽກ ຕ່າງໆ, ຕາມການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍງານຕ່າງໆ ແລະ ນັກວິຊາການທີ່ລົງຕິດຕາມ ໂຄງການຢ່າງໃກ້ຊິດຕິດແທດ ແລະ ເຂັ້ມງວດຕັ້ງໜ້າສືບຕໍ່ທຸ້ມ ເທ-ທືນຮອນ ແລະ ທາງດ້ານ ພາຫະນະກົນຈັກອື່ນໆ, ນໍາໃຊ້ບຸກ ຄະລາກອນວິຊາການທີ່ມີຄວາມ ຮູ້, ຄວາມສາມາດເຂົ້າໃສ່ໂຄງ ການຢ່າງຕັ້ງໜ້າ ແລະ ຜ່ານການ ລົງສໍາຫຼວດ-ກວດກາຕາມເສັ້ນ ທາງຕົວຈິງສາມາດປະເມີນຜົນ ໄດ້ 46,9%. ຫຼັງຈາກນັ້ນ, ກໍໄດ້ມີການປະກອບຄຳຄິດເຫັນໃນບາງບັນຫາຕໍ່ໜ້າວຽກຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ, ຢ່າງກົງໄປກົງມາ ເຊິ່ງຕະຫຼອດໄລຍະການປະຕິ ບັດໜ້າວຽກທີ່ຜ່ານມາ ກໍມີທັງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກຫຼາຍປະ ການທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ແລະ ບໍ່ສອດຄ່ອງຕໍ່ກັບໜ້າວຽກຕ່າງໆ, ພ້ອມກັນນໍາເອົາເນື້ອໃນຈິດໃຈ ໃນກອງປະຊຸມໄປຈັດຕັ້ງຜັນຂະ ຫຍາຍໃນຕໍ່ໜ້າໃຫ້ມີຜົນສໍາເລັດ ເປັນກ້າວໆ, ສືບຕໍ່ປະຕິບັດຕາມ ບົດບັນທຶກທີ່ໄດ້ຮັບການມອບ ໝາຍໃຫ້ໄດ້ມາດຖານ-ຖືກຕ້ອງຕາມແບບແຜນທີ່ທາງໂຄງການໄດ້ກໍານົດເອົາໄວ້, ໃນຕອນທ້າຍ ກອງປະຊຸມກໍໄດ້ຕົກລົງເຫັນດີ ເປັນເອກກະພາບເຊັນບົດບັນທຶກ ການກວດກາບໍລິມາດການກໍ່ ສ້າງເສັ້ນທາງອະນຸສອນສະ ຖານກອງໄຊຈັກກະພັດ ຄັ້ງທີ 2 ຮ່ວມກັນ. ຂ່າວ-ພາບ: ສົມພອນ ພົງສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ