ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການແຕ່ງຕັ້ງຮອງຫົວໜ້າ ກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2022-06-17 09:45:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:



ວັນທີ 16 ມິຖຸນາ 2022 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ປະກາດການແຕ່ງຕັ້ງຮອງ ຫົວໜ້າກົມກໍ່ສ້າງຮາກຖານກົມ ໃຫຍ່ການເມືອງກອງທັບ ໂດຍ ການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາ ມະການຄະນະປະຈໍາພັກ ກະ ຊວງປ້ອງກັນປະເທດ, ຮອງຫົວ ໜ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະກົມໃຫຍ່, ຕາງໜ້າ ຄະນະພັກ-ຄະນະບັນຊາຈາກ ກົມກອງທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ໂສພາວັນ ທໍາມະເທວາ ຮອງຫົວໜ້າກົມ ພະນັກງານກົມໃຫຍ່ການເມືອງ ກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າ ດ້ວຍການຍົກຍ້າຍ ນາຍທະຫານຢູ່ ໃນກົມໃຫຍ່ການເມືອງກອງທັບ. ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບ ປັງປຸງ) ໃນພາກທີ II ໜວດທີ 4 ມາດຕາທີ 26 ວ່າດ້ວຍການ ແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການ ປັບປຸງບູລະນະກົງຈັກການຈັດ ຕັ້ງນຳພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ໜັກແໜ້ນເຂັ້ມ ແຂງຮອບດ້ານ ເພື່ອເຮັດສຳເລັດ ໜ້າທີ່ປົກປັກຮັກສາ ແລະ ພັດທະ ນາປະເທດຊາດ. ອີງຕາມໜັງສື ສະເໜີຂອງກົມໃຫຍ່ການເມືອງ ກອງທັບ ສະບັບ ເລກທີ 661 ລົງ ວັນທີ 12 ພຶດສະພາ 2022. ກະ ຊວງປ້ອງກັນປະເທດຕົກລົງແຕ່ງ ຕັ້ງຍົກຍ້າຍ ສະຫາຍ ພັນໂທ ວັນ ໄຊ ຢາຫົງທອງ ຮອງການເມືອງ ກອງສິລະປະກອນກອງທັບ ໄປ ຮັບໜ້າທີ່ໃໜ່ ເປັນຮອງຫົວໜ້າກົມ ກໍ່ສ້າງຮາກຖານ ກົມໃຫຍ່ການ ເມືອງກອງທັບ. ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ມີຄໍາ ເຫັນຊີ້ນໍາວຽກງານຫຼາຍບັນຫາ ທີ່ສໍາຄັນ ພ້ອມທັງຮຽກຮ້ອງໃຫ້ ສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ຕ້ອງ ຍົກສູງນໍ້າໃຈຮັບຜິດຊອບຕໍ່ໜ້າທີ່ ການເມືອງຂອງຕົນ, ເພີ່ມທະວີ ຄວາມສາມັກຄີເປັນເອກະພາບ ພາຍໃນ, ພ້ອມກັນໃນໝູ່ຄະນະສືບ ຕໍ່ປະຕິບັດໜ້າທີ່ວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສໍາເລັດ. ໂດຍ: ພອນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ