ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊາວໜຸ່ມກົມໃຫຍ່ເຕັກນິກກອງທັບ ສະຫຼຸບວຽກງານຂະບວນການ 4 ບຸກ
ເວລາອອກຂ່າວ: 2022-06-17 09:39:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 158 | ຄວາມນິຍົມ:



ວັນທີ 10 ມິຖຸນາ ນີ້, ພະແນກ ຊາວໜຸ່ມ ກົມໃຫຍ່ເຕັກນິກກອງ ທັບ ໄດ້ຈັດກອງປະຊຸມສະຫຼຸບ ວຽກງານຂະບວນການ 4 ບຸກ ປະຈຳປີ 2021 ໂດຍການເປັນ ປະທານຂອງ ສະຫາຍ ພົນຈັດ ຕະວາ ສາຍສະໝອນ ໄຊພູບານ ຮອງຫົວໜ້າກົມໃຫຍ່ເຕັກນິກ ກອງທັບ, ມີຄະນະພັກ-ຄະນະບັນ ຊາກົມ, ຫ້ອງການ, ກອງ, ຄະນະ ຊາວໜຸ່ມກົມກອງອ້ອມຂ້າງ, ບັນດາພະແນກການ, ຕະຫຼອດ ຮອດພະນັກງານ-ສະມາຊິກຊາວ ໜຸ່ມເຂົ້າຮ່ວມ. ສະຫາຍ ພັນໂທ ວັນນາ ຈັນ ທະວົງສາ ຫົວໜ້າພະແນກຊາວ ໜຸ່ມ ຫ້ອງການເມືອງກົມໃຫຍ່ ເຕັກນິກກອງທັບ ໄດ້ຜ່ານບົດ ສະຫຼຸບການເຄື່ອນໄຫວວຽກງານ ຂະບວນການ ແລະ ວຽກງານ 4 ບຸກຂອງຊາວໜຸ່ມກົມໃຫຍ່ເຕັກ ນິກກອງທັບ ວ່າ: ພະແນກຊາວ ໜຸ່ມກົມໃຫຍ່ເຕັກນິກກອງທັບ ປະ ກອບມີ 13 ຄະນະບໍລິຫານງານ, 10 ໜ່ວຍເອກະລາດ, 46 ໜ່ວຍ ຂຶ້ນກັບຄະນະບໍລິຫານງານ, ມີສະ ມາຊິກຊາວໜຸ່ມທັງໝົດ 1.572 ສະຫາຍ, ເພດຍິງ 251 ສະຫາຍ, ໃນໄລຍະຜ່ານມາພະແນກຊາວ ໜຸ່ມ ແລະ ຄະນະຊາວໜຸ່ມຂັ້ນ ຕ່າງໆສົມທົບແໜ້ນກັບອົງການ-ການເມືອງ ໄດ້ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ນໍາພາແນວ ຄິດ ໃນຖັນແຖວຊາວໜຸ່ມທີ່ຂຶ້ນກັບ ຄວາມຮັບຜິດຊອບຂອງຕົນໂດຍ ນຳເອົາມະຕິ, ຄຳສັ່ງແນະນຳ ຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ພ້ອມນີ້, ສະມາຊິກ ຊາວໜຸ່ມແຕ່ລະສະຫາຍຍັງໄດ້ ເປັນເຈົ້າການເຂົ້າຮ່ວມໃນຂະ ບວນການຕ່າງໆຂອງກົມກອງ ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະຂອງຕົນ, ໄດ້ຊີ້ນໍາ ສະມາຊິກຊາວໜຸ່ມໃນການສ້າງ ລາຍຮັບເຂົ້າຄັງລວມໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງກົມກອງ ຖືເອົາການປູກຝັງລ້ຽງສັດ ເປັນ ຕົ້ນ, ການຮັບເໝົາກິດຈະການ ຕ່າງໆ ສາມາດສ້າງລາຍຮັບເປັນ ເງິນທັງໝົດ 152.600.000 ກີບ, ມີກອງທຶນຊ່ວຍເຫຼືອເຊິ່ງ ກັນ ແລະ ກັນທັງໝົດ 19 ກົມ ກອງ, ມີເງິນກອງທຶນທັງໝົດ 235.900.000 ກີບ. ຈາກຜົນ ງານດັ່ງກ່າວຈຶ່ງສາມາດຈັດປະ ເພດສະມາຊິກຊາວໜຸ່ມນຳໜ້າ 4 ບຸກ ດັ່ງນີ້: ຂັ້ນຄະນະບໍລິຫານ ງານປະເພດນຳໜ້າ 4 ບຸກມີ 11 ຄະນະ, ປະເພດແຂງມີ 1 ຄະ ນະ, ຂັ້ນໜ່ວຍນໍາໜ້າ 4 ບຸກມີ 45 ໜ່ວຍ, ແຂງມີ 9 ໜ່ວຍ, ກາງມີ 3 ໜ່ວຍ, ມີສະມາຊິກ ຊາວໜຸ່ມນໍາໜ້າ 4 ບຸກ 938 ສະຫາຍ, ແຂງ 509 ສະຫາຍ, ກາງ 69 ສະຫາຍ. ໃນພິທີຍັງ ໄດ້ປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງຄະນະຊາວໜຸ່ມປະ ຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ແລະ ເອກະສານທີ່ກ່ຽວຂອງຈໍາ ນວນໜຶ່ງ ແລະ ມອບໃບຢັ້ງຢືນ ນາມມະຍົດ 4 ບຸກໃຫ້ອົງການ ຈັດຕັ້ງຊາວໜຸ່ມແຕ່ລະຂັ້ນ. ໃນໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊ ພູບານ ໄດ້ເນັ້ນໜັກໃຫ້ຄະນະ ນໍາຊາວໜຸ່ມຕະຫຼອດຮອດສະມາ ຊິກຊາວໜຸ່ມແຕ່ລະສະຫາຍ ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຊອກ ຮູ້ຮູ້ຮໍ່າຮຽນ ເພື່ອຍົກສູງຄວາມ ອາດສາມາດຂອງຕົນ ໃຫ້ແທດ ເໝາະກັບໜ້າທີ່ວຽກງານວິຊາ ສະເພາະ, ສືບຕໍ່ຊຸກຍູ້ການປະຕິ ບັດຂະບວນການ 4 ບຸກໃຫ້ເປັນ ຂະບວນການຟົດຟື້ນ ແລະ ຕິດ ພັນກັບຂະບວນການຕ່າງໆ ສົ່ງ ເສີມການແກ້ໄຂຊີວິດການເປັນຢູ່ ຊອກຫາແຫຼ່ງລາຍຮັບເຂົ້າກົມ ກອງ ໂດຍອີງໃສ່ທ່າແຮງບົ່ມຊ້ອນ ຢູ່ໃນກົມກອງຕາມທິດນຳທີ່ວ່າ: ເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງເຂັ້ມແຂງດ້ວຍຕົນເອງ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ