ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ມອບເຄື່ອງໃຫ້ກອງບັນຊາການທະຫານແຂວງວຽງຈັນ
ເວລາອອກຂ່າວ: 2019-01-31 10:56:13 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 48 | ຄວາມນິຍົມ:



ໃນວັນທີ 25 ມັງກອນ 2019 ທີ່ຜ່ານມານີ້ ແມ່ປ້າ ສີ ສະຫຼຽວ ທໍາມະເທວາ ປະທານ ມູນນິທິຊ່ວຍເຫຼືອຄົນທຸກຢາກ ແຫ່ງ ສປປ ລາວ, ພ້ອມດ້ວຍຄະ ນະໄດ້ລົງຢ້ຽມຢາມ ແລະ ມອບ ເຄື່ອງອຸປະໂພກ-ບໍລິໂພກໃຫ້ ກອງບັນຊາການທະຫານ ແຂວງ ວຽງຈັນ, ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ. ໂດຍໃຫ້ການຕ້ອນຮັບຂອງ ພັນເອກ ບຸນຕຽງ ອິນທະວົງ ຄະນະພັກກອງບັນຊາການ ຫົວ ໜ້າຫ້ອງການເສນາທິການທະ ຫານແຂວງວຽງຈັນ, ພ້ອມຄະ ນະ, ເຄື່ອງທີ່ນຳມາມອບໃນ ຄັ້ງນີ້ປະກອບມີ: ໝີ່ແຫ້ງ 10 ແກັດ, ປ໋ອງປາ 5 ແກັດ, ເຂົ້າສານ ໜ້ຽວ 2 ໂຕນ, ນ້ຳປາ, ແປ້ງນົວ ລວມມູນຄ່າ 16.900.000 ກີບ, ກ່າວມອບໂດຍແມ່ນ ແມ່ປ້າ ສີ ສະຫຼຽວ ທຳມະເທວາ ແລະ ກ່າວ ຮັບ ໂດຍແມ່ນ ພັນເອກ ບຸນຕຽງ ອິນທະວົງ, ໂດຍຊ້ອງໜ້າພະນັກ ງານທັງສອງຝ່າຍເຂົ້າຮ່ວມ, ພ້ອມທັງຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກ ຮົບ ໃນທົ່ວກຳລັງປະກອບອາວຸດ ທ້ອງຖິ່ນແຂວງວຽງຈັນ ກ່າວ ສະແດງຄວາມຂອບອົກຂອບ ໃຈ ແລະ ຮູ້ບຸນຄຸນຢ່າງລົ້ນເຫຼືອ ມາຍັງມູນນິທິຊ່ວຍເຫຼືອຄົນທຸກ ຍາກແຫ່ງ ສປປ ລາວ ໂດຍສະ ເພາະແມ່ປ້າ ສີສະຫຼຽວ ທຳມະ ເທວາ ພ້ອມຄະນະທີ່ຍາມ ໃດກໍມີຄວາມເປັນຫ່ວງເປັນໃຍ ຕໍ່ກຳລັງປະກອບອາວຸດທ້ອງຖິ່ນ ແຂວງວຽງຈັນຂອງ ພວກເຮົາ ທີ່ໄດ້ນຳເອົາເຄື່ອງມາມອບໃຫ້ ໃນຄັ້ງນີ້, ພ້ອມທັງໃຫ້ຄຳໝັ້ນ ສັນຍາວ່າຈະນຳເອົາເຄື່ອງຈຳ ນວນດັ່ງນີ້ນຳໄປແຈກຢາຍໃຫ້ ອ້າຍນ້ອງຢ່າງທົ່ວເຖິງ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ