ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມູນຄ່າການສົ່ງອອກ-ນໍາເຂົ້າສິນຄ້າຫວຽດນາມ ໃນໄລຍະທີ 1 ບັນລຸ 28,34 ຕື້ໂດລາສະຫະລັດ
ເວລາອອກຂ່າວ: 2022-05-27 10:59:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ສໍານັກຂ່າຫວຽດນາມນິວ ລາຍ ງານວັນທີ 26 ພຶດສະພານີ້ ວ່າ: ກົມໃຫຍ່ພາສີຫວຽດນາມ ເປີດເຜີຍໃຫ້ຮູ້ສະຖິຕິຫຼ້າສຸດວ່າ: ມູນຄ່າການສົ່ງອອກ-ນໍາເຂົ້າ ສິນຄ້າຫວຽດນາມໃນໄລຍະເຄິ່ງ ເດືອນ ຂອງເດືອນພຶດສະພາປີ 2022 ບັນລຸ 28,34 ຕື້ໂດລາສະ ຫະລັດ, ເຊິ່ງຫຼຸດລົງ 15,6% ເທົ່າກັບ 5,3 ຕື້ໂດລາສະຫະລັດ ເມື່ອທຽບກັບໄລຍະດຽວກັນຂອງ ເດືອນເມສາ ປີ 2022. ຕາມຂໍ້ມູນຫຼ້າສຸດຂອງກົມໃຫຍ່ສະຖິຕິຫວຽດນາມແລ້ວ ຍອດມູນຄ່າສິນຄ້າສົ່ງອອກຂອງ ຫວຽດນາມ ໃນໄລຍະທີ 1 ຂອງ ເດືອນພຶດສະພາປີ 2022 ບັນລຸ 12,82 ຕື້ໂດລາສະຫະລັດ, ຫຼຸດລົງ 28,6% ເມື່ອທຽບໃສ່ໄລຍະທີ 2 ຂອງເດືອນເມສາປີ 2022. ຍອດ ມູນຄ່າສົ່ງອອກສິນຄ້າຂອງ ຫວຽດນາມ ບັນລຸເກືອບ 135,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 15,5%, ເທົ່າກັບ 18,18 ຕື້ໂດ ລາ ສະຫະລັດເມື່ອທຽບໃສ່ໄລຍະ ດຽວກັນຂອງປີ 2021. ສໍາ ລັບມູນຄ່າການສົ່ງອອກສິນຄ້າ ຂອງ ວິສາຫະກິດທີ່ລົງທຶນໂດຍ ກົງຈາກຕ່າງປະເທດ ໃນໄລຍະ ທີ 1 ຂອງເດືອນພຶດສະພາ 2022 ບັນລຸ 9,24 ຕື້ໂດລາສະຫະລັດ, ຫຼຸດລົງ 30,1%, ເທົ່າກັບ 3,97 ຕື້ໂດລາສະຫະລັດເມື່ອທຽບໃສ່ ໄລຍະທີ 2 ຂອງເດືອນເມສາປີ 2022. ຍອດມູນຄ່າສິນຄ້ານຳ ເຂົ້າຂອງຫວຽດນາມ ໃນໄລຍະ 1 ຂອງເດືອນພຶດສະພາປີ 2022 ບັນລຸ 15,52 ຕື້ໂດລາສະຫະ ລັດ, ຫຼຸດລົງ 0,6% ເມື່ອທຽບ ກັບໄລຍະເຄິ່ງທ້າຍເດືອນເມສາ 2022, ຍອດມູນຄ່າການນຳເຂົ້າ ຂອງທົ່ວປະເທດບັນລຸ 135,39 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 15,2% ເມື່ອທຽບໃສ່ໄລຍະ ດຽວກັນຂອງປີ 2021. ມູນຄ່າ ການລົງທຶນໂດຍກົງຈາກຕ່າງ ປະເທດ FDI ໃນໄລຍະນີ້ບັນລຸ 9,77 ຕື້ໂດລາສະຫະລັດ, ຫຼຸດລົງ 3,3% ເມື່ອທຽບໃສ່ໄລຍະທີ 2 ເດືອນເມສາປີ 2022.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ