ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານປະເທດ ລົງຊຸກຍູ້ພື້ນຖານການປູກຝັງ-ລ້ຽງສັດ ຢູ່ແຂວງວຽງຈັນ
ເວລາອອກຂ່າວ: 2022-06-16 08:59:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 131 | ຄວາມນິຍົມ:



ດ້ວຍຄວາມເປັນຫ່ວງເປັນໄຍ ຂອງການນຳພັກ-ລັດ ຕໍ່ການພັດ ທະນາເສດຖະກິດ-ສັງຄົມ ແລະ ຍົກລະດັບຄຸນນະພາບຊີວິດການ ເປັນຢູ່ຂອງປະຊາຊົນ ຍູ້ແຮງການ ສ້າງເສດຖະກິດແຫ່ງຊາດໃຫ້ນັບ ມື້ເຕີບໃຫຍ່ເຂັ້ມແຂງ. ວັນທີ 14 ມິ ຖຸນາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມ ດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກ ຍູ້, ສົ່ງເສີມ ແລະ ຊີ້ນໍາອົງການ ປົກຄອງທ້ອງຖິ່ນ ກໍຄື ຜູ້ປະກອບ ການໃນການຜະລິດ-ທຸລະກິດຢູ່ ແຂວງວຽງຈັນ ໃນນັ້ນຢູ່ເມືອງ ທຸລະຄົມ ແລະ ເມືອງວັງວຽງ ໂດຍການຕ້ອນຮັບຂອງ ທ່ານ ທອງສະຫວັນ ວົງສຳພັນ ຮອງ ເລຂາພັກແຂວງວຽງຈັນ ພ້ອມ ຄະນະ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ໄປຢ້ຽມ ຢາມ ຟາມງົວຊີ້ນ ແລະ ສວນປູກ ຜັກອິນຊີແບບໄຮໂດຣໂປນິກນ້ຳເພັດຈະເລີນຊັບ ຂອງ ທ່ານ ໂຕ່ຊີ້ງ ແສງພະຈັນ ຢູ່ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ, ຟາມດັ່ງກ່າວສ້າງຕັ້ງຂຶ້ນໃນປີ 2019, ມີເນື້ອທີ່ 12 ເຮັກຕາ, ເຊິ່ງ ເປົ້າໝາຍຂອງບໍລິສັດ ນໍ້າເພັດ ຈະເລີນຊັບ ແມ່ນນຳເຂົ້າພັນງົວ ຊີ້ນສາຍເລືອດ 100% ເພື່ອນຳ ມາຂະຫຍາຍພັນ, ທອມງົວ ເພື່ອ ໃຫ້ໄດ້ຊີ້ນງົວຄຸນນະພາບສູງ, ຜະ ລິດ ແລະ ຈຳໜ່າຍນໍ້າເຊື້ອງົວຊີ້ນ ພັນດີ; ປັບປຸງພັດທະນາແນວພັນ ງົວຕານປ່ຽວ 1, ພັນງົວທີ່ນຳເຂົ້າ ມາມີສາຍພັນບຣາມັນ, ແອງກັສ ແລະ ຊາໂຣແລ ສາຍເລືອດ 100%, ພາຍໃນຟາມຈະນໍາໃຊ້ ເຕັກໂນໂລຊີ ເພື່ອສ້າງຟາມຕາມ ມາດຖານຂອງອາຊຽນ; ຂະ ຫຍາຍພັນສັດດ້ວຍວິທີການປະ ສົມພັນທຽມ ແລະ ຝາກໂຕອ່ອນ; ຈັດການຟາມຕາມຫຼັກວິຊາການ ລ້ຽງສັດທີ່ເໝາະສົມ; ປະຕິບັດ ມາດຕະການດ້ານນິຕິກຳ ແລະ ວິ ຊາການຢ່າງເຄັ່ງຄັດ. ຈາກນັ້ນ, ກໍໄປຢ້ຽມຢາມຄອບ ຄົວຕົວແບບປູກໝາກແຕງເມ ລອນ ຢູ່ບ້ານໄຮຢ່ອນ ເມືອງທຸລະ ຄົມ ເຊິ່ງເປັນຄອບຄົວຂອງ ທ້າວ ວິໄລພອນ ຫຼື ທ້າວ ຕົ້ນກ້າ ອິນ ທະວົງ ໄດ້ເລີ່ມທົດລອງປູກມາ ແຕ່ຕົ້ນປີ 2018 ດ້ວຍທຶນຕົວເອງ ໃຊ້ເງິນ 2 ລ້ານກີບ ແລະ ທົດ ລອງປູກແບບໃຊ້ໄມ້ໄຜ່ເປັນໂຄງ ປູກ ແລະ ທ້າຍປີ 2018 ໄດ້ຂາຍ ໝາກແຕງ 700 ກິໂລ ເມື່ອເຫັນ ວ່າມີຜົນຕອບຮັບທີ່ດີ, ປີ 2019-2020 ທາງຄອບຄົວຈຶ່ງຕັດສິນ ໃຈປຸກໂຮງເຮືອນ 8 ຫຼັງ ແລະ ປີ 2021 ໄດ້ຂະຫຍາຍໂຮງເຮືອນ ອອກເປັນ 15 ຫຼັງ ສະເລ່ຍຫຼັງໜຶ່ງ ມີມູນຄ່າປະມານ 35 ລ້ານກີບ. ສ່ວນການຂາຍຜົນຜະລິດສະເລ່ຍ ເດືອນລະ 2.000 ກິໂລກຣາມ, ຂາຍສົ່ງກິໂລລະ 20.000 ກີບ. ປັດຈຸບັນມີປະຊາຊົນພາຍໃນ ເມືອງຈໍານວນໜຶ່ງມາຖອດຖອນ ບົດຮຽນໃນການປູກໝາກແຕງ ເມລອນ. ພາຍຫຼັງສຳເລັດການເຄື່ອນ ໄຫວຢ້ຽມຢາມເມືອງທຸລະຄົມ ແລ້ວ, ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ກໍໄດ້ເດີນທາງໄປ ຢ້ຽມຢາມພູເພັດຟາມລ້ຽງງົວ, ແບ້ນົມ ແລະ ມ້າ ຢູ່ບ້ານວັງໝ້ຽງ ເມືອງວັງວຽງ, ຢ້ຽມຢາມສາງ ພັກສິນຄ້າ ແລະ ສະຖານີບໍລິການ ຂົນສົ່ງສິນຄ້າທາງລົດໄຟ ລາວ-ຈີນ ແລະ ສະຖານທີ່ທ່ອງທ່ຽວ ຕາມເສັ້ນທາງວົງແຫວນ ເມືອງ ວັງວຽງ ຕື່ມອີກ. ໃນໂອກາດຢ້ຽມຢາມ, ພື້ນຖານ ການຜະລິດຂອງຜູ້ປະກອບການ ແລະ ປະຊາຊົນຈໍານວນໜຶ່ງ ຢູ່ 2 ເມືອງດັ່ງກ່າວນີ້, ທ່ານປະທານ ປະເທດ ໄດ້ເນັ້ນໜັກໃນການສ້າງ ຄວາມເຂັ້ມແຂງໃຫ້ແກ່ການຜະ ລິດພາຍໃນ, ເພື່ອຕອບສະໜອງ ການຊົມໃຊ້ຢູ່ພາຍໃນ ແລະ ເປັນ ສິນຄ້າສົ່ງອອກ ໂດຍສະເພາະ ແມ່ນດ້ານສະບຽງອາຫານ ກໍຄື ການຮັບໃຊ້ການທ່ອງທ່ຽວໃນ ເງື່ອນໄຂເປີດປະເທດ ປະກອບ ສ່ວນສໍາຄັນເຂົ້າໃນການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ-ເງິນຕາ ໃນປັດຈຸ ບັນ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບເສດຖະກິດແຫ່ງ ຊາດໃນຕໍ່ໜ້າ. ພ້ອມນີ້, ທ່ານຍັງ ໄດ້ຮຽກຮ້ອງໃຫ້ອົງການປົກ ຄອງແຂວງວຽງຈັນ ສືບຕໍ່ຍູ້ແຮງ ການພັດທະນາເສດຖະກິດ-ສັງ ຄົມ ທີ່ມີທ່າແຮງຂອງແຂວງໃຫ້ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສ້າງ ເງື່ອນໄຂ, ອຳນວຍຄວາມສະ ດວກໃນການຜະລິດ-ທຸລະກິດ, ການສະໜອງເຕັກນິກ, ທຶນຮອນ ແລະ ຕະຫຼາດທີ່ໝັ້ນຄົງ ເພື່ອຍົກ ລະດັບລາຍໄດ້ ແລະ ຄຸນນະພາບ ຊີວິດຂອງປະຊາຊົນຊາວແຂວງ ວຽງຈັນໃຫ້ສູງຂຶ້ນ; ຕ້ອງເອົາ ໃຈໃສ່ໃຫ້ຜູ້ປະກອບການ ແລະ ປະຊາຊົນຮ່ວມສໍາພັນກັນເປັນ ຕ່ອງໂສ້ໃນຂະບວນການຜະລິດ-ທຸລະກິດຂອງແຂວງວຽງຈັນໃຫ້ ມີຄວາມໜັກແໜ້ນ, ເຂັ້ມແຂງ ຂຶ້ນໄປເລື້ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ