ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 1 ວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ
ເວລາອອກຂ່າວ: 2019-01-31 19:19:07 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 21 ມັງກອນ 2019 ນີ້, ກອງພົນທີ 1 ວາງພວງມາລາ ຢູ່ອະນຸສາ ວະລີນັກຮົບນິລະນາມ ເພື່ອໄວ້ ອາໄລເຖິງດວງວິວານຂອງພະ ນັກງານ-ນົບຮົບປະຕິວັດ, ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ. ເຊິ່ງນໍາໂດຍ ທ່ານ ພົນຈັດຕະວາ ແສງຍືນ ລັດສະໝີ ຫົວໜ້າ ການເມືອງກອງພົນທີ1, ມີ ທ່ານ ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າການທະຫານກອງພົນ ພ້ອມຄະນະ. ການວາງພວງມາລາໃນຄັ້ງນີ້, ແມ່ນເພື່ອໄວ້ອາໄລເຖິງ ດວງວິນ ຍານ ແລະ ຄຸນງາມຄວາມດີ ຂອງພະນັກງານ-ນັກຮົບ ທີ່ເສຍ ສະຫຼະເລືອດເນື້ອ ແລະ ຊີວິດ ເພື່ອພາລະກິດປະຕິວັດໃນການ ຕູ້ສູ້ກູ້ຊາດ ເພື່ອປົກປັກຮັກສາ ເຂດນໍ້າແດນດິນ, ປິຕິພູມທີ່ແສນ ຮັກຂອງຕົນດ້ວຍຄວາມອົງ ອາດກ້າຫານ, ເດັດດ່ຽວໜຽວ ແໜ້ນ, ບໍ່ຍອມຈໍານົນ, ຍາດໄດ້ ເອກະລາດ, ອິດສະຫລະພາບມາ ໃຫ້ແກ່ຊາດ ແລະ ນຳເອົາຄວາມ ຢູ່ເຢັນເປັນສຸກມາໃຫ້ແກ່ປະຊາ ຊົນລາວບັນດາເຜົ່າ ພາກສ່ວນເຂົ້າວາງພວງມາ ລາງມີ 6 ພາກສ່ວນຄື: ຄະນະ ພັກ-ຄະນະນໍາກອງພົນທີ 1, ອົງ ການຈັດຕັ້ງມະຫາຊົນກອງພົນ ທີ 1, ອົງການຈັດຕັ້ງມະຫາ ຊົນເມືອງວັງວຽງ, ກອງບັນຊາ ການທະຫານເມືອງວັງວຽງ ແລະ ກອງບັນຊາການປ້ອງກັນຄວາມສະຫງົບເມືອງວັງວຽງ, ໂຮງງານຊີມັງລາວວັງວຽງ 3 ຫຼັງ, ໂຮງຮຽນມັດທະຍົມສົມບູນ ນາມອນ, ອໍານາດການປົກຄອງ ກຸ່ມບ້ານນາມອນ. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ